ອາເມຣິກາສົ່ງໜ່ວຍຮົບພິເສດເຂົ້າຊ່ວຍກອງທັບຟິລິບປິນ ສູ້ຮົບກັບກຸ່ມຫົວຮຸນແຮງຢຶດເມືອງມາຣາວີ - ອິດສະຫຼະ

ອາເມຣິກາສົ່ງໜ່ວຍຮົບພິເສດເຂົ້າຊ່ວຍກອງທັບຟິລິບປິນ ສູ້ຮົບກັບກຸ່ມຫົວຮຸນແຮງຢຶດເມືອງມາຣາວີ



ສຳນັກຂ່າວຕ່າງປະເທດລາຍງານ 10 ມິຖຸນາ 2017 ວ່າ: ສະຖານເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳນະຄອນຫຼວງມະນິລາ ປະເທດຟິລິບປິນ ລາຍງານໃນມື້ນີ້ວ່າ ໜ່ວຍຮົບພິເສດຂອງກອງທັບອາເມຣິກາໄດ້ເຂົ້າຮ່ວມປະຕິບັດການທາງທະຫານໃນເມືອງມາຣາວີ ຢູ່ເກາະມິນດາເນົາ ພາກໃຕ້ຂອງປະເທດຟິລິບປິນ ເພື່ອໃຫ້ການຊ່ວຍເຫຼືອເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງ ໃນການປາບປາມກຸ່ມຕິດອາວຸດເມົາເຕ ເຊິ່ງຍັງຄົງຢຶດຄອງບາງສ່ວນຂອງເມືອງມາຣາວີໄວ້ໄດ້ຢ່າງໜຽວແໜ້ນ ຕັ້ງແຕ່ໄລຍະທ້າຍເດືອນທີ່ຜ່ານມາ.

ເຖິງຢ່າງກໍ່ຕາມ ລາຍງານຂອງສະຖານທູດສະຫະລັດອາເມຣິກາບໍ່ໄດ້ຊີ້ແຈງລາຍລະອຽດວ່າ ກອງທັບສະຫະລັດອາເມຣິກາເຂົ້າໄປມີສ່ວນຮ່ວມກັບສະຖານະການໃນເມືອງມາຣາວີໄດ້ແນວໃດ ແລະ ຕັ້ງແຕ່ຕອນໃດ, ໂດຍລະບຸພຽງວ່າການດຳເນີນການເປັນໄປຕາມການຂໍຮ້ອງຈາກລັດຖະບານຟິລິບປິນ ຂະນະທີ່ສື່ທ້ອງຖິ່ນລາຍງານການພົບເຫັນຍົນປາບປາມເຮືອດຳນ້ຳແບບ P-3 Orion ລຳໜຶ່ງ ບິນເຂົ້າມາໃນເຂດເມືອງມາຣາວີ ເມື່ອວັນສຸກທີ່ຜ່ານມາ ແຕ່ຍັງບໍ່ພົບເຫັນການເຄື່ອນໄຫວຂອງທະຫານອາເມຣິກາໃນພາກພື້ນດິນ ຂະນະທີ່ໂຄສົກກອງທັບຟິລິບປິນກ່າວວ່າ ການຊ່ວຍເຫຼືອຈາກສະຫະລັດອາເມຣິກາກ່ຽວຂ້ອງກັບສະເພາະໃນດ້ານເຕັກນິກເທົ່ານັ້ນ.

ເຊິ່ງທ່ານ ໂດດຼິໂກ ດູເຕເຕ ປະທານປະເທດຟິລິບປິນໄດ້ປະກາດກົດໄອຍະການເສິກເບື້ອງຕົ້ນເປັນເວລາ 60 ມື້ ຄວບຄຸມທົ່ວເກາະມິນດາເນົາ ນັບມາຕັ້ງແຕ່ວັນທີ 23 ພຶດສະພາ 2017 ເປັນຕົ້ນມາ ເພື່ອເປັນການມອບອຳນາດຢ່າງເຕັມທີ່ໃຫ້ແກ່ກອງທັບໃນການປາບປາມກຸ່ມເມົາເຕ ເຊິ່ງເປັນພັນທະມິດກັບກຸ່ມອາບູ ໄຊຢາບ ແລະ ທັງສອງກຸ່ມລ້ວນແລ້ວແຕ່ປະກາດຕົວເປັນພັນທະມິດຂອງກຸ່ມ IS, ໂດຍສະຖານະການທະວີຄວາມຮຸນແຮງເພາະເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງໄລ່ລ່າທ້າວ ອິສນີລອນ ຮາປີລອນ ຜູ້ບັນຊາການອາວຸໂສຂອງກຸ່ມອາບູ ໄຊຢາບ ທີ່ເຊື່ອວ່າຫຼົບລີ້ຢູ່ໃນເມືອງມາຣາວີ ແລະ ກຸ່ມອາບູ ໄຊຢາບ ໄດ້ຂໍຄວາມຊ່ວຍເຫຼືອຈາກກຸ່ມເມົາເຕ ເພື່ອຕີຕ້ານເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຂອງຟິລິບປິນ, ໂດຍການສູ້ຮົບດັ່ງກ່າວສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຫຼາຍກວ່າ 200 ຄົນ, ໃນຈຳນວນນີ້ຢ່າງໜ້ອຍ 138 ຄົນເປັນກຸ່ມຄົນຮ້າຍ, ທະຫານເສຍຊີວິດຢ່າງໜ້ອຍ 45 ຄົນ ແລະ ປະຊາຊົນອີກເກືອບ 40 ຄົນ.

No comments

Powered by Blogger.