ເຢເມນ ພົບກັບວິກິດຂັ້ນຮຸນແຮງ ປະຊາຊົນເປັນໂລກອະຫິວາແລ້ວ 1 ແສນກວ່າຄົນ - ອິດສະຫຼະ

ເຢເມນ ພົບກັບວິກິດຂັ້ນຮຸນແຮງ ປະຊາຊົນເປັນໂລກອະຫິວາແລ້ວ 1 ແສນກວ່າຄົນ



ສຳນັກຂ່າວຕ່າງປະເທດລາຍງານ 9 ມິຖຸນາ 2017 ວ່າ: ອົງການອະນາໄມໂລກ (WHO) ອອກຖະແຫຼງການເມື່ອວັນພະຫັດທີ່ຜ່ານມາວ່າ ຈຳນວນຜູ້ເສຍຊີວິດຈາກໂລກອະຫິວາ (ທ້ອງຂີ້ຮາກ) ໃນເຢເມນ ນັບຕັ້ງແຕ່ວັນທີ 29 ເມສາ - 7 ມິຖຸນາ 2017 ມີ 971 ຄົນ, ໂດຍຈຳນວນນັ້ນ 46% ເປັນຜູ້ທີ່ມີອາຍຸຕ່ຳກວ່າ 15 ປີ, ໂດຍມີຈຳນວນຜູ້ຕິດເຊື້ອທັງໝົດໃນຊ່ວງເວລາດັ່ງກ່າວເພີ່ມຂຶ້ນຢ່າງວ່ອງໄວເຖິງ 101,820 ຄົນແລ້ວ ແລະ ອັດຕາການຕິດເຊື້ອຢູ່ໃນລະດັບທີ່ສູງຫຼາຍ ເນື່ອງຈາກພົບໃນ 19 ແຂວງ ຈາກທັງໝົດ 22 ແຂວງຂອງເຢເມນ.

ເຊິ່ງລາຍງານຂອງ WHO ລະບຸວ່າ ປັດໄຈສຳຄັນທີ່ສົ່ງຜົນໃຫ້ການແຜ່ລະບາດຢູ່ໃນຂັ້ນວິກິດຄື ສະຖານະການສົງຄາມກາງເມືອງທີ່ແກ່ຍາວມາຕັ້ງແຕ່ປີ 2015 ໄດ້ສ້າງຄວາມເສຍຫາຍຢ່າງໝັກໃຫ້ແກ່ລະບົບໂຄງສ້າງພື້ນຖານ ໂດຍສະເພາະລະບົບນ້ຳປະປາ ສົ່ງຜົນໃຫ້ປະຊາຊົນຂາດແຄນ ແລະ ບໍ່ສາມາດເຂົ້າເຖິງແຫຼ່ງນ້ຳສະອາດໄດ້,​ ນອກຈາກນີ້ທາງການເຢເມນຍັງເປີດເຜີຍວ່າ ໄດ້ຮັບການຊ່ວຍເຫຼືອທາງການຢາ ເພື່ອປ້ອງກັນ ແລະ ປິ່ນປົວໂລກອະຫິວາ 50 ໂຕນ ຈາກສະຫະນະຄອນ ເອເມຣັດ ອາຣັບ (UAE) ທີ່ສົ່ງມາທາງເຮືອຂຶ້ນທຽບທ່າທີ່ເມືອງເອເດນ ແຄມຝັ່ງທະເລແດງທາງພາກໃຕ້ຂອງປະເທດ.


No comments

Powered by Blogger.