ຜູ້ຊາຍແບບໃດທີ່ຄວນເລືອກມາເປັນຄູ່ຄອງ ເພື່ອບໍ່ໃຫ້ຊີວິດຜິດຫວັງເພາະເລືອກຜິດ - ອິດສະຫຼະ

ຜູ້ຊາຍແບບໃດທີ່ຄວນເລືອກມາເປັນຄູ່ຄອງ ເພື່ອບໍ່ໃຫ້ຊີວິດຜິດຫວັງເພາະເລືອກຜິດ



ແທນທີ່ຈະຫຼັບຫູຫຼັບຕາເປີດຮັບຜູ້ຊາຍພຽງເພາະຫຼໍ່ເພາະຫຸ່ນດີ ຫຼື ມີຊິກແພັກທີ່ເລົ້າໃຈ ແລ້ວລົງທ້າຍດ້ວຍຄວາມຜິດຫວັງເພາະທີ່ແທ້ເປັນພຽງແມງດາ ດັ່ງນັ້ນ, ລອງມາເບິ່ງວິທີເລືອກຜູ້ຊາຍແບບໃດໃຫ້ດີຕໍ່ໃຈ:

1. ເລືອກຜູ້ຊະນະບໍ່ແມ່ນເລືອກຜູ້ແພ້: ຕ້ອງຮຽນເບິ່ງຜູ້ຊາຍທີ່ມີລັກສະນະຂອງຜູ້ຊະນະ ຢ່າໄປເສຍເວລາກັບຜູ້ຊາຍທີ່ເປັນຜູ້ແພ້ຕະຫຼອດເວລາ ບໍ່ວ່າຈະເຮັດຫຍັງກໍ່ບໍ່ສຳເລັດຈັກຢ່າງ ຖ້າເປັນຄັ້ງໜຶ່ງສອງຄັ້ງກໍ່ຍັງພໍອ້າງໄດ້ຢູ່ວ່າໂຊກບໍ່ດີ ດັ່ງນັ້ນ, ຢ່າໄປເສຍເວລາງົມເຂັມໃນແມ່ນໍ້າກັບຜູ້ຊາຍຝ່າຍແພ້ຕະຫຼອດເວລາ.

2. ສຳຫຼວດຄວາມເລົ້າໃຈ: ຜູ້ຊາຍຄົນໃດມີຄວາມສາມາດເຮັດໃຫ້ເຮົາຮູ້ສຶກ Hot ໄດ້ ຖ້າຈືດຈາງຈົນກະຕຸ້ນບໍ່ຂຶ້ນເຖິງຈະລອງຄົບຕໍ່ໄປຄວາມສຳພັນທີ່ມີກໍ່ຈະບໍ່ມີຄວາມໂຣແມັນຕິກຢ່າງແນ່ນອນ, ເລື່ອງຂອງອາລົມນັ້ນເປັນເລື່ອງຂອງທຳມະຊາດ? ເງິນຊື່ບໍ່ໄດ້

3. ເບິ່ງພາບລວມ ຢ່າເບິ່ງພຽງບາງສິ່ງບາງຢ່າງ: ທ່າທາງຫ້າວຫັນເຂັ້ມແຂງແມນສຸດໆ ແຕ່ຂອງແບບນີ້ເປັນພຽງສາກບັງໜ້າເທົ່ານັ້ນ ບຸກຄະລິກທີ່ຢູ່ພາຍໃນເທົ່ານັ້ນທີ່ເປັນຕົວຕົນທີ່ແທ້ຈິງຂອງແຕ່ລະຄົນ ຖ້າຢາກໄດ້ຄວາມຮັກທີ່ສະເໝີຕົ້ນສະເໝີປາຍ, ໝັ້ນຄົງ ແລະ ເຕີມເຕັມບຸກຄະລິກ ຄວນເບິ່ງໃຫ້ຮອບດ້ານຢ່າຫຼົງໄຫຼພຽງຮູບພຽງຫຸ່ນ

