ເກົາຫຼີໃຕ້ປະຊຸມຄວາມໝັ້ນຄົງແຫ່ງຊາດ ເພື່ອຫາມາດຕະການຕອບໂຕ້ເກົາຫຼີເໜືອ - ອິດສະຫຼະ

ເກົາຫຼີໃຕ້ປະຊຸມຄວາມໝັ້ນຄົງແຫ່ງຊາດ ເພື່ອຫາມາດຕະການຕອບໂຕ້ເກົາຫຼີເໜືອ



ໂຄສົກກອງທັບເກົາຫຼີໃຕ້ຖະແຫຼງວ່າ ເກົາຫຼີເໜືອອາດຈະກຳລັງພະຍາຍາມເຮັດໃຫ້ເຫັນວ່າຕົນໄດ້ປຽບ ແລະ ເປັນຝ່າຍຄຸມເກມເໜືອເກົາຫຼີໃຕ້ ແລະ ສະຫະລັດອາເມຣິກາ, ໂດຍການຍິງຂີປະນາວຸດຫຼາຍລູກຂອງເກົາຫຼີເໜືອໃນຕອນເຊົ້າມື້ນີ້ ເຊິ່ງຄາດວ່າເປັນການຍິງຈາກພື້ນ ເພື່ອເປົ້າໝາຍໃນການໂຈມຕີເຮືອຮົບໃນທະເລ ເປັນການທົດລອງຂີປະນາວຸດຄັ້ງທີ 4 ຂອງເກົາຫຼີເໜືອ ນັບຕັ້ງແຕ່ທ່ານ ມູນ ແຈອິນ ເຂົ້າຮັບຕຳແໜ່ງປະທານປະເທດເກົາຫຼີໃຕ້ຢ່າງເປັນທາງການ ເມື່ອວັນທີ 10 ພຶດສະພາ 2017 ທີ່ຜ່ານມາ.

ເຖິງຢ່າງໃດກໍ່ຕາມ ສຳນັກຂ່າວ YTN ຂອງເກົາຫຼີໃຕ້ລາຍງານວ່າ ທ່ານ ມູນ ມີກຳນົດເຂົ້າຮ່ວມປະຊຸມສະພາຄວາມໝັ້ນຄົງແຫ່ງຊາດໃນມື້ນີ້ ເພື່ອປຶກສາຫາລືກ່ຽວວກັບມາດຕະການໃນການຕອບໂຕ້ເກົາຫຼີເໜືອ ເຊິ່ງການປະຊຸມຈະເລີ່ມຕົ້ນຂຶ້ນໃນເວລາ 14:00 ນາທີ ຕາມເວລາທ້ອງຖິ່ນ.

ກ່ອນໜ້ານີ້ ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຫຼື UNSC ຫາກໍ່ຜ່ານມະຕິການໃຊ້ມາດຕະການຂວ້ຳບາດຄັ້ງໃໝ່ຕໍ່ກັບເກົາຫຼີເໜືອ, ຂະນະທີ່ເກົາຫຼີເໜືອກໍ່ປະກາດວ່າ ຈະເລັ່ງເດີນໜ້າໂຄງການອາວຸດນິວເຄຼຍ ແລະ ຂີປະນາວຸດຕໍ່ໄປ.

No comments

Powered by Blogger.