ມຽນມາເລັ່ງເກັບກູ້ສົບຜູ້ເສຍຊີວິດຈາກເຫດຍົນຕົກໃນທະເລອັນດາມັນ - ອິດສະຫຼະ

ມຽນມາເລັ່ງເກັບກູ້ສົບຜູ້ເສຍຊີວິດຈາກເຫດຍົນຕົກໃນທະເລອັນດາມັນ



ສຳນັກຂ່າວຕ່າງປະເທດລາຍງານ 9 ມິຖຸນາ 2017 ກ່ຽວກັບຄວາມຄືບໜ້າພາຍຫຼັງເກີດເຫດເສົ້າສະຫຼົດໃຈ ຍົນຂົນສົ່ງຂອງກອງທັບມຽນມາ ລຸ້ນ Shaanxi Y-8 ເຊິ່ງຜະລິດໃນປະເທດຈີນ ພ້ອມຜູ້ໂດຍສານ 122 ຄົນ ເກືອບທັງໝົດເປັນທະຫານ ແລະ ສະມາຊິກໃນຄອບຄົວ ຕົກໃນທະເລອັນດາມັນ ເມື່ອວັນພຸດທີ່ຜ່ານມາ ລະຫວ່າງການເດີນທາງຈາກເມືອງມະຣິດ ພາກໃຕ້ຂອງປະເທດມາຍັງເມືອງຢ່າງກຸ້ງ, ກອງທັບມຽນມາອອກຖະແຫຼງວ່າ ເຈົ້າໜ້າທີ່ກູ້ໄພ ແລະ ອາສາສະໝັກຮ່ວມກັນລຳລຽງສົບຜູ້ເສຍຊີວິດຂຶ້ນຝັ່ງໄດ້ແລ້ວ 31 ສົບ, ແບ່ງເປັນຜູ້ຍິງ 21 ສົບ, ເດັກນ້ອຍ 8 ແລະ ຜູ້ຊາຍ 2 ສົບ ເຊິ່ງສົບທັງໝົດທີ່ນຳຂຶ້ນມາໄດ້ຈະຖືກລຳລຽງໄປໂຮງໝໍທະຫານໃນເມືອງທວາຍ ເພື່ອພິສູດເອກະລັກສ່ວນບຸກຄົນຕໍ່ໄປ.


ຂະນະດຽວກັນທຳນຽມປະທານປະເທດມຽນມາໄດ້ເຜີຍແຜ່ຖະແຫຼງການຂອງທ່ານນາງ ອອງ ຊານ ຊູຈີ ມົນຕີແຫ່ງລັດ ຜູ້ນຳສູງສຸດທາງດ້ານພຶດຕິໄນ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ທີ່ໄດ້ສະແດງຄວາມເສຍໃຈຢ່າງສຸດຊຶ້ງໄປຍັງຄອບຄົວຂອງຜູ້ເສຍຊີວິດ ແລະ ໃຫ້ຄຳໝັ້ນສັນຍາວ່າ ລັດຖະບານຈະຊ່ວຍເຫຼືອຢ່າງເຕັມທີ່ໃຫ້ແກ່ທຸກຝ່າຍທີ່ກ່ຽວຂ້ອງ.


ສ່ວນທ່ານ ນະເຣນທຼາ ໂມດີ ຜູ້ນຳອິນເດຍ ສະເໜີມອບຄວາມຊ່ວຍເຫຼືອໃນພາລະກິດການຄົ້ນຫາຊິ້ນສ່ວນຂອງຍົນ ແລະ ລຳລຽງຮ່າງຜູ້ເສຍຊີວິດ, ນອກຈາກນີ້ ບໍລິສັດນຳເຂົ້າ ແລະ ສົ່ງອອກເຕັກໂນໂລຊີອາກາດແຫ່ງປະເທດຈີນ ກໍ່ອອກຖະແຫຼງການສະແດງຄວາມເສຍໃຈຢ່າງຍິ່ງເຊັ່ນກັນ ແລະ ພ້ອມໃຫ້ຄວາມຮ່ວມມືຢ່າງເຕັມທີ່ແກ້ພະນັກງານສືບສວນ.



No comments

Powered by Blogger.