ທ່ານ ນາຍົກລັດຖະມົນຕີ ລົງຕິດຕາມເຄື່ອນໄຫວ ແລະ ຊຸກຍູ້ການຜະລິດທີ່ເມືອງນາຊາຍທອງ - ອິດສະຫຼະ

ທ່ານ ນາຍົກລັດຖະມົນຕີ ລົງຕິດຕາມເຄື່ອນໄຫວ ແລະ ຊຸກຍູ້ການຜະລິດທີ່ເມືອງນາຊາຍທອງ



ໃນວັນທີ 27 ກໍລະກົດ 2017 ທີ່ຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ຊຸກຍູ້ບັນດາຫົວໜ່ວຍການຜະລິດ ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານເຈົ້າເມືອງໆນາຊາຍທອງ ແລະ ບັນດາພະແນກການທີ່ກ່ຽວຂ້ອງໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໃນການເດີນທາງໄປເຄື່ອນໄຫວຄັ້ງນີ້, ທ່ານນາຍົກລັດຖະມົນຕີ ແລະ ຄະນະໄດ້ໄປຢ້ຽມຢາມຟາມໝູພໍ່ແມ່ພັນ, ໝູຂຸນ, ເພາະພັນປາທີ່ບ້ານໜອງສະ, ໂຮງງານຂ້າສັດທັນສະໄໝ ແລະ ປຸງແຕ່ງຊີ້ນ ຢູ່ທີ່ນໍ້າຊວງ ຂອງບໍລິສັດ ເອັກສ໌ພີ ການຄ້າ ລາວ-ຈີນ ຈຳກັດ ເຊິ່ງເປັນ 2 ກິດຈະກໍາ ໃນ 4 ກິດຈະກຳ ຂອງບໍລິສັດດັ່ງກ່າວ (ລວມທັງສູນອົບແຫ້ງສາລີ-ໂຮງງານຜະລິດອາຫານສັດ ແລະ ຟາມງົວ).


ໃນນັ້ນ, ຟາມໝູ ແມ່ນໄດ້ເລີ່ມກໍ່ສ້າງມາແຕ່ປີ 2012 ປັດຈຸບັນ, ໄດ້ນຳໃຊ້ເຕັກນິກທີ່ທັນສະໄໝ ຈາກຕ່າງປະເທດ ເຊິ່ງມີໝູພໍ່ແມ່ພັນ 500 ກວ່າໂຕ ແລະ ໝູຂຸນ 2 ພັນໂຕ, ສາມາດຜະລິດລູກໝູ ໄດ້ສະເລ່ຍ 500 ໂຕຕໍ່ເດືອນ ແລະ ມີຄາດໝາຍວ່າ ໃນທ້າຍປີ 2017 ນີ້ ຈະໃຫ້ໄດ້ 1 ພັນໂຕຕໍ່ເດືອນ; ສຳລັບໂຮງງານຂ້າສັດນໍ້າຊວງ ແມ່ນໄດ້ສຳເລັດການປັບປຸງໃນກາງປີ 2016 ມາຮອດປັດຈຸບັນ, ສາມາດຂ້າໝູໄດ້ 50 ໂຕຕໍ່ວັນ ແລະ ງົວ 7 ໂຕຕໍ່ວັນ ໂດຍມີຮ້ານຈຳໜ່າຍ 1 ຮ້ານ ແລະ ຮ້ານຂາຍຍ່ອຍອີກ 1 ຮ້ານ. ນອກນັ້ນ, ກໍ່ໄດ້ຂາຍສົ່ງໃຫ້ ຮ້ານມິນິມາກ, ຮ້ານອາຫານ, ໂຮງແຮມ, ບັນດາໂຄງການ ແລະ ສົ່ງອອກຜະລິດຕະພັນ ໄປ ສສ.ຫວຽດນາມ.


