(ວິດີໂອ) ລົດແກ່ຜັກຊ່ວຍກວ່າ 20 ຊີວິດ ໜີຕາຍຈາກໄຟໄໝ້ຮ້ານອາຫານ - ອິດສະຫຼະ

(ວິດີໂອ) ລົດແກ່ຜັກຊ່ວຍກວ່າ 20 ຊີວິດ ໜີຕາຍຈາກໄຟໄໝ້ຮ້ານອາຫານ



ເມື່ອວັນເສົາທີ່ຜ່ານມາ (3 ມິຖຸນາ 2017) ເກີດເຫດໄຟໄໝ້ຊັ້ນ 3 ຂອງອາຄານແຫ່ງໜຶ່ງ ເຊິ່ງເປັນຮ້ານອາຫານໃນແຂວງເຫີເປີຍ ຂອງປະເທດຈີນ ໂດຍມີຄົນຕິດຄ້າງຢູ່ໃນຮ້ານກວ່າ 20 ຄົນທີ່ພະຍາຍາມໜີຕາຍຈາກຊັ້ນ 3 ແລະ ເນື່ອງຈາກບໍລິເວນດັ່ງກ່າວການສັນຈອນເອອັດເຮັດໃຫ້ລົດດັບເພີງມາໄດ້ຊ້າ, ທ່ານ ຈຽງ ເຟິງເຈີ້ນ ອາຍຸ 39 ປີ ທີ່ຂັບລົດແກ່ຜັກມາເຕັມຄັນຈຶ່ງໄດ້ຕັດສິນໃຈຂັບລົດເຂົ້າໄປໃກ້ກັບໜ້າອາຄານເພື່ອໃຫ້ຄົນທີ່ຕິດຢູ່ຊັ້ນ 3 ໂດດລົງມາໃສ່ຫຼັງລົດ.


No comments

Powered by Blogger.