ອິນໂດເນເຊຍ ເພີ່ມກຳລັງຍາມຝັ່ງ ແລະ ເຂດຊາຍແດນ ປ້ອງກັນກຸ່ມ IS ເຂົ້າປະເທດ - ອິດສະຫຼະ

ອິນໂດເນເຊຍ ເພີ່ມກຳລັງຍາມຝັ່ງ ແລະ ເຂດຊາຍແດນ ປ້ອງກັນກຸ່ມ IS ເຂົ້າປະເທດ



ສຳນັກຂ່າວຕ່າງປະເທດລາຍງານ 2 ມິຖຸນາ 2017 ວ່າ: ໂຄສົກກອງທັບບົກອິນໂດເນຍເຊຍກ່າວຕໍ່ສື່ມ່ວນຊົນວ່າ ກອງທັບໄດ້ຕິດຕາມການເຄື່ອນໄຫວຕ່າງໆທີ່ຈະອຳນວຍໃຫ້ກຸ່ມກໍ່ການຮ້າຍເຂົ້າມາໃນປະເທດຢູ່ສະເໝີ ແລະ ໄດ້ເພີ່ມມາດຕະການປ້ອງກັນຊາຍແດນໂດຍສະເພາະເມືອງອຳບົນ, ເມືອງໂມລຸກກະ ແລະ ແຂວງສຸລາເວສີເໜືອ ຕາມທີ່ຜູ້ບັງຄັບກອງກຳລັງໃນເມືອງອຳບົນໄດ້ແຈ້ງເຕືອນເມື່ອເກີດເຫດກຸ່ມຕິດອາວຸດບຸກຢືດເມືອງມາຣາວີ ຢູ່ເກາະມິນດາເນົາ ທາງພາກໃຕ້ຂອງຟິລິບປິນເມື່ອອາທິດກ່ອນໜ້ານີ້ ແລະ ຍັງເຕືອນວ່າກຸ່ມ IS ອາດແຊກຊຶມເຂົ້າມາໃນອິນໂດເນເຊຍຜ່ານບັນດາເກາະຕ່າງໆໃນເມືອງໂມລຸກກະ ແລະ ແຂວງສຸລາເວສີເໜືອ.

ໃນດ້ານຂອງຕຳຫຼວດແຂວງສຸລາເວສີເໜືອເປີດເຜີຍວ່າ ໄດ້ເລີ່ມປະຕິບັດການພິເສດນັບຕັ້ງແຕ່ວັນທີ 29 ພຶດສະພາທີ່ຜ່ານມາ ໄດ້ມີການອອກລາດຕະເວນໃນເຂດນ່ານນ້ຳລະຫວ່າງອິນໂດເນເຊຍ ແລະ ຟິລິບປິນ, ກວດກາຕາມບ້ານ ແລະ ຊຸມຊົນຊາວປະມົງ, ຫາຂ່າວ ແລະ ຕິດຕາມຢ່າງໃກ້ຊິດກ່ຽວກັບການເຄື່ອນໄຫວຂອງກຸ່ມຕ່າງໆ ໂດຍມີກຳນົດດຳເນີນການ 90 ວັນ ຫາກສະຖານະການເປັນປົກກະຕິກໍ່ຈະສົ່ງກຳລັງພົນກັບ ແຕ່ຫາກສະຖານະການມີຄວາມສ່ຽງເພີ່ມຂຶ້ນກໍ່ຈະເພີ່ມກຳລັງພົນ.


No comments

Powered by Blogger.