ຫຼັງຈາກນັ້ນ, ຄະນະທ່ານນາຍົກລັດຖະມົນຕີ ກໍ່ໄດ້ໄປຢ້ຽມຢາມຄອບຄົວຕົວແບບການລ້ຽງງົວ ທີ່ຟາມສີຈັນທະລາດ ຢູ່ບ້ານໂພນແພງ ເມືອງນາຊາຍທອງ ເຊິ່ງ ທ່ານ ສຸທອງ ສີຈັນທະລາດ ເຈົ້າຂອງຟາມດັ່ງກ່າວ ໄດ້ລາຍງານໃຫ້ຮູ້ວ່າ: ໄດ້ເລີ່ມລ້ຽງງົວແບບເປັນຟາມຂະໜາດນ້ອຍ ໃນປີ 2007 ມີງົວ 20 ໂຕ, ພ້ອມທັງລົງທຶນສ້າງໂຮງຂ້າສັດ. ມາຮອດປີ 2012 ໄດ້ລົງທຶນປູກຫຍ້າຕື່ມອີກໃນເນື້ອທີ່ 5 ເຮັກຕາ ແລະ ຂະຫຍາຍເປັນ 15 ເຮັກຕາໃນປັດຈຸບັນ ເພື່ອລ້ຽງງົວທີ່ເພີ່ມຂຶ້ນ 100 ກວ່າໂຕ ແລະ ລ້ຽງໝູອີກ 200 ກວ່າໂຕ ສາມາດສ້າງລາຍຮັບໃຫ້ຄອບຄົວປະມານ 250-300 ລ້ານກີບຕໍ່ປີ.


ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ພ້ອມຄະນະຍັງໄດ້ເດີນທາງໄປຢ້ຽມຢາມກຸ່ມຫັດຖະກຳຕ່ຳສິ້ນ ທີ່ບ້ານນໍ້າຫຸມ ທີ່ມີຜູ້ຕ່ຳຫູກເຖິງ 205 ຫຼັງຄາເຮືອນ. ໃນນັ້ນ, ເປັນສະມາຊິກໃນກຸ່ມຫັດຖະກຳ 90 ກວ່າຫຼັງຄາເຮືອນ ທັງທຳການຜະລິດ ແລະ ເກັບຊື້ນຳຄອບຄົວຜູ້ຕໍ່າຫູກ ເພື່ອນຳໄປຈຳໜ່າຍຕາມທ້ອງຕະຫຼາດທົ່ວໄປ.


ໃນເວລາຕໍ່ມາ ກໍ່ໄດ້ເດີນທາງໄປຢ້ຽມຢາມ ກິດຈະກຳການຜະລິດເຂົ້າ ເປັນສິນຄ້າໂອດັອບ (ODOP) ຂອງບໍລິສັດ ຄຳແພງເພັດແຈ້ງສະຫວ່າງ ສົ່ງເສີມການກະເສດ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ທີ່ບ້ານນາສ້ຽວ ເຊິ່ງເລີ່ມກິດຈະກຳເກັບຊື້ເຂົ້າ ແລະ ປ້ອນເຂົ້າໂຮງສີຂະໜາດນ້ອຍ ມາແຕ່ປີ 1983 ຮອດປີ 2008 ກໍ່ຂະຫຍາຍເປັນໂຮງສີຂະໜາດກາງ ແລະ ກາຍເປັນໂຮງສີຂະໜາດໃຫຍ່ທີ່ທັນສະໄໝ ໃນສົກປີ 2010-2011 ທີ່ສາມາດຜະລິດເຂົ້າສານໄດ້ 15 ໂຕນຕໍ່ຊົ່ວໂມງ ແນໃສ່ຂະຫຍາຍຕະຫຼາດອອກສູ່ຕ່າງປະເທດ ພ້ອມທັງຂະຫຍາຍເນື້ອທີ່ປູກເຂົ້າຂອງບໍລິສັດ 200 ກວ່າເຮັກຕາ ແລະ ເກັບຊື້ເຂົ້ານຳຊາວນາໃຫ້ມີຂອບເຂດກວ້າງອອກ, ໄດ້ຈົດລິຂະສິດຂອງຜະລິດຕະພັນເຂົ້າ ໂດຍໃຊ້ຊື່ວ່າ “ເຂົ້າກາຕາເວັນແດງ” ແລະ ກາຍເປັນຜະລິດຕະພັນໂອດັອບຂອງເມືອງນາຊາຍທອງ. ນອກນີ້, ຍັງມີຫຼາຍ ກິດຈະກຳສຳຮອງ ເປັນຕົ້ນ ຟາມໝູພັນຊີ້ນ, ຟາມໄກ່ພັນຊີ້ນ ແລະ ຟາມໄກ່ໄຂ່.

