ສາມຫຼ່ຽມຄຳ ຕິດອັນດັບ 2 ຂອງໂລກ ຜະລິດຢາເສບຕິດສູງສຸດ ແລະ ເປັນແຫຼ່ງວິໄຈພັດທະນາຊະນິດໃໝ່ໆ - ອິດສະຫຼະ

ສາມຫຼ່ຽມຄຳ ຕິດອັນດັບ 2 ຂອງໂລກ ຜະລິດຢາເສບຕິດສູງສຸດ ແລະ ເປັນແຫຼ່ງວິໄຈພັດທະນາຊະນິດໃໝ່ໆ



ສຳນັກຂ່າວຕ່າງປະເທດລາຍງານ 2 ມິຖຸນາ 2017 ວ່າ: ເຂດສາມຫຼ່ຽມຄຳ ຈຸດເຊື່ອມຕໍ່ລະຫວ່າງ ສປປ.ລາວ, ພາກໃຕ້ຂອງຈີນ, ໄທ ແລະ ມຽນມາ ເປັນແຫຼ່ງຜະລິດຢາເສບຕິດຂະໜາດໃຫຍ່ເປັນອັບດັບ 2 ຂອງໂລກ ຮອງຈາກອາເມຣິກາລາຕິນ ແລະ ເປັນແຫຼ່ງທີ່ຂຶ້ນຊື່ສຽງດ້ານການຜະລິດເຮໂຣອີນ ແລະ ຢາບ້າ ແຕ່ຕອນນີ້ກຸ່ມນັກເຄມີຂອງແກ້ງອາຊະຍາກຳກຳລັງຜະລິດຢາເສບຕິດແບບໃໝ່ເພື່ອຂາຍໃຫ້ລູກຄ້າໃນລາຄາຖືກ.

ຈາກລາຍງານເມື່ອວັນພຸດທີ່ຜ່ານມາ ຂອງສຳນັກງານປາບປາມມຢາເສບຕິດ ແລະ ອາຊະຍາກຳແຫ່ງສະຫະປະຊາຊາດ (UNODDC) ກ່າວວ່າ: ມີສານອອກລິດຕໍ່ປະສາດສາຍພັນໃໝ່ ຫຼື NPS (New Psychoactive Substances : NPS) ອອກສູ່ທ້ອງຕະຫຼາດເພີ່ມຫຼາຍຂຶ້ນຈົນໜ້າຕົກໃຈ ໂດຍເທົ່າທີ່ກວດພົບນັບຕັ້ງແຕ່ປີ 2008 ມີ 168 ຊະນິດ ຢູ່ 11 ປະເທດໃນອາຊີຕາເວັນອອກສຽງໃຕ້ ແລະ ຈີນ.

ທ່ານ ມາຕິນ ໄຣເທີຮູເບີ ຜູ້ຊ່ຽວຊານສານເສບຕິດສັງເຄາະຂອງ UNODC ກ່າວວ່າ ໂລກຂອງຢາເສບຕິດໄດ້ມີຄວາມຊັບຊ້ອນຫຼາຍຂຶ້ນເລື້ອຍໆ ມີສານເສບຕິດຊະນິດໃໝ່ອອກມາຈຳນວນຫຼາຍ ແລະ ຫຼາຍຊະນິດປະຊາຊົນບໍ່ຮູ້ຈັກ ຫຼື ເຄີຍໄດ້ຍິນຊື່ ຂະນະທີ່ເຮໂຣອີນ ແລະ ຢາບ້າຍັງຖືກຜະລິດຫຼາຍທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ແຕ່ສານເສບຕິດໃໝ່ເກີດຂຶ້ນໄວຫຼາຍ ຈາກທີ່ມີພຽງ 3 ຊະນິດທີ່ກວດພົບໃນທ້ອງຕະຫຼາດເມື່ອປີ 2008 ມາຮອດປີ 2016 ມີອອກມາໃໝ່ເຖິງ 80 ຊະນິດ.

ໜຶ່ງໃນສານເສບຕິດຊະນິດໃໝ່ທີ່ມີຊື່ສຽງຫຼາຍທີ່ສຸດໃນໄລຍະນີ້ຄື: ເຟນທານິນ ແລະ ອີກນຳນວນຫຼາຍທີ່ກາຍພັນຈາກມັນ, ເຟນທານິນເປັນສານສະກັດຈາກຝິ່ນ ເຊິ່ງມີອະນຸພາບຫຼາຍກວ່າເຮໂຣອີນ 100 ເທົ່າ.

No comments

Powered by Blogger.