ປາແອັງເກີ (Angler fish) ນັກລ່າໃນເງົາມືດ ກັບ ແສງແຫ່ງຄວາມຕາຍ - ອິດສະຫຼະ

ປາແອັງເກີ (Angler fish) ນັກລ່າໃນເງົາມືດ ກັບ ແສງແຫ່ງຄວາມຕາຍ



ພາຍໃຕ້ທ້ອງລະເທເລິກຈົນແສງຕາເວັນບໍ່ສາມາດທີ່ຈະສ່ອງລົງໄປຮອດໄດ້ ຊິມີຜູ້ໃດຄິດວ່າຈະມີສິ່ງມີຊີວິດທີ່ທັງໜ້າຕາປະຫຼາດ ແລະ ມະຫັດສະຈັນອາໄສຢູ່ ນັ້ນກໍ່ຄືປາແອັງເກີ (Angler fish) ດ້ວຍລັກສະນະທີ່ແປກປະຫຼາດ ເຮັດໃຫ້ປາຊະນິດນີ້ມີຄວາມໜ້າສົນໃຈວ່າເປັນຫຍັງຈຶ່ງມີລັກສະນະແບບນັ້ນ ແລະ ສາມາດໃຊ້ຊີວິດຢູ່ໃນທະເລເລິກທີ່ມຶດມິດໄດ້ແນວໃດ.

ປາແອງເກີ ເປັນປາທີ່ມີຫຼາຍກວ່າ 200 ຊະນິດ ອາໄສຢູ່ໃນລະດັບນ້ຳທີ່ເລິກກວ່າ 200 ແມັດ ສ່ວນໃຫຍ່ພົບໃນບໍລິເວນມະຫາສະໝຸດອັດລັງຕິກ ແລະ ມະຫາສະໝຸດໃຕ້ (Antarctic Ocean) ປາຊະນິດນີ້ມີລັກສະນະຫົວໃຫຍ່, ແຂ້ວຄົມ, ລຳຕົວມີສີເທົາເຂັ້ມຈົນເຖິງສີນ້ຳຕານເຂັ້ມ ເຮົາສາມາດແຍກເພດຂອງປາຊະນິດນີ້ໄດ້ບໍ່ຍາກ ເພາະມີພຽງປາເພດແມ່ເທົ່ານັ້ນ ທີ່ມີລັກສະນະໜ້າຕາເປັນຕາຢ້ານແບບນີ້ ຈຸດເດັ່ນຂອງປາເພດແມ່ອີກອັນໜຶ່ງຄືບໍລິເວນຫົວເໜືອປາກຈະມີກະດູກສັນຫຼັງຍາວອອກມາຄືກັບຄັນເບັດຊິດປາ ຮຽກສ່ວນນີ້ວ່າເອສກາ (esca) ນອກຈາກນີ້ປາຍເບັດຍັງສາມາດເຮືອງແສງໄດ້ດ້ວຍແບັດທີເຣຍທີ່ມີຊື່ວ່າ ວິບຣີໂອ ຟິສເຊີຣີ (Vibrio fischeri) ໃຊ້ໃນການລອກລໍ້ເຫຍື່ອໃຫ້ມາຕິດກັບດັບ ເມື່ອເຫຍື່ອລອຍນ້ຳມາໃກ້ໆກໍ່ຈະກິນເຫຍື່ອເປັນອາຫານທັນທີ ນັ້ນຈຶ່ງເປັນທີ່ມາຂອງຊື່ Angler ເຊິ່ງໝາຍເຖິງຄົນຊິດເບັດ.

ກະຕູກຂອງປາແອັງເກີມີຄວາມຫົດຢືດສູງ ຈຶ່ງສາມາດຂະຫຍາຍຂະໜາດຂອງກາມ ແລະ ກະເພາະອາຫານໄດ້ ປາແອັງເກີຈຶ່ງສາມາດກິນອາຫານທີ່ໃຫຍ່ກວ່າຕົວເອງໄດ້, ນອກຈາກນີ້ຍັງມືແຂ້ວໜ້າທີ່ແທງກັບຫຼັງເຂົ້າໄປພາຍໃນປາກ ແລະ ຍັງມີແຂ້ວອີກຊຸດໜຶ່ງຢູ່ໃນລຳຄໍ ເພື່ອປ້ອງກັນບໍ່ໃຫ້ເຫຍື່ອ (ທີ່ຫາຍາກ) ຫຼົບໜີໄປໄດ້, ເຊິ່ງປາແອັງເກີເພດຜູ້ ຈະມີຂະໜາດນ້ອຍເມື່ອທຽບກັບເພດແມ່ ປາເພດຜູ້ຈະມີດວງຕາທີ່ໃຫຍ່ ແລະ ໂຜງດັງທີ່ໄວຕໍ່ກິ່ນຫຼາຍ ເຮັດໃຫ້ໄດ້ກິ່ນຂອງເພດແມ່ໄດ້ງ່າຍໃນສະພາບທີ່ມືດມິດເພື່ອຫາຄູ່ປະສົມພັນ.

No comments

Powered by Blogger.