ກໍ່ການຮ້າຍໂຈມຕີໃຈກາງນະຄອນຫຼວງລອນດອນ ຂີ່ລົດໄລ່ຕຳ-ໃຊ້ມີດໄລ່ແທງຄົນ - ອິດສະຫຼະ

ກໍ່ການຮ້າຍໂຈມຕີໃຈກາງນະຄອນຫຼວງລອນດອນ ຂີ່ລົດໄລ່ຕຳ-ໃຊ້ມີດໄລ່ແທງຄົນ



ສຳນັກຂ່າວຕ່າງປະເທດລາຍງານ 4 ມິຖຸນາ 2017 ວ່າ: ເກີດເຫດຄົນຮ້າຍຂັບລົດຕູ້ສີຂາວແລ່ນເຂົ້າຕຳໃຫ້ຄົນທີ່ຍ່າງຢູ່ຕາມທາງບໍລິເວນຂົວລອນດອນ ໃຈກາງນະຄອນຫຼວງລອນດອນ ປະເທດອັງກິດ ເມື່ອເວລາປະມານ 22:08 ນາທີ ຂອງວັນເສົາທີ່ຜ່ານມາ ຕາມເວລາທ້ອງຖິ່ນ (04:08 ນາທີ ເຊົ້າວັນອາທິດ ຕາມເວລາໃນລາວ) ເຈົ້າໜ້າທີ່ໄດ້ເລັ່ງເຂົ້າໄປກວດສອບທັນທີທີ່ໄດ້ຮັບແຈ້ງ.

ຈາກນັ້ນຈຶ່ງມີລາຍງານເຂົ້າມາໃນເວລາໃກ້ຄຽງກັນວ່າ ມີເຫດຄົນຮ້າຍໃຊ້ມີດໄລ່ແທງຄົນຢູ່ໃນເຂດໂບໂຣມາເກັດ ເຊິ່ງຢູ່ທາງທິດໃຕ້ຂອງຂົວລອນດອນ ມີລາຍງານການຍິງກັນຫຼາຍຄັ້ງ ແລະ ເຈົ້າໜ້າທີ່ໄດ້ເລັ່ງເຂົ້າໄປຄວບຄຸມເຫດທີ່ເກີດ ແຕ່ກໍ່ຍັງບໍ່ຊັດເຈນວ່າເປັນການຍິງຈາກຝ່າຍໃດ.

ເບື້ອງຕົ້ນຍັງບໍ່ມີລາຍງານທີ່ແນ່ນອນກ່ຽວກັບຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດ ຂະນະທີ່ສຳນັກງານຕຳຫຼວດນະຄອນບານປະກາດວ່າເປັນເຫດໂຈມຕີກໍ່ການຮ້າຍ ເຕືອນໃຫຍ່ປະຊາຊົນຫາທາງໜີ, ຫຼົບລີ້ ແລະ ແຈ້ງ, ເຊິ່ງທ່ານນາງ ເທເຣຊາ ເມ ນາຍົກລັດຖະມົນຕີອັງກິດ ໄດ້ຮຽກປະຊຸມດ່ວນຄະນະລັດຖະມົນຕີໃນມື້ນີ້.


No comments

Powered by Blogger.