ອິນໂດເນເຊຍ ຮຽກຮ້ອງໃຫ້ UN ອອກກົດໝາຍລັກລອບເຮັດປະມົງມີໂທດເທົ່າຄະດີອາຊະຍາກຳຂ້າມຊາດ - ອິດສະຫຼະ

ອິນໂດເນເຊຍ ຮຽກຮ້ອງໃຫ້ UN ອອກກົດໝາຍລັກລອບເຮັດປະມົງມີໂທດເທົ່າຄະດີອາຊະຍາກຳຂ້າມຊາດ



ສຳນັກຂ່າວຕ່າງປະເທດລາຍງານ 10 ມິຖຸນາ 2017 ວ່າ: ລັດຖະບານອິນໂດເນເຊຍ ຮຽກຮ້ອງໃຫ້ອົງການສະຫະປະຊາຊາດ ຊຸກດັນໃຫ້ການລັກລອບເຮັດການປະມົງໃນທະເລເປັນອາຊະຍາກຳຂ້າມຊາດ ເຊິ່ງການຮຽກຮ້ອງດັ່ງກ່າວຖືກຍົກຂຶ້ນມາເວົ້າໃນກອງປະຊຸມວ່າດ້ວຍເລື່ອງມະຫາສະໝຸດຂອງອົງການສະຫະປະຊາຊາດ ທີ່ນິວຢອກ ປະເທດສະຫະລັດອາເມຣິກາ ແລະ ຍັງຢູ່ໃນລະຫວ່າງການພິຈາລະນາຂອງສະມາຊິກປະເທດອື່ນໆ.

ການທີ່ປະເທດອິນໂດເນເຊຍເປັນແກນນຳໃຊ້ການຊຸກດັນກົດໝາຍການປະມົງໃນຄັ້ງນີ້ ເກີດຂຶ້ນເນື່ອງຈາກການລັກລອບເຮັດປະມົງຜິດກົດໝາຍ, ການປະມົງທີ່ບໍ່ໄດ້ລາຍງານ ແລະ ການປະມົງທີ່ບໍ່ໄດ້ຮັບອະນຸຍາດ ເຊິ່ງຮຽກວ່າ IUUF ນັ້ນ ອາດຕາມມາດ້ວຍການລັກລອບຂົນຢາເສບຕິດ, ການລັກລອບຄ້າ ຫຼື ຂົນອາວຸດ, ການລັກລອບຂົນສົ່ງສິນຄ້າຜິດກົດໝາຍ ລວມທັງການຄ້າມະນຸດ ເຊິ່ງບໍ່ສາມາດປະເມີນຄ່າຄວາມເສຍຫາຍໄດ້.

No comments

Powered by Blogger.