IS ຂ້າປະຊາຊົນຈຳນວນຫຼາຍທີ່ອົບພະຍົບອອກຈາກເມືອງໂມຊູນ - ອິດສະຫຼະ

IS ຂ້າປະຊາຊົນຈຳນວນຫຼາຍທີ່ອົບພະຍົບອອກຈາກເມືອງໂມຊູນ



ສຳນັກຂ່າວຕ່າງປະເທດລາຍງານ 4 ມິຖຸນາ 2017 ວ່າ: ປະຊາຊົນອິຣັກ ທັງຜູ້ຊາຍຜູ້ຍິງ ແລະ ເດັກນ້ອຍ ພ້ອມທັງຖົງເຄື່ອງນຸ່ງ ແລະ ສິ່ງຂອງຕ່າງໆ ວາງກະແຈກກະຈາຍຢູ່ຕາມເສັ້ນທາງທີ່ອອກຈາກເຂດຊັນຈິລິ 1 ໃນ 3 ຂອງເຂດເມືອງໂມຊູນ ທາງພາກເໜືອຂອງອິຣັກ ທີ່ຍັງຢູ່ໃນການຢຶດຄອງຂອງກຸ່ມ IS.

ປະຊາຊົນອີກຫຼາຍຮ້ອຍຄົນສາມາດໜີອອກມາເຖິງແນວໜ້າທະຫານລັດຖະບານໄດ້ ຫຼາຍຄົນໄດ້ຮັບບາດເຈັບ ແລະ ຫຼາຍຄົນແບກຫາບສົບຍາດພີ່ນ້ອງທີ່ຫໍ່ຫຸ້ມດ້ວຍຜາມາພ້ອມ.


ທ່ານ ເດບ ຢູແບັງ ເຈົ້າໜ້າທີ່ສະມາຄົມຊ່ວຍເຫຼືອບັນເທົາທຸກ Free Burma Ranger ເປີດເຜີຍກັບນັກຂ່າວວ່າ ລາວເຫັນປະຊາຊົນທີ່ຖືກກຸ່ມ IS ຂ້າຫຼາຍກວ່າ 50 ຄົນເມື່ອວັນສຸກທີ່ຜ່ານມາ ແລະ ຍັງມີອີກຈຳນວນຫຼາຍໃນວັນເສົາທີ່ຜ່ານມາ.


No comments

Powered by Blogger.