ສານຈາກທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດຄົບຮອບ 50 ປີ ອາຊຽນ ແລະ 20 ປີ ແຫ່ງການເຂົ້າເປັນສະມາຊິກອາຊຽນຂອງລາວ - ອິດສະຫຼະ

ສານຈາກທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດຄົບຮອບ 50 ປີ ອາຊຽນ ແລະ 20 ປີ ແຫ່ງການເຂົ້າເປັນສະມາຊິກອາຊຽນຂອງລາວ



ພໍ່ແມ່ພີ່ນ້ອງປວງຊົນລາວທົ່ວປະເທດ ທີ່ເຄົາລົບ ແລະ ຮັກແພງທັງຫຼາຍ!

ປີ 2017 ນີ້ ເປັນປີສຳຄັນທາງປະຫວັດສາດ ຊຶ່ງແມ່ນປີ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງ ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫລື ອາຊຽນ (8 ສິງຫາ 1967-8 ສິງຫາ 2017) ແລະ ເປັນປີຄົບຮອບ 20 ປີ ທີ່ ສປປ ລາວ ເຮົາ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997-23 ກໍລະກົດ 2017).

ຂ້າພະເຈົ້າ ຂໍຖືໂອກາດນີ້ ຕາງຫນ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ມາຍັງບັນດາທ່ານຜູ້ນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ ແລະ ພີ່ນ້ອງຊາວລາວທຸກຖ້ວນໜ້າ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ກໍຄື ຊາວຕ່າງປະເທດ ທີ່ພວມປະຕິບັດຫນ້າທີ່ ແລະ ດໍາລົງຊີວິດຢູ່ ສປປ ລາວ.

ຄືດັ່ງພວກເຮົາຊາບດີນຳກັນແລ້ວວ່າ ຕະຫລອດໄລຍະ 50 ປີທີ່ຜ່ານມາ, ອາຊຽນ ໄດ້ພັດທະນາຕົນເອງ ໃຫ້ສອດຄ່ອງກັບສະພາບການຂອງພາກພື້ນ ແລະ ສາກົນ ທີ່ມີການປ່ຽນແປງ ໃນແຕ່ລະໄລຍະ ຊຶ່ງໄດ້ເຮັດໃຫ້ອາຊຽນ ເຕີບໃຫຍ່ຂະຫຍາຍຕົວເທື່ອລະກ້າວ. ອາຊຽນ ໄດ້ຂະຫຍາຍສະມາຊິກຂອງຕົນ ໃຫ້ກວມເອົາ 10 ປະເທດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ເພີ່ມທະວີການຮ່ວມມືກັນ ທັງລວງເລິກ ແລະ ລວງກວ້າງ ເທື່ອລະກ້າວ ຈົນກວມເອົາທຸກຂົງເຂດ ນັບແຕ່ດ້ານເສດຖະກິດ, ສັງຄົມ-ວັດທະນະທໍາ ໄປເຖິງ ດ້ານການເມືອງ-ຄວາມໝັ້ນຄົງ. ອາຊຽນ ໄດ້ຮັດແໜ້ນການພົວພັນກັບພາຍນອກ ໂດຍຜ່ານບັນດາກົນໄກທີ່ອາຊຽນ ລິເລີ່ມຂຶ້ນ ຄື: ອາຊຽນບວກໜຶ່ງ, ອາຊຽນບວກສາມ, ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດບວກ, ເວທີປຶກສາຫາລືພາກພື້ນອາຊຽນ ແລະ ກອງປະຊຸມສຸດຍອດ ອາຊີຕາເວັນອອກ ແລະ ມີຮູບແບບການຮ່ວມມື ກັບຄູ່ຮ່ວມມືພາຍນອກຕາມທ່າແຮງ ແລະ ຄວາມເໝາະສົມກັບສະພາບການຕົວຈິງ ຂອງແຕ່ລະປະເທດ. ສິ່ງສໍາຄັນທີ່ສຸດ, ຄວາມເປັນແກນກາງຂອງອາຊຽນ ເປັນທີ່ຮັບຮູ້ໃນໂຄງສ້າງພາກພື້ນທີ່ພວມຜັນແປ ຊຶ່ງໂຄງສ້າງດັ່ງກ່າວ ໄດ້ຮັບການເສີມຂະຫຍາຍຈາກບັນດາກົນໄກ ທີ່ອາຊຽນເປັນຜູ້ລິເລີ່ມຂຶ້ນ ຜົນສຳເລັດອັນພົ້ນເດັ່ນທີ່ສຸດຂອງອາຊຽນ ແມ່ນການປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ, ແລະ ສະຖຽນລະພາບ ຢູ່ອາຊີຕາເວັນອອກສ່ຽງໃຕ້ ຊຶ່ງໄດ້ກາຍເປັນເງື່ອນໄຂທີ່ເອື້ອອຳນວຍ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດສະມາຊິກອາຊຽນ ແລະ ການເພີ່ມທະວີການຮ່ວມມືພາຍໃນອາຊຽນ ແລະ ລະຫວ່າງ ອາຊຽນກັບພາຍນອກ ອັນໄດ້ນໍາໄປສູ່ການສ້າງຕັ້ງເປັນປະຊາຄົມອາຊຽນໃນວັນທີ 31 ທັນວາ 2015 ຊຶ່ງເປັນປະຊາຄົມ ທີ່ມີຮາກຖານອັນແໜ້ນແກ່ນ ສູ່ອະນາຄົດ.

