ເກົາຫຼີເໜືອປະສົບຄວາມສຳເລັດອີກຄັ້ງ ໃນການທົດລອງຂີປະນາວຸດຂ້າມທະວີບ ໃນມື້ຄືນນີ້
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEjZK3STUVho1X73gN_3AlD8HQtjNoIgCZMalTdQpPx2DvbvpwidAxubThCsU1d0iSnlFKsn_QwytaoMd73VxfBBBLzPf9qc3kPUN8BLXCW9SJMPoY3sInU7c6IG4PAaOXZtLGHcYctYonk/s1600/191.jpg)
ສຳນັກຂ່າວຕ່າງປະເທດລາຍງານ 29 ກໍລະກົດ 2017 ໂດຍອ້າງຈາກການລາຍງານຂອງສຳນັກຂ່າວທາງການຂອງເກົາຫຼີເນືອ (KCNA) ວ່າ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ມີຄວາມເພິ່ງພໍໃຈເປັນຢ່າງຍິ່ງຕໍ່ຜົນສຳເລັດອັນຈົບງາມໃນການທົດລອງຂີປະນາວຸດຂ້າມທະວີບ (ICBM) Hwasong-14 ທີ່ຜ່ານການພັດທະນາໃຫ້ກ້າວໜ້າໄປອີກໜຶ່ງບາດກ້າວ ທີ່ສາມາດຍິງໄດ້ເຖິງ ແລະ ຄວບຄຸມທົ່ວແຜ່ນດິນໃຫຍ່ທັງໝົດຂອງສະຫະລັດ ອາເມຣິກາ ທີ່ລວມເຖິງເມືອງສຳຄັນຕ່າງໆໃນ ສ.ອາເມຣິກາ.
ເຊິ່ງການທົດສອບເກີດຂຶ້ນໃນເວລາ 23:41 ນາທີ ຂອງຄືນວັນທີ 28 ກໍລະກົດ 2017 ຕາມເວລາທ້ອງຖິ່ນທີ່ຜ່ານມາ ໂດຍຂີປະນາວຸດຖືກຍິງຂຶ້ນຈາກຖານໃນແຂວງຈາກັງ ພາກເໜືອຂອງປະເທດ.
ຂະນະທີ່ທ່ານ ໂຢຊິຮິເດະ ຊຶກະ ເລຂາທິການຄະນະລັດຖະມົນຕີຍີ່ປຸ່ນ ຖະແຫຼງດ່ວນໃນກາງເດິກທີ່ຜ່ານມາວ່າ ການທົດລອງ ICBM ຂອງເກົາຫຼີເໜືອໃນຄັ້ງນີ້ ຖືວ່າເປັນຄັ້ງທີ 2 ຫຼັງຈາກການທົດລອງທີ່ຜ່ານມາເມື່ອວັນທີ 4 ກໍລະກົດ 2017, ຂີປະນາວຸດດັ່ງກ່າວສາມາດເດີນທາງຢູ່ໃນອາກາດໄດ້ດົນ 45 ນາທີ ຫຼາຍກວ່າການທົດສອບຄັ້ງທຳອິດ 6 ນາທີ, ໃນດ້ານຂອງສະຖານນີໂທລະພາບ NHK ລາຍງານວ່າ ຂີປະນາວຸດສາມາດຂຶ້ນສູງເຖິງລະດັບ 3,000 ກິໂລແມັດ ຫຼາຍກວ່າການທົດລອງຄັ້ງທີ່ຜ່ານມາປະມານ 200 ກິໂລແມັດ ແຕ່ຍັງຄົງຕົກລົງໃນນ່ານນ້ຳທີ່ເປັນເຂດເສດຖະກິດພິເສດ (EEC) ຂອງຍີ່ປຸ່ນຄືເກົ່າ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