ອາເມຣິກາ ສົ່ງຍົນຖິ້ມລະເບີດ B-1B ເຂົ້າມາໃນທະເລຈີນໃຕ້ ທາງການຈີນສັ່ງໃຫ້ຕິດຕາມຢ່າງໃກ້ຊິດ - ອິດສະຫຼະ

ອາເມຣິກາ ສົ່ງຍົນຖິ້ມລະເບີດ B-1B ເຂົ້າມາໃນທະເລຈີນໃຕ້ ທາງການຈີນສັ່ງໃຫ້ຕິດຕາມຢ່າງໃກ້ຊິດ



ສຳນັກຂ່າວຕ່າງປະເທດລາຍງານ 10 ມິຖຸນາ 2017 ວ່າ: ມື້ວານນີ້ຈີນອອກຖະແຫຼງວ່າ ໄດ້ຕິດຕາມກິດຈະກຳຂອງກອງທັບສະຫະລັດອາເມຣິກາ ໃນທະເລຈີນໃຕ້ຢ່າງໃກ້ຊິດ ພາຍຫຼັງທີ່ມີຍົນຖິ້ມລະເບີດຂອງອາເມຣິກາ 2 ລຳ ໄດ້ບິນເຂົ້າມາເຝິກຊ້ອມຢູ່ບໍລິເວນເຂດນ່ານນ້ຳທີ່ມີຄວາມຂັດແຍ່ງກັນໃນທະເລຈີນໃຕ້.

ກອງບັນຊາການທະຫານພາກພື້ນອາຊີປາຊີຟິກຂອງສະຫະລັດອາເມຣິກາລະບຸວ່າ ຍົນຖິ້ມລະເບີດ B-1B Lancer ຈຳນວນ 2 ລຳ ຂອງກອງທັບອາກາດສະຫະລັດໄດ້ມີການເຝິກຊ້ອມໃນພາລະກິດການບິນ 10 ຊົ່ວໂມງຈາກເກາະກວມໄປຍັງທະເລຈີນໃຕ້ ເມື່ອວັນພະຫັດທີ່ຜ່ານມາ (8 ມິຖຸນາ) ໂດຍໄດ້ປະສານງານກັບເຮືອຮົບຕິດອາວຸດ USS Sterett ຂອງກອງທັບເຮືອ.

ນອກນີ້,​ ເມື່ອທ້າຍເດືອນພຶດສະພາທີ່ຜ່ານມາ ເຮືອຮົບລຳໜຶ່ງຂອງສະຫະລັດອາເມຣິກາ ກໍ່ໄດ້ມີການເຄື່ອນຕົວເຂົ້າໄປໃນທະເລຈີນໃຕ້ ແລະ ລອຍລຳຢູ່ຫ່າງຈາກເກາະທຽມທີ່ຈີນສ້າງໃນເຂດຄວາມຂັດແຍ່ງຢູ່ທະເລຈີນໃຕ້ກັບບັນດາປະເທດໃນອາຊຽນ  ພຽງ 22 ກິໂລແມັດ.

ຄຳຖະແຫຼງຂອງຈີນລະບຸວ່າ ຈີນຍັງຕິດຕາມກິດຈະກຳຕ່າງໆທາງທະຫານຂອງບັນດາປະເທດທີ່ກ່ຽວຂ້ອງໃນທະເລຈີນໃຕ້ຢ່າງສະໝ່ຳສະເໝີ ກອງທັບຈີນຈະປົກປັກຮັກສາອະທິປະຕໄຂອງຊາດ ລວມເຖິງຄວາມໝັ້ນຄົງປອດໄພ, ສັນຕິພາບ ແລະ ສະຖຽນລະພາບຂອງພູມມິພາກ.

ໂດຍທີ່ຜ່ານມາ ຈີນໄດ້ອ້າງກຳມະສິດໃນເນື້ອທີ່ເກືອບທັງໝົດຂອງທະເລຈີນໃຕ້ ເຊິ່ງເປັນເສັ້ນທາງເດີນເຮືອຂົນສົ່ງສິນຄ້າທີ່ມີມູນຄ່າເຖິງ 5 ລ້ານລ້ານໂດລາສະຫະລັດໃນແຕ່ລະປີ ເຮັດໃຫ້ເກີດຄວາມຂັດແຍ່ງກັບປະເທດບຣູໄນ, ມາເລເຊຍ, ຟິລິບປິນ, ໄຕຫວັນ ແລະ ຫວຽດນາມ ທີ່ຕ່າງກໍ່ອ້າງສິດໃນທະເລຈີນໃຕ້ເຊັ່ນກັນ.

No comments

Powered by Blogger.