ຜົນສໍາເລັດທີ່ອາຊຽນ ຍາດມາໄດ້ໃນໄລຍະ 5 ທົດສະວັດທີ່ຜ່ານມານີ້ ກໍແມ່ນຍ້ອນຫຼາຍໆປັດໄຈ, ແຕ່ອັນສຳຄັນແມ່ນ “ວີຖີທາງອາຊຽນ” ທີ່ອີງໃສ່ລັກສະນະສະເພາະ ຂອງພາກພື້ນອາຊຽນ ທີ່ມີຄວາມຫຼາກຫຼາຍ, ອີງໃສ່ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ການຍຶດໝັ້ນໃນບັນດາຫຼັກການພື້ນຖານ ຂອງອາຊຽນດັ່ງທີ່ລະບຸໃນສົນທິສັນ ຍາໄມຕີຈິດ ແລະ ການຮ່ວມມື ໃນອາຊີຕາເວັນອອກສ່ຽງໃຕ້, ກົດບັດອາຊຽນ, ແລະ ເອກະສານອື່ນໆຂອງອາ ຊຽນ.

ບັນດາທ່ານ, ບັນດາສະຫາຍ ແລະ ພໍ່ແມ່ພີ່ນ້ອງທັງຫຼາຍ!
ໃນທ່າມກາງທີ່ສະພາບການຜັນແປ ທີ່ສັບສົນຂອງພາກພື້ນ ແລະ ຂອງໂລກ ໃນປະຈຸບັນ ທີ່ເຕັມໄປດ້ວຍຄວາມສ່ຽງນີ້, ອາຊຽນ ຈະຕ້ອງໄດ້ສືບຕໍ່ເສີມຂະຫຍາຍ ບັນດາຜົນສຳເລັດທີ່ຍາດມາໄດ້, ເພີ່ມທະວີການເຊື່ອມໂຍງເສດຖະກິດພາຍໃນ ພາກພື້ນອາຊຽນ ແລະ ກັບພາຍນອກ, ດຳເນີນນະໂຍບາຍເປີດກວ້າງ ການຮ່ວມມືກັບພາຍນອກ ໂດຍການເສີມຂະຫຍາຍທ່ວງທ່າທີ່ດີ ໃນການພົວພັນ ກັບບັນດາຄູ່ເຈລະຈາຂອງອາຊຽນ ລວມທັງ ເສີມຂະຫຍາຍການພົວພັນ ກັບຄູ່ຮ່ວມມືພາຍນອກອື່ນໆ ໂດຍນໍາໃຊ້ຮູບແບບການຮ່ວມມືຕ່າງໆ ທີ່ແທດເໝາະ ແລະ ປັບຕົວໄດ້ຢ່າງຄ່ອງແຄ້ວ, ໜັກແໜ້ນ ແລະ ສະເໝີຕົ້ນສະເໝີປາຍ. ພ້ອມດຽວກັນນີ້, ອາຊຽນ ຍັງຈະສົ່ງເສີມ ບັນດາກົນໄກທີ່ອາຊຽນສ້າງຕັ້ງຂຶ້ນ ໃຫ້ເຂັ້ມແຂງ ແລະ ສົ່ງເສີມ ຄວາມເປັນແກນກາງ ແລະ ຄວາມເປັນເອກະພາບ ຂອງຕົນໃນການພົວພັນກັບພາຍນອກ ແລະ ໃນໂຄງສ້າງພາກພື້ນທີ່ພວມຜັນແປ. ສໍາຄັນທີ່ສຸດ, ອາຊຽນ ຈະສືບຕໍ່ກ້າວໄປໃນຫຼັກການ ແຫ່ງຄວາມເປັນເຈົ້າການ, ຍຶດໝັ້ນໃນ “ວີຖີທາງອາຊຽນ” ກໍຄື ບັນດາຫຼັກການ ທີ່ໄດ້ກໍານົດໄວ້ໃນກົດບັດອາຊຽນ ທັງເປັນປະຊາຄົມທີ່ ສ້າງຄວາມເພິ່ງພໍໃຈ ແລະ ສະບາຍໃຈໃຫ້ແກ່ກັນ ແລະ ກັນ ແລະ ສືບຕໍ່ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນໃນພາກພື້ນ ແລະ ໃນໂລກ.

ທ່ານຍິງທ່ານຊາຍ ທີ່ຮັກແພງທັງຫຼາຍ!
ສປປ ລາວ ເຮົາ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເປັນສ່ວນໜຶ່ງຂອງຄອບຄົວອາຊຽນ. ນັບແຕ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ໃນປີ 1997, ອາຊຽນ ໄດ້ກາຍເປັນເສົາຄ້ຳໜຶ່ງທີ່ສໍາຄັນ ໃນນະໂຍບາຍການຕ່າງປະເທດ ຂອງ ສປປ ລາວ. ຕະຫຼອດໄລຍະ 20 ປີ ຜ່ານມາ, ສປປ ລາວ ໄດ້ເຄື່ອນໄຫວວຽກງານອາຊຽນຢ່າງຕັ້ງຫນ້າ ແລະ ໄດ້ປະຕິບັດພັນທະຕ່າງໆຂອງຕົນ ອັນໄດ້ນໍາຜົນປະໂຫຍດມາສູ່ປະເທດຊາດ ແລະ ປະຊາຊົນລາວ. ອັນສໍາຄັນ ໃນໄລຍະຜ່ານມາ, ສປປ ລາວ ກໍໄດ້ສໍາເລັດການເປັນປະທານອາຊຽນ 2 ຄັ້ງ ຄື: ຄັ້ງທີ 1 ໃນປີ 2004-2005 ແລະ ຄັ້ງທີ 2 ໃນປີ 2016. ໃນການເປັນປະທານອາຊຽນ ຄັ້ງທີ 2 ທີ່ຫາກໍສໍາເລັດລົງ ພາຍໃຕ້ຄໍາຂວັນ “ຫັນວິໄສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງ ຂອງປະຊາຄົມອາຊຽນ”, ພວກເຮົາໄດ້ ສໍາເລັດ ການສ້າງເອກະສານຫລາຍສະບັບ ອັນເປັນພື້ນຖານສໍາລັບການຮ່ວມມືພາຍໃນອາຊຽນ ແລະ ການຮ່ວມມື ລະຫວ່າງ ອາຊຽນ ກັບພາຍນອກ. ຜົນສໍາເລັດດັ່ງກ່າວໄດ້ສົ່ງເສີມຖານະບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນໃຫ້ສູງເດັ່ນຂຶ້ນ.

