ເກົາຫຼີໃຕ້ຕາມສັນຍາຄື 2 ບໍ່ເອົາ 6 ສົ່ງລະບົບປ້ອງກັນທາງອາກາດ THAAD ກັບອາເມຣິກາ 4 - ອິດສະຫຼະ

ເກົາຫຼີໃຕ້ຕາມສັນຍາຄື 2 ບໍ່ເອົາ 6 ສົ່ງລະບົບປ້ອງກັນທາງອາກາດ THAAD ກັບອາເມຣິກາ 4



ສຳນັກຂ່າວຕ່າງປະເທດລາຍງານ 10 ມິຖຸນາ 2017 ວ່າ: ທ່ານ ຈອງ ອີ-ຢອງ ທີ່ປຶກສາດ້ານຄວາມໝັ້ນຄົງປະຈຳທຳນຽມປະທານປະເທດເກົາຫຼີໃຕ້ກ່າວໃນມື້ວານນີ້ວ່າ ການຕັດສິນໃຈຂອງລັດຖະບານໃນການເລື່ອນການຕິດຕັ້ງສ່ວນປະກອບຂອງລະບົບປ້ອງກັນທາງອາກາດ THAAD ເປັນໄປຕາມການປະເມີນຂອງຜູ້ຊ່ຽວຊານກ່ຽວກັບຜົນກະທົບດ້ານສິ່ງແວດລ້ອມ ແລະ ມາດຕະການອື່ນໆພາຍໃນປະເທດທີ່ກ່ຽວຂ້ອງ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ທຸກຝ່າຍວ່າ ການດຳເນີນການໃນອະນາຄົດຈະເປັນໄປຕາມຂະບວນການປະຊາທິປະໄຕ.

ທ່ານ ຈອງ ກ່າວຕື່ມວ່າ ລັດຖະບານເກົາຫຼີໃຕ້ຊຸດປັດຈຸບັນເຂົ້າໃຈດີເຖິງຄວາມສຳຄັນຂອງການຕິດຕັ້ງລະບົບປ້ອງກັນທາງອາກາດວ່າ ເພື່ອເປັນການປ້ອງກັນອະທິປະໄຕຂອງເກົາຫຼີໃຕ້ ແລະ ກອງທັບສະຫະລັດທີ່ຢູ່ໃນປະເທດໃຫ້ລອດພົ້ນຈາກໄພທີ່ອາດຈະເກີດຂຶ້ນ ເຖິງຢ່າງໃດກໍ່ຕາມການຫາແນວທາງອື່ນຮ່ວມກັນໃນການປົກປ້ອງປະເທດຈາກໂຄງການດ້ານອາວຸດຂອງເກົາຫຼີເໜືອຈະເປັນໜຶ່ງໃນບັນຫາທີ່ທ່ານ ມູນ ແຈອິນ ປະທານປະເທດເກົາຫຼີໃຕ້ ຈະຍົກຂຶ້ນມາປຶກສາຫາລືກັບທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ໃນລະຫວ່າງການເດີນທາງຢ້ຽມຢາມນະຄອນຫຼວງວໍຊິງຕັນໃນທ້າຍເດືອນນີ້.

ເຊິ່ງຄຳປະກາດຂອງຜູ້ນຳເກົາຫຼີໃຕ້ ສ້າງຄວາມບໍ່ສະບາຍໃຈໃຫ້ແກ່ອາເມຣິກາ ທີ່ໄດ້ປະກາດເມື່ອວັນພຸດທີ່ຜ່ານມາວ່າ ໃຫ້ຢຸດຕິການຕິດຕັ້ງສ່ວນປະກອບຂອງລະບົບປ້ອງກັນທາງອາກາດ THAAD 4 ອັນທີ່ເກີນມານັ້ນອອກໄປກອ່ນ ຈົນກວ່າຈະປະເມີນຜົນກະທົບດ້ານສິ່ງແວດລ້ອມສຳເລັດ ເຊິ່ງມີລາຍງານວ່າອາດຈະໃຊ້ເວລາດົນເຖິງ 1 ປີ ໂດຍຄຳສັ່ງດັ່ງກ່າວເປັນໄປຕາມຄຳໝັ້ນສັນຍາຂອງທ່ານ ມູນ ທີ່ກ່າວໄວ້ໃນການຫາສຽງວ່າຈະ "ທົບທວນ" ການຕິດຕັ້ງລະບົບ THAAD ໃນປະເທດ ທີ່ເປັນຂໍ້ຕົກລົງທີ່ປະຕິບັດໂດຍລັດຖະບານຊຸດກ່ອນໜ້ານີ້ຂອງອະດີດປະທານປະເທດທ່ານນາງ ປາກ ກຶນ-ເຮ.


No comments

Powered by Blogger.