ກາຕາປະຕິເສດທີ່ຈະໄປເຈລະຈາຢູ່ສະຫະລັດອາເມຣິກາ ແລະ ຈະບໍ່ຍອມແພ້ໃຫ້ກັບສົງຄາມການທູດໃນຄັ້ງນີ້ - ອິດສະຫຼະ

ກາຕາປະຕິເສດທີ່ຈະໄປເຈລະຈາຢູ່ສະຫະລັດອາເມຣິກາ ແລະ ຈະບໍ່ຍອມແພ້ໃຫ້ກັບສົງຄາມການທູດໃນຄັ້ງນີ້



ສຳນັກຂ່າວຕ່າງປະເທດລາຍງານ 9 ມິຖຸນາ 2017 ວ່າ: ເຈົ້າໜ້າທີ່ກາຕາເປີດເຜີຍວ່າ ເຈົ້າຄອງນະຄອນຂອງກາຕາບໍ່ຕອບຮັບຄຳເຊີນຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາ ໃນການເດີນທາງໄປນະຄອນຫຼວງວໍຊິງຕັນ ເພື່ອເຂົ້າຮ່ວມການເຈລະນາໄກ່ເກ່ຍວິກິດຄວາມຂັດແຍ່ງລະຫວ່າງກາຕາກັບປະເທດກຸ່ມອາຣັບ ທີ່ເຖິງຂັ້ນຕັດຂາດຄວາມສຳພັນທາງການທູດດ້ວຍຂໍ້ກ່າວຫາວ່າ ກາຕາເປັນຜູ້ສະໜັບສະໜູນລັດທິກໍ່ການຮ້າຍ, ໂດຍເຈົ້າໜ້າທີ່ກາຕາກ່າວວ່າ ເຈົ້າຄອງນະຄອນຂອງກາຕາບໍ່ມີແຜນທີ່ຈະເດີນທາງອອກນອກປະເທດໃນຂະນະທີ່ກາຕາກຳລັງຖືກປິດລ້ອມຢູ່ແບບນີ້.

ນອກຈາກນີ້ ຊີດ ໂມຮຳເໝັດ ບິນ ອັບດຸນເຣາະມານ ອັນທານີ ລັດຖະມົນຕີກະຊວງການຕ່າງປະເທດກາຕາ ຖະແຫຼງໃນມື້ວານນີ້ວ່າ ກາຕາເປັນລັດທີ່ມີນະໂຍບາຍຕ່າງປະເທດເປັນຂອງຕົວເອງ ແລະ ບຸກຄົນພາຍນອກ ບໍ່ມີສິດແຊກແຊງນະໂຍບາຍດັ່ງກ່າວຂອງລັດຖະບານກາຕາ ເຊິ່ງຈະບໍ່ມີທາງເປັນ "ຝ່າຍຍອມແພ້" ຕໍ່ສະຖານະການທີ່ເກີດຂຶ້ນ ແລະ ຈະສາມາດເອົາຕົວລອດຈາກອຸປະສັກທັງໝົດໄດ້ ຊີດໂມຮຳເໝັດຢ້ຳຕື່ມວ່າ ການເຈລະນາຕາມວິທີການທູດເທົ່ານັ້ນຄືຫົນທາງທີ່ເໝາະສົມທີ່ສຸດໃນການແກ້ໄຂວິກິດການທີ່ເກີດຂຶ້ນນີ້ ບໍ່ແມ່ນການໃຊ້ກຳລັງທະຫານ ພ້ອມດຽວກັນນີ້ກໍ່ໄດ້ກ່າວຕຳໜິກຸ່ມປະເທດເພື່ອນບ້ານອາຣັບວ່າ ການໃຊ້ "ມາດຕະການປິດລ້ອມ" ຕໍ່ກາຕາ ເປັນເລື່ອງທີ່ບໍ່ເໝາະສົມຢ່າງຍິ່ງ.

ໃນຂະນະດຽວກັນ ຊີດ ຊາບາ ອັນ-ອາໝັດ ອັນຊາບາ ເຈົ້າຄອງລັດກູເວດ ໄດ້ຢ້ຽມຢາມກາຕາເປັນການສ່ວນຕົວ ເພື່ອພົບປະ ແລະ ປຶກສາຫາລືກັບ ຊີດ ທາມິນ ເຈົ້າປົກຄອງກາຕາ, ເຊິ່ງກູເວດເປັນປະເທດດຽວໃນບັນດາສະມາຊິກຄະນະມົນຕີຄວາມຮ່ວມມືລັດອ່າວອາຣັບ (GCC) ທີ່ຍັງບໍ່ປະກາດຕັດຄວາມສຳພັນ ຫຼື ຈຳກັດຄວາມສຳພັນກັບກາຕາ ເຮັດໃຫ້ທຸກສາຍຕາຫຼຽວໄປທີ່ກູເວດອີກຄັ້ງ ເພາະກູເວດສາມາດເຈລະຈາໄກ່ເກ່ຍຄວາມຂັດແຍ່ງທາງການທູດເມື່ອປີ 2014 ໄດ້ສຳເລັດ ຈາກການທີ່ປະເທດອາຣັບບີ ຊາອູດິດ, ບາເຣນ ແລະ ສະຫະນະຄອນ ເອເມຣັດ ອາຣັບ ຮຽກເອກອັກຄະລັດຖະທູດກັບຈາກກາຕາ ໂດຍກ່າວຫາລັດຖະບານກາຕາສະໜັບສະໜູນກຸ່ມອ້າຍນ້ອງມຸດສະລິມ ໂດຍການເຈລະຈາຄັ້ງນັ້ນກູເວດໃຊ້ເວລາເຖິງ 8 ເດືອນ.

ສຳລັບເຫດຂອງຄວາມຂັດແຍ່ງທາງການທູດຄັ້ງຫຼ້າສຸດຂອງກຸ່ມປະເທດໃນຕາເວັນອອກາງ ຫຼາຍຝ່າຍໄດ້ຕີລາຄາວ່າເປັນ ພາກຕໍ່ ຂອງສະຖານະການເມື່ອ 3 ປີກ່ອນ ທີ່ເລີ່ມຂຶ້ນຈາກອາຣັບບີ ຊາອູດິດ ທີ່ກ່າວຫາວ່າກາຕາສະໜັບສະໜູນກຸ່ມກໍ່ການຮ້າຍ ແລະ ກາຕາໃຫ້ທ້າວ ຄາເລັດ ເມຊານ ອະດີດຜູ້ນຳກຸ່ມຮາມາສ ລີ້ໄພຢູ່ໃນກາຕາຫຼາຍປີ ແລະ ຄວາມສຳພັນລະຫວ່າງກາຕາກັບອີຣານໄດ້ມີການພັດທະນາໄປໃນທາງທີ່ດີຂຶ້ນຈົນນຳໄປສູ່ການຕັດຄວາມສຳພັນດັ່ງກ່າວຈາກປະເທດອ້ອມຂ້າງ.

ໂດຍໃນຂະນະນີ້ມີ 8 ປະເທດທີ່ຕັດຂາດຄວາມສຳພັນທາງການທູດ ແລະ ການຄ້າກັບປະເທດກາຕາປະກອບມີ: ອາຣັບບີ ຊາອູດິດ, ສະຫະນະຄອນ ເອເມຣັດ ອາຣັບ, ບາເຣນ, ເອຢິບ, ເຢເມນ, ລີບີ, ມານດີວ ແລະ ໂມຣີຕານີ.


No comments

Powered by Blogger.