ມາເລເຊຍປະກວດວິດີໂອ "ປ້ອງກັນການຮັກເພດດຽວກັນ" ຖືກວິພາກວິຈານຢ່າງໃຫຍ່ - ອິດສະຫຼະ

ມາເລເຊຍປະກວດວິດີໂອ "ປ້ອງກັນການຮັກເພດດຽວກັນ" ຖືກວິພາກວິຈານຢ່າງໃຫຍ່



ສຳນັກຂ່າວຕ່າງປະເທດລາຍງານ 4 ມິຖຸນາ 2017 ວ່າ: ລັດຖະບານມາເລເຊຍຈັດກິດຈະກຳປະກວດວິດີໂອ ອະທິບາຍວິທີປ້ອງກັນການເປັນຄົນຮັກຮ່ວມເພດ ແລະ ຄົນຂ້າມເພດ ລະບຸວ່າການແຂ່ງຂັນມີຈຸດປະສົງເພື່ອຊ່ວຍກຸ່ມຄົນໄວລຸ້ນໃນການຕັດສິນໃຈທາງດ້ານສຸຂະພາບໄດ້ດີ, ການປະກວດຖືກວິພາກວິຈານຈາກກຸ່ມນັກເຄື່ອນໄຫວດ້ານສິດທິມະນຸດ ເຊິ່ງກ່າວວ່າຈະຍິ່ງສ້າງຄວາມຢ້ານ, ກໍ່ໃຫ້ເກີດຄວາມກຽດຊັງ ແລະ ຄວາມຮຸນແຮງຕໍ່ກຸ່ມຊາວມາເລເຊຍທີ່ຮັກເປັນດຽວກັນ (Lesbian, Gay, Bisexual and Transgender : LGBT).

ແຕ່ທ່ານ ລັດຄະມານ ຮາຄິມ ສຸໄລມານ ລັດຖະມົນຕີກະຊວງສາທາລະນະສຸກມາເລເຊຍກ່າວວ່າ ການຈັດປະກວດພາຍໃຕ້ຊື່ National Creative Video on Adolescent Sexual and Reproductive Health ມີຈຸດປະສົງເພື່ອຮວບຮວມແນວຄິດ, ຄວາມຄິດເຫັນ ແລະ ເພີ່ມພູນຄວາມຮູ້ໃຫ້ກຸ່ມໄວລຸ້ນ ກ່ຽວກັບການໃຊ້ຊີວິດທີ່ເປັນປະໂຫຍດຕໍ່ສຸຂະພາບ.

ໂດຍຜູ້ເຂົ້າປະກວດຈະຕ້ອງສົ່ງວິດີໂອ ໃນຫຼາຍຫົວຂໍ້ລວມທັງ "ຄວາມເປັນເກ ຫຼື ຄວາມສັບສົນທາງເພດ" ແລະ ສະເໜີຄວາມຄິດເຫັນ, ວິທີປ້ອງກັນ ຫຼື ຄວບຄຸມ ຜູ້ຊະນະການປະກວດຈະໄດ້ຮັບເງິນລາງວັນ 1,000-4,000 ຣິງກິດ.

No comments

Powered by Blogger.