ຈາກນັກລ່າສູ່ສັດລ້ຽງ ແລະ ເປັນອາຫານຍອດນິຍົມຂອງມະນຸດ ວິວັດທະນາການ 200 ລ້ານປີ - ອິດສະຫຼະ

ຈາກນັກລ່າສູ່ສັດລ້ຽງ ແລະ ເປັນອາຫານຍອດນິຍົມຂອງມະນຸດ ວິວັດທະນາການ 200 ລ້ານປີ



ຈາກອະດີດເຖິງປັດຈຸບັນເປັນທີ່ຮູ້ຈັກກັນດີ ແລະ ຊັດເຈນວ່າ: ໄກ່ປ່າຄື ບັນພະບຸລຸດຂອງໄກ່ບ້ານ ຫຼື ໄກ່ລ້ຽງ ແຕ່ຫາກເບິ່ງຫວນຄືນກັບໄປເຖິງຍຸກໄດໂນເສົາຄອງໂລກກໍ່ຍັງບໍ່ມີຄຳຕອບທີ່ຊັດເຈນວ່າໃຜຄື ບັນພະບຸລຸດຂອງໄກ່ ແລະ ນົກ ນັກບັນພະຊີວິນວິທະຍາ (Paleontologist) ໄດ້ພະຍາຍາມສຶກສາກ່ຽວກັບບັນພະບຸລຸດຂອງໄກ່ ແລະ ນົກ ໂດຍໄດ້ອ້າງອີງຕາມທິດສະດີ ແລະ ຊາກດຶກດຳບັນ (Fossil) ທີ່ພົບ ເຮັດໃຫ້ນັກບັນພະຊີວິນວິທະຍາໃນອະດີດສັນນິຖານວ່າ ໄດໂນເສົາ ທີ່ຄອງໂລກມາຫຼາຍຮ້ອຍລ້ານປີກ່ອນ ມີຂະໜາດຕົວທີ່ໃຫຍ່ ແລະ ຜິວໜັງທີ່ປົກຄຸມດ້ວຍເກັດ ຈາກນັ້ນໄດ້ວິວັດທະນາການກາຍເປັນສັດເລືອຄານໃນປັດຈຸບັນ.

ແຕ່ໃນໄລຍະສິບປີທີ່ຜ່ານມານີ້ການວິໄຈກ່ຽວກັບໄດໂນເສົາກ້າວໜ້າຫຼາຍ ຄວາມຮູ້ ແລະ ເຕັກໂນໂລຊີໃໝ່ໆເຮັດໃຫ້ຂໍ້ມູນທາງວິຊາການປ່ຽນແປງໄປ, ເມື່ອລາຍງານຄັ້ງຫຼ້າສຸດໃນປີ 2015 ມີການຄົ້ນພົບຊາກດຶກດຳບັນຂອງໄດໂນເສົາທີ່ມີຄວາມສົມບູນແບບທີ່ສຸດ ບໍລິເວນທາງພາກຕາເວັນຕົກສຽງເໜືອຂອງປະເທດຈີນ ໂດຍ Dr. Steve Brusatte ແລະ Junchang Lü ຊາກດຶກດຳບັນທີ່ພົບມີຂົນປົກຄຸມຄືກັບນົກຂະໜາດ 2 ແມັດ ອາຍຸ 125 ລ້ານປີ ລັກສະນະຄ້າຍຄືກັບເວໂລຊິແຣັບເຕີ (Velociraptor) ທີ່ໂດ່ງດັງມາຈາກຮູບເງົາເລື່ອງຈຸຣາສສິກ ພາກ (Jurassic Park) ທີມນັກວິໄຈຕັ້ງຊື່ໃຫ້ວ່າ "ມັງກອນແຫ່ງເຊີນຫຍວນ" ຫຼື “Zhenyuanlong”


ບໍ່ພຽງແຕ່ການສຶກສາກາຍວິພາກຈາກຊາກດຶກດຳບັນເທົ່ານັ້ນ ຍັງມີການວິໄຈໂດຍ Mary Schweitzer ຈາກມະຫາວິທະຍາໄລລັດນໍຄາໂຣໄລນາ ປີ 2011 ທີ່ສຶກສາຕົວຢ່າງເນື້ອເຫຍື່ອຈາກຊາກດຶກດຳບັນກະດູກຕົ້ນຂາຂອງ T-rex (Tyranosaurus rex) ອາຍຸ 68 ລ້ານປີ ເຊິ່ງຄົ້ນພົບຕັ້ງແຕ່ປີ 1990 ພົບວ່າ ຄໍລາເຈັນ, ໂປຣຕິນ ແລະ ກົດອະມິໂນທີ່ໄດ້ຈາກກະດູກຕົ້ນຂາຊາກດຶກດຳບັນນັ້ນ ມີໂຄງສ້າງຄ້າຍຄືກັບສັດປີກ ນອກຈາກນີ້ໄຂກະດູກທີ່ໄດ້ຈາກຊາກດຶກດຳບັນຍັງພົບວ່າມີການສະສົມຂອງແຄວຊຽມ ຄ້າຍຄືກັບໃນກະດູກຂອງໄກ່ ແລະ ນົກເພດແມ່ໃນໄລຍະອອກໄຂ່, ແຄວຊຽມທີ່ສະສົມໄວ້ໃນຊັ້ນກະດູກນັ້ນກໍ່ເພື່ອນຳໄປສ້າງເປືອກໄຂ່ຂຶ້ນມາ ເຊິ່ງຂໍ້ມູນດັ່ງກ່າວຊ່ວຍສະໜັບສະໜູນຂໍ້ສັນນິຖານທີ່ເກີດຂຶ້ນຕາມຫຼັງຈາກການຄົ້ນພົບຊາກດຶກດຳບັນຂອງນົກບູຮານ Archaeopteryx ໃນປີ 1861 ທີ່ວ່າໄດໂນເສົາສອງຂາ ເຊິ່ງກຳເນີດໃນປາຍຍຸກຈຸຣາສສິກ ແລະ ເຫຼືອລອດຈາກການສູນພັນຄັ້ງໃຫຍ່ໄດ້ວິວັດທະນາການໄປເປັນສັດຈຳພວກນົກ ແລະ ໄກ່ໃນຍຸກປັດຈຸບັນ ເຊິ່ງຫາກຂໍ້ສັນນິຖານດັ່ງກ່າວໄດ້ຮັບການຢືນຢັນຖືກຕ້ອງໃນອະນາຄົດ ບາງຄັ້ງຄຳຕອບຂອງຄຳຖາມທີ່ວ່າ "ໄກ່ກັບໄຂ່ແມ່ນຫຍັງເກີດກ່ອນ" ອາດຈະບໍ່ແມ່ນທັງໄກ່ ແລະ ໄຂ່ ແຕ່ອາດຈະເປັນໄດໂນເສົາກໍ່ເປັນໄປໄດ້.

No comments

Powered by Blogger.