ເຫດກໍ່ການຮ້າຍໃຈກາງນະຄອນຫຼວງລອນດອນ ປະເທດດອັງກິດເສຍຊີວິດ ແລະ ບາດເຈັບຈຳນວນຫຼາຍ - ອິດສະຫຼະ

ເຫດກໍ່ການຮ້າຍໃຈກາງນະຄອນຫຼວງລອນດອນ ປະເທດດອັງກິດເສຍຊີວິດ ແລະ ບາດເຈັບຈຳນວນຫຼາຍ



ສຳນັກຂ່າວຕ່າງປະເທດລາຍງານ 4 ມິຖຸນາ 2017 ວ່າ: ເຫດການເກີດຂຶ້ນເວລາປະມານ 22:00 ນາທີ ຕາມເວລາທ້ອງຖິ່ນຂອງຄືນວັນທີ 3 ມິຖຸນາ ທີ່ຂົວລອນດອນ ແລະ ໂບໂຣມາເກັດ ມີຜູ້ເສຍຊີວິດ 6 ຄົນ ແລະ ຜູ້ຕ້ອງສົງໄສຢ່າງໜ້ອຍ 3 ຄົນຖືກຕຳຫຼວດຍິງເສຍຊີວິດ, ຂະນະດຽວກັນກໍ່ມີຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 48 ຄົນ ໃນຈຳນວນນີ້ມີຕຳຫຼວດໄດ້ຮັບບາດເຈັບສາຫັດ 1 ຄົນ.

ເຊິ່ງຄົນຮ້າຍໄດ້ຂີ່ລົດຕຳໃສ່ປະຊາຊົນທີ່ກຳລັງຍ່າງຢູ່ຂົວລອນດອນ ຈາກນັ້ນຄົນຮ້າຍໄດ້ແລ່ນລົງຈາກລົດໃຊ້ມີດໄລ່ແທງຄົນຢູ່ນຳທາງ ແລະ ເຈົ້າໜ້າທີ່ຕຳຫຼວດ, ຕຳຫຼວດອັງກິດຢືນຢັນວ່າເຫດການທີ່ເກີດຂຶ້ນນັ້ນເປັນການກໍ່ການຮ້າຍ ແລະ ທ່ານນາງ ເທເຣຊາ ເມ ນາຍົກລັດຖະມົນຕີຂອງອັງກິດກໍ່ໄດ້ຮຽກປະຊຸມຄະນະກຳມະການຮັບມືເຫດສຸກເສີນໃນທັນທີ.

ຂ່າວທີ່ກ່ຽວຂ້ອງ:
ກໍ່ການຮ້າຍໂຈມຕີໃຈກາງນະຄອນຫຼວງລອນດອນ ຂີ່ລົດໄລ່ຕຳ-ໃຊ້ມີດໄລ່ແທງຄົນ


No comments

Powered by Blogger.