ລັດເຊຍໂຈມຕີກຸ່ມ IS ທາງອາກາດອີກຄັ້ງ ທີ່ຣັກກາ ປະເທດຊີຣີ ຕາຍຫຼາຍກວ່າ 80 - ອິດສະຫຼະ

ລັດເຊຍໂຈມຕີກຸ່ມ IS ທາງອາກາດອີກຄັ້ງ ທີ່ຣັກກາ ປະເທດຊີຣີ ຕາຍຫຼາຍກວ່າ 80



ສຳນັກຂ່າວຕ່າງປະເທດລາຍງານ 1 ມິຖຸນາ 2017 ວ່າ: ກະຊວງປ້ອງກັນປະເທດລັດເຊຍອອກຖະແຫຼງວ່າ: ໄດ້ປະຕິບັດການໂຈມຕີທາງອາກາດອີກຄັ້ງ ເພື່ອທຳລາຍຂະບວນລົດຂອງກຸ່ມ IS ທີ່ກຳລັງເດີນທາງອອກຈາກເມືອງຣັກກາ ໄປ ເມືອງພາໄມຣາ ໃນຄືນຂອງວັນທີ 29 ຕໍ່ໃສ່ວັນທີ 30 ພຶດສະພາ ທີ່ຜ່ານມາ, ໂດຍຄັ້ງກ່ອນໜ້ານີ້ເກີດຂຶ້ນໃນວັນທີ 25 ພຶດສະພາ ທີ່ຜ່ານມາ, ການໂຈມຕີຄັ້ງນີ້ສົ່ງຜົນໃຫ້ກຸ່ມ IS ເສຍຊີວິດກວ່າ 80 ຄົນ.


No comments

Powered by Blogger.