ປະເທດຕວັກກີ ຜ່ານຮ່າງກົດໝາຍສົ່ງທະຫານໄປປະຈຳການທີ່ປະເທດກາຕາ - ອິດສະຫຼະ

ປະເທດຕວັກກີ ຜ່ານຮ່າງກົດໝາຍສົ່ງທະຫານໄປປະຈຳການທີ່ປະເທດກາຕາ



ສຳນັກຂ່າວຕ່າງປະເທດລາຍງານ 8 ມິຖຸນາ 2017 ວ່າ:​ ສະພາຕວັກກີອະນຸມັດຮ່າງກົດໝາຍໃຫ້ສົ່ງກອງກຳລັງທະຫານເຂົ້າໄປປະຈຳການທີ່ຖານທັບຕວັກກີ ເຊິ່ງຕັ້ງຢູ່ໃນປະເທດກາຕາໄດ້, ຮ່າງກົດໝາຍດັ່ງກ່າວປະກອບດ້ວຍຂໍ້ກຳນົດສອງສ່ວນ ໂດຍສ່ວນທຳອິດຄືການອະນຸມັດໃຫ້ກອງກຳລັງທະຫານຂອງຕວັກກີສາມາດເຂົ້າໄປປະຈຳການທີ່ກາຕາໄດ້ ແລະ ສ່ວນທີ່ສອງຄືການອະນຸມັດໃຫ້ທັງຕວັກກີ ແລະ ກາຕາສາມາດຮ່ວມກັນເຝິກຊ້ອມຮົບໄດ້.

ການອະນຸມັດຂອງສະພາຕວັກກີເກີດຂຶ້ນພາຍຫຼັງທີ່ທ່ານ ເຣເຊບ ເຕຢິບ ເອີໂດວານ ປະທານປະເທດຕວັກກີ ໄດ້ອອກມາສະແດງຄວາມບໍ່ເຫັນດີຕໍ່ການທີ່ກຸ່ມປະເທດອາຣັບຫຼາຍປະເທດຂວ້ຳບາດກາຕາ.

ທ່ານ ເອີໂດວານ ກ່າວວ່າ "ຂ້າພະເຈົ້າຫວັງວ່າ ມາດຕະການຂວ້ຳບາດກາຕາຈະຖືກຍົກເລີກໂດຍໄວທີ່ສຸດ"

ຮ່າງກົດໝາຍສະບັບນີ້ ຜ່ານຄວາມເຫັນດີດ້ວຍຄະແນນສຽງ 240 ສຽງ ໂດຍສ່ວນໃຫຍ່ໄດ້ສຽງສະໜັບສະໜູນຈາກພັກ AKP ເຊິ່ງເປັນພັກລັດຖະບານ ແລະ ພັກຝ່ານຄ້ານ MHP ເຊິ່ງມີອຸດົມການຊາດນິຍົມ.

ການເຄື່ອນໄຫວຫຼ້າສຸດຂອງຕວັກກີສະທ້ອນໃຫ້ເຫັນເຖິງທ່າທີສະໜັບສະໜູນກາຕາ ໃນຊ່ວງເວລາທີ່ກາຕາກຳລັງພົບກັບບັນຫາທີ່ຖືກປ່ອຍປະໃຫ້ໂດດດ່ຽວທາງການທູດ ແລະ ການຄ້າຈາກບັນດາປະເທດມະຫາອຳນາດໃນພູມມິພາກຕາເວັນອອກກາງ.

ໂດຍອີງຕາມການລາຍງານຫຼ້າສຸດປະເທດທີ່ຕັດຂາດຄວາມສຳພັນທາງການທູດ ແລະ ການຄ້າກັບປະເທດກາຕາປະກອບມີ: ອາຣັບບີ ຊາອູດິດ, ສະຫະນະຄອນ ເອເມຣັດ ອາຣັບ, ບາເຣນ, ເອຢິບ, ເຢເມນ, ລີບີ, ມານດິີວ ແລະ ໂມຣິຕານີ  ໂດຍໃຫ້ເຫດຜົນວ່າ ກາຕາໃຫ້ການສະໜັບສະໜູນກຸ່ມກໍ່ການຮ້າຍ.

No comments

Powered by Blogger.