4. ຫາຜູ້ຊາຍທີ່ຫົວໃຈອົບອຸ່ນ: ຖ້າຢາກໄດ້ຄວາມຮັກຄວາມສຳພັນທີ່ອົບອຸ່ນ, ຫ່ວງໃຍ, ອ່ອນໂຍນ ແລະ ເຫັນອົກເຫັນໃຈກັນ ຕ້ອງຊອກຫາຜູ້ຊາຍທີ່ມີສາມາດມອບຄວາມອົບອຸ່ນໃຫ້ແກ່ເຮົາໄດ້ ເພາະການຄິດປ່ຽນແປງຜູ້ຊາຍນັ້ນເປັນເລື່ອງຍາກ ແລະ ເສຍເວລາ ເນື່ອງຈາກຜູ້ຊາຍມີໃຫ້ເຮົາໄດ້ສະເພາະສິ່ງທີ່ມີຢູ່ໃນຕົວເຂົາເຈົ້າເທົ່ານັ້ນ ຢ່າໄປຫວັງຫຼາຍເກີນໄປຈາກເຂົາເຈົ້າ

5. ຊອກຄົນທີ່ມີຊີວິດຄ້າຍຄືກັນ: ຫຼໍ່ແຖະ ທັງຫຸ່ນດີມີຊິກແພັກເບິ່ງມຸມໃດກໍ່ໃຈເຕັ້ນ ຮຽກໄດ້ວ່າດຶງດູດໃຈເກີນບັນຍາຍ ແຕ່ເຂົາເຈົ້າອາດຈະບໍ່ແມ່ນຄົນນັ້ນສຳລັບເຮົາ ຖ້າເຮົາແລະເຂົາບໍ່ມີສິ່ງທີ່ຄ້າຍຄືກັນເລຍ ບໍ່ວ່າຈະເປັນຄວາມສົນໃຈ, ຄວາມມັກ ຫຼື ການໃຊ້ຊີວິດ ຖ້າຍັງຝືນຕໍ່ໄປ ຄວາມແຕກຕ່າງກໍ່ຈະກໍ່ໃຫ້ເກີດຄວາມຂັດແຍ່ງ ແລະ ຈະສະສົມຂຶ້ນເລື້ອຍໆຈົນກາຍເປັນຈຸດແຕກຫັກ

6. ເບິ່ງຄົນທີ່ມີບຸກຄະລິກ ບໍ່ຂັດແຍ່ງ: ທຸກຄົນຍ່ອມມັກຄົນທີ່ມີບຸກຄະລິກດີ ບຸກຄະລິກບາງຢ່າງຂອງເຂົາເຈົ້າອາດເຂົ້າກັນໄດ້ດີກັບບຸກຄະລິກບາງຢ່າງຂອງເຮົາຫຼາຍກວ່າຄົນອື່ນໆ ຖ້າເຮົາຢາກມີຄວາມສຸກທີ່ໝັ້ນຄົງສະໝ່ຳສະເໝີ ແລະ ຍາວນານຄວນເລືອກຜູ້ຊາຍທີ່ເຂົ້າກັບເຮົາໄດ້ຫຼາຍກວ່າຜູ້ຊາຍທີ່ຂັດແຍ່ງກັບເຮົາ

ບາດນີ້ສາວໆແບບເຮົາໆກໍ່ຄົງຈະເລືອກຜູ້ຊາຍທີ່ຈະມາເປັນຄົນຮັກໄດ້ດີຂຶ້ນ ຫາກຄົນທີ່ຈະຮັກ ແລະ ຈິງໃຈຕໍ່ກັນມັນບໍ່ແມ່ນເຂົາຈະເບິ່ງພຽງຮູບຮ່າງພາຍນອກ ມັນຕ້ອງຈິງໃຈຂອງກັນ ແລະ ກັນທັງສອງຝ່າຍ...!

No comments

Powered by Blogger.