ສານຈາກລັດຖະບານ ເນື່ອງໃນໂອກາດວັນວັນສາກົນ ຕ້ານການຄ້າມະນຸດ - ອິດສະຫຼະ

ສານຈາກລັດຖະບານ ເນື່ອງໃນໂອກາດວັນວັນສາກົນ ຕ້ານການຄ້າມະນຸດ



ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ເປັນຕົວແທນໃຫ້ແກ່ລັດຖະບານໃນການເຜີຍແຜ່ສານ ເນື່ອງໃນໂອກາດວັນສາກົນ ຕ້ານການຄ້າມະນຸດ ໃນວັນທີ 30 ກໍລະກົດ 2017 ທີ່ຈະມາເຖິງນີ້ ໂດຍມີເນື້ອໃນດັ່ງນີ້:


-    ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫຼາຍ !

ໃນບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ X ຂອງພັກ, ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ VIII ເຂົ້າສູ່ພາກປະຕິບັດຕົວຈິງ ຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນຢ່າງເປັນຂະບວນຟົດຟື້ນ ແລະ ໃນຂະນະດຽວກັນ, ສປປ.ລາວ ແລະ ບັນດາປະເທດໃນໂລກ ພ້ອມກັນສະເຫຼີມສະຫຼອງວັນສາກົນ ຕ້ານການຄ້າມະນຸດ ໃນວັນທີ 30 ກໍລະກົດ 2017  ທີ່ໜູນວຽນມາອີກວາລະໜຶ່ງ ແລະ ອັນໃກ້ໆ ນີ້ ສປປ.ລາວ ຂອງພວກເຮົາ ກໍ່ຍັງຈະໄດ້ຮັບກຽດ ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ກ່ຽວກັບການຕ້ານອາຊະຍາກໍາຂ້າມຊາດ (SOMTC) ຄັ້ງທີ 14 ແລະ ໄດ້ຈັດຫຼາຍກອງປະຊຸມສໍາຄັນ ທັງກະກຽມໃຫ້ແກ່ບັ້ນໂຄສະນາຜົນຮ້າຍ ຂອງການຄ້າມະນຸດ ລຽບຕາມຊາຍແດນ ແລະ ບ່ອນທີ່ມີຄວາມສ່ຽງ ຈາກການຄ້າມະນຸດ, ເຊິ່ງຈະເປີດຂຶ້ນ ໃນເດືອນສິງຫາ ທີ່ຈະມາເຖິງນີ້.

ຄືບັນດາທ່ານ ໄດ້ຮັບຮູ້ ແລະ ເຂົ້າໃຈແລ້ວວ່າ ການຄ້າມະນຸດ ແມ່ນອາຊະຍາກໍາ ທີ່ຫຍໍ້ທໍ້ໜຶ່ງ ທີ່ເກີດຂຶ້ນຢູ່ໃນສັງຄົມ ແລະ ມີລັກສະນະຂ້າມຊາດ, ການຄ້າມະນຸດ ໄດ້ລະເມີດສິດທິພື້ນຖານຂອງພົນລະເມືອງ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍພາຍໃນປະເທດ ກໍ່ຄືສົນທິສັນຍາສາກົນ ທີ່ ສປປ.ລາວ ໄດ້ເຂົ້າເປັນພາຄີ ທັງສົ່ງຜົນກະທົບດ້ານລົບ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຂອງບັນດາປະເທດ ກໍ່ຄືໃນໂລກ.

ສຳລັບ ສປປ.ລາວ ກໍ່ເປັນປະເທດໜຶ່ງ ທີ່ຍັງມີສະພາບຫຍໍ້ທໍ້ ກ່ຽວກັບການຄ້າມະນຸດ ໃນໄລຍະຜ່ານມາ ສປປ.ລາວ ພວກເຮົາ ສ່ວຍຫຼາຍເປັນປະເທດຕົ້ນທາງ ຂອງການຄ້າມະນຸດ. ຕໍ່ກັບບັນຫາດັ່ງກ່າວ ຍາມໃດ ພັກ-ລັດ ໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ ຕໍ່ການປ້ອງກັນສະກັດກັ້ນ, ການປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ແລະ ການດໍາເນີນຄະດີ ຕໍ່ຜູ້ກະທໍາຜິດ ສະຖານການຄ້າມະນຸດ ໂດຍໄດ້ມີແນວທາງນະໂຍບາຍ, ມີກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ ເປັນອັນສະເພາະ, ມີແຜນດໍາເນີນງານແຫ່ງຊາດວ່າດ້ວຍ ການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃນໄລຍະ 2 ແຕ່ປີ 2017-2020  ໃນເດືອນເມສາ 2017 ແລະ ໄດ້ສະເໜີ ຂໍງົບປະມານໃນການຈັດຕັ້ງປະຕິບັດແຜນງານດັ່ງກ່າວ ລວມທັງມີກົນໄກການຈັດຕັ້ງທີ່ຮັບຜິດຊອບ ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ແຕ່ສູນກາງ ລົງຮອດທ້ອງຖິ່ນ ໂດຍແມ່ນກະຊວງປ້ອງກັນຄວາມສະຫງົບ ເປັນໃຈກາງ.

