CNN ໄລ່ນັກສະແດງຕະຫຼົກອອກ ເພາະສຽດສີ ປ.ທຣຳ ຮຸນແຮງເກີນໄປ - ອິດສະຫຼະ

CNN ໄລ່ນັກສະແດງຕະຫຼົກອອກ ເພາະສຽດສີ ປ.ທຣຳ ຮຸນແຮງເກີນໄປ



ສຳນັກຂ່າວຕ່າງປະເທດລາຍງານ 1 ມິຖຸນາ 2017 ວ່າ: CNN ຍົກເລີກສັນຍາບໍ່ໃຫ້  Kathy Griffin ເປັນພິທີກອນຮ່ວມໃນລາຍການ New Year's Eve ອີກຕໍ່ໄປ ພາຍຫຼັງມີພາບຖ່າຍທີ່ຖືຫົວທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດຄົນປັດຈຸບັນ ເຜີຍແຜ່ໃນໂລກອອນລາຍ.

New Year's Eve ເປັນລາຍການທີ່ CNN ຈັດຂຶ້ນເປັນປະຈຳທຸກໆປີໃນວັນທີ 31 ທັນວາ ແລະ Kathy Griffin ກໍ່ເປັນພິທີກອນຮ່ວມມາໂດຍຕະຫຼອດ 10 ປີຜ່ານມາ ເຊິ່ງ Kathy Griffin ນັກສະແດງຕະຫຼົກອາຍຸ 56 ປີຄົນດັ່ງກ່າວ ກໍ່ໄດ້ອອກມາຂໍໂທດ ແລະ ຂໍໃຫ້ທີມຜູ້ຖ່າຍລົບພາບອອກຈາກອິນເຕີເນັດ ແຕ່ກໍ່ຊ້າເກີນໄປແລ້ວ ເພາະພາບຖືກເຜີຍແຜ່ຕໍ່ເປັນຈຳນວນຫຼາຍ.


No comments

Powered by Blogger.