ລັດເຊຍພ້ອມສະໜອງລະບົບອາວຸດທີ່ທັນສະໄໝ S-400 ໃຫ້ຕວັກກີ ເຖິງຈະຢູ່ຄົນລະຝ່າຍ - ອິດສະຫຼະ

ລັດເຊຍພ້ອມສະໜອງລະບົບອາວຸດທີ່ທັນສະໄໝ S-400 ໃຫ້ຕວັກກີ ເຖິງຈະຢູ່ຄົນລະຝ່າຍ



ສຳນັກຂ່າວຕ່າງປະເທດລາຍງານ 4 ມິຖຸນາ 2017 ວ່າ: ຖະແຫຼງການຂອງບໍລິສັດ ຣອສເທັກ (Rostec Corporation) ຂອງທາງການລັດເຊຍກ່າວວ່າ ລັດຖະບານລັດເຊຍ ແລະ ລັດຖະບານຕວັກກີໃກ້ຈະສຳເລັດການປຶກສາຫາລືທາງດ້ານເຕັກນິກ ສຳລັບການເຮັດສັນຍາຊື້-ຂາຍ S-400 ໂດຍລັດຖະມົນຕີກະຊວງການເງິນທັງ 2 ປະເທດກຳລັງປຶກສາຫາລືຮ່ວມກັນເຖິງຄວາມເປັນໄປໄດ້ ທີ່ຈະໃຫ້ຕວັກກີກູ້ຢຶມເງິນເພື່ອຊື້.

ຄວາມເປັນໄປໄດ້ທີ່ລັດເຊຍຈະຂາຍລະບົບເຕັກໂນໂລຊີ S-400 ທີ່ທັນສະໄໝນີ້ໃຫ້ກັບຕວັກກີ ປະເທດສະມາຊິກ NATO ຖືເປັນບາດກ້າວກັບຫຼັງຫັນຄືນຄວາມສຳພັນລະຫວ່າງຕວັກກີ ກັບ ລັດເຊຍ ນັບຕັ້ງແຕ່ເກີດຄວາມຂັດແຍ່ງກັນຈາກເຫດການທີ່ຕວັກກີຍິງຍົນຮົບລັດເຊຍຕົກ ໃນດິນແດນຂອງຊີຣີເມື່ອປີ 2015.

ຫຼັງຈາກນັ້ນລັດເຊຍກໍ່ໄດ້ຂົນລະບົບ S-400 ໄປຍັງປະເທດຊີຣີ ພາຍຫຼັງທີ່ເກີດເຫດຕວັກກີຍິງຍົນຮົບລັດເຊຍຕົກ ເພື່ອປົກປ້ອງຍົນຮົບລັດເຊຍທີ່ອອກປະຕິບັດການໂຈມຕີທາງອາກາດໃນຊີຣີ.


ເຖິງວ່າລັດເຊຍ ກັບ ຕວັກກີຈະຢືນຢູ່ຄົນລະຝ່າຍໃນຄວາມຂັດແຍ່ງຂອງຊີຣີ ໂດຍທີ່ລັດເຊຍຢູ່ຝ່າຍລັດຖະບານ ສ່ວນຕວັກກີຜູ້ຝ່າຍສະໜັບສະໜູນດ້ານອາວຸດໃຫ້ແກ່ກະບົດຊີຣີຫຼາຍກຸ່ມ ແຕ່ທັງສອງຮ່ວມມືກັນຊຸກດັນໃຫ້ຢຸດຕິການສູ້ຮົບໃນຊີຣີ ນັບຕັ້ງແຕ່ທ້າຍປີທີ່ຜ່ານມາ.


No comments

Powered by Blogger.