ນອກນັ້ນ, ພວກເຮົາຍັງໄດ້ເຂົ້າເປັນພາຄີ ແລະ ໃຫ້ສັດຕະຍາບັນ ສົນທິສັນຍາສາກົນຫຼາຍສະບັບ ເປັນຕົ້ນແມ່ນ ສົນທິສັນຍາວ່າດ້ວຍ ສິດທິມະນຸດ, ສົນທິສັນຍາວ່າດ້ວຍ ການຕ້ານອາຊະຍາກໍາຂ້າມຊາດ ແບບມີການຈັດຕັ້ງ, ສົນທິສັນຍາວ່າດ້ວຍ ແຮງງານ, ສົນທິສັນຍາວ່າດ້ວຍ ການລົບລ້າງການເປັນຂ້າທາດ, ການຄ້າຂາຍຜູ້ເປັນທາດ, ສະຖາບັນ ແລະ ການກະທຳ ທີ່ມີລັກສະນະຄ້າຍຄືທາດ, ສົນທິສັນຍາວ່າດ້ວຍ ການລົບລ້າງທຸກຮູບແບບການຈໍາແນກຕໍ່ແມ່ຍິງ, ສົນທິສັນຍາວ່າດ້ວຍ ສິດທິເດັກ, ອານຸສັນຍາວ່າດ້ວຍ ການສະກັດກັ້ນ, ປາບປາມ ແລະ ລົງໂທດການຄ້າມະນຸດ ໂດຍສະເພາະ ແມ່ຍິງ-ເດັກນ້ອຍ, ມີການພົວພັນຮ່ວມມື ກັບປະເທດເພື່ອນມິດໃນໂລກ, ອົງການຈັດຕັ້ງສາກົນ, ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ລວມທັງການຮ່ວມມື ໃນຂອບຂອງອາຊຽນ ແລະ ສາກົນ ໃນການສະກັດກັ້ນ ຕ້ານການຄ້າມະນຸດ.

ສປປ.ລາວ ໃນຖານະເປັນພາຄີ ຂອງວົງຄະນາຍາດສາກົນ ເວລາໃດລັດຖະບານ ກໍ່ຖືສຳຄັນວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກໍ່ຄືອາຊະຍາກຳອື່ນໆ ເພື່ອສືບຕໍ່ຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.
ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫຼາຍ !

ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສາກົນຕ້ານການຄ້າມະນຸດ ທີ່ໝູນວຽນມາຄົບ ຮອບອີກວາລະໜຶ່ງ ໃນນາມຕາງໜ້າ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂ້າພະເຈົ້າ ຮຽກຮ້ອງມາຍັງທຸກການຈັດຕັ້ງ ຂອງພັກ-ລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ, ບັນດາຫົວໜ່ວຍທຸລະກິດ ທັງພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດ ພີ່ນ້ອງຮ່ວມຊາດທຸກທົ່ວໜ້າ ຈົ່ງເພີ່ມທະວີຄວາມເປັນເຈົ້າການ ໃນການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໂດຍເລີ່ມຈາກຕົນເອງ, ຫົວໜ່ວຍຄອບຄົວ, ຊຸມຊົນ, ການຈັດຕັ້ງທຸກພາກສ່ວນ ນັບແຕ່ຂັ້ງສູນກາງ ລົງຮອດຮາກຖານບ້ານ ເພື່ອໃຫ້ພົນລະເມືອງທຸກຄົນ ເຫັນໄດ້ຄວາມເປັນອັນຕະລາຍ ແລະ ມີສະຕິລະວັງຕົວ ບໍ່ໃຫ້ຕົກເປັນເຫຍື່ອ ຂອງການຄ້າມະນຸດ.

ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍຖືເອົາໂອກາດນີ້ ແຈ້ງມາຍັງພີ່ນ້ອງຮ່ວມຊາດ ຊາບວ່າ: ວັນທີ 29 ກໍລະກົດ 2017 ນີ້ ຄະນະກໍາມະການ ຕ້ານການຄ້າມະນຸດລະດັບຊາດ ຮ່ວມກັບ ກະຊວງປ້ອງກັນຄວາມສະຫງົບ ຈະໄດ້ມີລາຍການໂທລະພາບ “ ປະຊາຮ່ວມໃຈຕ້ານໄພຄ້າມະນຸດ ” ທາງສະຖານີໂທລະພາບ ກະຊວງປ້ອງກັນຄວາມສະຫງົບ ຊ່ອງ 4 ແລະ ລາຍການວິທະຍຸ “ ຮ່ວມໃຈຕ້ານ ການຄ້າມະນຸດ ” ທາງສະຖານີວິທະຍຸ ກະຊວງປ້ອງກັນຄວາມສະຫງົບ.

ສຸດທ້າຍນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ພີ່ນ້ອງຮ່ວມຊາດທຸກທົ່ວໜ້າ ຈົ່ງຮ່ວມແຮງຮ່ວມໃຈ ເປັນເຈົ້າການຕອບໂຕ້ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ໃນການສ້າງຂະບວນການ ຕ້ານການຄ້າມະນຸດ ໃຫ້ເປັນຂະບວນການທີ່ຟົດຟື້ນ ແລະ ເພີ່ມທະວີຄວາມຮັບຜິດຊອບຂອງຕົນ, ໃນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍ, ລະບຽບການຂອງລັດ ແລະ ສົນທິສັນຍາສາກົນ ກ່ຽວກັບການຕ້ານການຄ້າມະນຸດ ທີ່ ສປປ.ລາວ ເຂົ້າເປັນພາຄີ ໃຫ້ເປັນການກະທຳຕົວຈິງ ໃນການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

( ຂໍຂອບໃຈ ).

No comments

Powered by Blogger.