ສະຫຼຸບ ຕົວເລກເສດຖະກິດຂອງ ສປປ.ລາວ ໃນປີຜ່ານມາ ຈາກການລາຍງານຂອງທະນາຄານແຫ່ງ ສປປ.ລາວ - ອິດສະຫຼະ

ສະຫຼຸບ ຕົວເລກເສດຖະກິດຂອງ ສປປ.ລາວ ໃນປີຜ່ານມາ ຈາກການລາຍງານຂອງທະນາຄານແຫ່ງ ສປປ.ລາວ



ອີງຕາມການລາຍງານຂອງທະນາຄານແຫ່ງ ສປປ.ລາວ (ທຫລ) ໃນບົດລາຍງານເສດຖະກິດ ປະຈຳປີ 2016  ສະແດງໃຫ້ເຫັນວ່າເສດຖະກິດຂອງ ສປປ.ລາວ ຍັງມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ ຍ້ອນແຮງຍູ້ໝູນຂອງກະແສເງິນລົງທຶນຈາກຕ່າງປະເທດ ທີ່ຍັງສືບຕໍ່ໄຫຼເຂົ້າໃນຂະແໜງພະລັງງານໄຟຟ້າ ປະກອບກັບການຜະລິດ ແລະ ສົ່ງອອກກະແສໄຟຟ້າທີ່ເພີ່ມສູງຂຶ້ນ ດັ່ງຕົວເລກເສດຖະກິດໃນບາງດ້ານດັ່ງລຸ່ມນີ້:

1. ການຂະຫຍາຍຕົວຂອງເສດຖະກິດ ສປປ.ລາວ
ໃນປີ 2016, ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວດ້ວຍອັດຕາ 7.02% , ເຊິ່ງປັດໄຈສຳຄັນມາຈາກການຂະຫຍາຍຕົວຂອງຂະແໜງອຸດສາສະກຳ ແລະ ການບໍລິການ ເປັນຕົ້ນແມ່ນພະລັງງານໄຟຟ້າ, ອຸດສາຫະກຳປຸງແຕ່ງ ແລະ ການບໍລິການດ້ານຂົນສົ່ງ ແລະ ສາງ. ມູນຄ່າລວມຍອດຜະລິດຕະພັນພາຍໃນ (ຕາມລາຄາໃນປີ) ເພີ່ມຂຶ້ນຈາກ 117,252 ຕື້ກີບ ມາເປັນ 129,279 ຕື້ກີບ ແລະ ລາຍໄດ້ສະເລ່ຍຕໍ່ຫົວຄົນສາມາດບັນລຸໄດ້ 19,580,000 ກີບ ຫຼື 2,408 ໂດລາສະຫະລັດ.

- ຂະແໜງກະສິກຳ ຂະຫຍາຍຕົວໃນລະດັບ 2.76% ກວມເອົາ 17.23% ຂອງ GDP.
- ຂະແໜງອຸດສາຫະກຳ ຂະຫຍາຍຕົວໃນລະດັບ 12% ກວມເອົາ 28.76% ຂອງ GDP
- ຂະແໜງບໍລິການ ຂະຫຍາຍຕົວໃນລະດັບ 4.65% ກວມເອົາ 42.48% ຂອງ GDP

ເຊິ່ງໃນປີ 2016 ອັດຕາສ່ວນ GDP ແຍກຕາມຂະແໜງການປະກອບດ້ວຍຂະແໜງບໍລິການ 42.48%, ຂະແໜງອຸດສາຫະກຳ 28.76%, ຂະແໜງກະສິກຳ 17.23% ແລະ ພາສີອາກອນຜະລິດຕະພັນ (ສຸດທິ) 11.53%.

ສ່ວນອັດຕາເງິນເຟີ້ເພີ່ມຂຶ້ນເລັກນ້ອຍເມື່ອທຽບກັບປີ 2015 ແຕ່ຍັງຢູ່ໃນລະດັບຕ່ຳກວ່າອັດຕາການຂະຫຍາຍຕົວຂອງເສດຖະກິດ. ໃນປີ 2016, ອັດຕາເງິນເຟີ້ສະເລ່ຍຢູ່ໃນລະດັບ 1.60%, ເພີ່ມຂຶ້ນ 0.32% ທຽບໃສ່ປີ 2015 ສາເຫດຍ້ອນການປັບຂຶ້ນລາຄານ້ຳມັນເຊື້ອໄຟພາຍໃນປະເທດ ເຊິ່ງໝວດອາຫານ ແລະ ເຄື່ອງດື່ມບໍ່ແມ່ນເຫຼົ້າເພີ່ມຂຶ້ນຫຼາຍທີ່ສຸດຄື 1.98%.

2. ຂະແໜງການເງິນຂອງລັດ
ຖານະການເງິນຂອງລັດໃນສົກປີ 2015-2016, ຖານະການເງິນຂອງລັດຖະບານຂາດດຸນ 6,721.18 ຕື້ກີບ, ກວມເອົາ 6.18% ຂອງ GDP. ໃນນັ້ນ, ການເກັບລາຍຮັບຂອງລັດຖະບານສາມາດປະຕິບັດໄດ້ 20,991.15 ຕື້ກີບ, ກວມເອົາ 19.31% ຂອງ GDP ແລະ ລາຍຈ່າຍຂອງລັດຖະບານປະຕິບັດໄດ້ 27,712.33 ຕື້ກີບ, ກວມເອົາ 25.49% ຂອງ GDP

3. ດຸນການຊຳລະກັບຕ່າງປະເທດ
ໃນປີ 2016, ດຸນບັນຊີຊຳລະປົກກະຕິຂາດດຸນ 1,233.70 ລ້ານໂດລາສະຫະລັດ, ໃນຂະນະທີ່ດຸນບັນຊີທຶນ ແລະ ການເງິນເກີນດຸນ 2,529.70 ລ້ານໂດລາສະຫະລັດ ເຮັດໃຫ້ດຸນການຊຳລະກັບຕ່າງປະເທດຂາດດຸນໃນລະດັບ 171.92 ລ້ານໂດລາສະຫະລັດ ແລະ ຄັງສຳຮອງເງິນຕາຕ່າງປະເທດຫຼຸດລົງຈາກ 986.85 ລ້ານໂດລາສະຫະລັດໃນປີ 2015 ມາຢູ່ລະດັບ 814.93 ລ້ານໂດລາສະຫະລັດໃນປີນີ້ ເຊິ່ງສາມາດກຸ້ມການນຳເຂົ້າສິນຄ້າໄດ້ 5.26 ເດືອນ.


No comments

Powered by Blogger.