ໃນການໄປຢ້ຽມຢາມເທື່ອນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຜູ້ປະກອບການ ແລະ ຊາວກະສິກອນ ທີ່ໄດ້ມີຄວາມພະຍາຍາມສູງ ເພື່ອຍົກລະດັບ ການຜະລິດຂອງຕົນ, ປະກອບສ່ວນຢ່າງຕັ້ງໜ້າຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ກໍ່ຄືຂອງນະຄອນຫຼວງ. ທັງຍັງສ້າງໃຫ້ມີໃບໜ້າອັນໃໝ່ ຂອງການຜະລິດ ທັງການຜະລິດທີ່ທັນ ສະໄໝຂຶ້ນ, ມີການນຳໃຊ້ເຕັກນິກ-ເຕັກໂນໂລຊີ ທີ່ມີມາດຕະຖານສູງ ສາມາດແຂ່ງຂັນກັບປະເທດອື່ນໆໄດ້, ເປັນຕົວຢ່າງທີ່ດີ ໃຫ້ຜູ້ປະກອບການອື່ນໆ ລວມເຖິງການປະກອບສ່ວນ ໃຫ້ແກ່ການ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນລາວບັນດາເຜົ່າ; ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງເນັ້ນໃຫ້ຜູ້ປະກອບການ ຕ້ອງໄດ້ເອົາໃຈໃສ່ບາງບັນຫາ ເປັນຕົ້ນ ໃຫ້ເອົາໃຈໃສ່ສ້າງຜູ້ຊ່ຽວຊານ ແລະ ນັກວິຊາການ ທີ່ຊຳນານງານ ເພື່ອເປັນກຳລັງແຮງ ໃຫ້ແກ່ການຜະລິດໃນຕໍ່ໜ້າ, ພະຍາຍາມຊອກຮູ້-ຖອດຖອນບົດຮຽນທີ່ດີຈາກພາຍໃນ ແລະ ຕ່າງປະເທດ, ເອົາໃຈໃສ່ເຜີຍແຜ່ບົດຮຽນ ເຕັກນິກຕ່າງໆ ໃຫ້ແກ່ຊາວກະສິກອນ; ສຳລັບບັນດາຂໍ້ສະເໜີຕ່າງໆ ໃນຄະນະລັດຖະບານ ຈະໄດ້ພ້ອມກັນປຶກສາຫາລື ແລະ ປຸກລະດົມຂົນຂວາຍການຊ່ວຍເຫຼືອຈາກຕ່າງປະເທດ ເພື່ອຊ່ວຍເຫຼືອ ຜູ້ປະກອບການ ແລະ ຊາວກະສິກອນ ເພື່ອເຮັດໃຫ້ການຜະລິດພາຍໃນ ມີຄວາມເຂັ້ມແຂງ, ມີຄວາມອາດສາມາດແຂ່ງຂັນໄດ້, ມີທຶນໝູນວຽນທີ່ພຽງພໍ ແລະ ພະຍາຍາມແກ້ໄຂບັນດາຂັ້ນຂອດ ທີ່ເປັນສິ່ງກີດຂວາງຂອງຜູ້ປະກອບການ.

No comments

Powered by Blogger.