ໂດຍລວມແລ້ວ, ການເປັນສະມາຊິກອາຊຽນ ຕະຫຼອດໄລຍະສອງທົດສະວັດຜ່ານມາ ໄດ້ນຳຜົນປະໂຫຍດມາສູ່ ສປປ ລາວ ຫຼາຍດ້ານເຊັ່ນ:
1.) ຖານະບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໄດ້ສູງເດັ່ນຂຶ້ນ;
2.) ພວກເຮົາ ໄດ້ປະກອບສ່ວນສ້າງສະພາບແວດລ້ອມ ພາກພື້ນແຫ່ງສັນຕິພາບ ແລະ ສະຖຽນລະພາບ ທີ່ອຳນວຍໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ພ້ອມທັງ ໄດ້ມີສ່ວນຮ່ວມອັນສຳຄັນ ໃນການກຳນົດຫຼັກການ ແລະ ສ້າງລະບຽບການອັນສຳຄັນຂອງອາຊຽນ;
3.) ຕະຫຼອດ 20 ປີ ແຫ່ງການເປັນສະມາຊິກອາຊຽນນີ້, ສປປ ລາວ ພວກເຮົາ ໄດ້ຮັບການສະໜັບ ສະໜູນຊ່ວຍເຫລືອຫລາຍດ້ານ ຈາກປະເທດສະມາຊິກອາຊຽນ, ຄູ່ເຈລະຈາ ແລະ ຄູ່ຮ່ວມພາຍນອກອື່ນໆ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອສົ່ງເສີມ ແລະ ຊຸກຍູ້ຄວາມພະຍາຍາມ ຂອງ ສປປ ລາວ ໃນການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນເຊັ່ນ: ອາຊຽນ ເປັນໜຶ່ງໃນປັດໄຈຊ່ວຍຊຸກຍູ້ ສປປ ລາວ ເຂົ້າອົງການການຄ້າໂລກ ໄດ້ສຳເລັດ;
4.) ພວກເຮົາ ໄດ້ກາຍເປັນສ່ວນຫນຶ່ງຂອງຕະຫລາດອາຊຽນ ທີ່ມີເສດຖະກິດໃຫຍ່ອັນດັບ 6 ຂອງໂລກ ຊຶ່ງໄດ້ເປີດໂອກາດໃຫ້ແກ່ ສປປ ລາວ ສາມາດເຂົ້າເຖິງຕະຫຼາດສາກົນຫຼາຍຂຶ້ນ ໂດຍຜ່ານເຂດການຄ້າເສລີ ລະຫວ່າງ ອາຊຽນ ກັບແຕ່ລະຄູ່ເຈລະຈາ ແລະ ເຂດການຄ້າເສລີ ໃນຂອບການເປັນຄູ່ຮ່ວມເສດຖະກິດ ແບບຮອບດ້ານລະດັບພາກພື້ນ (RCEP) ຊຶ່ງຄາດວ່າຈະສຳເລັດໃນໄວໆນີ້;
5.) ພວກເຮົາ ໄດ້ປັບປຸງນິຕິກຳ ແລະ ລະບຽບພາຍໃນຂອງຕົນ ຊຶ່ງໄດ້ອຳນວຍຄວາມສະດວກ ເຮັດໃຫ້ບໍລິມາດການຄ້າ ແລະ ການລົງທຶນ ໃນ ສປປ ລາວ ເພີ່ມຂຶ້ນ;
6.) ການໄປມາຫາສູ່ກັນຂອງປະຊາຊົນ ມີຄວາມສະດວກຫຼາຍຂຶ້ນ ເຮັດໃຫ້ນັກທ່ອງທ່ຽວ ເຂົ້າມາ ສປປ ລາວ ເປັນຈຳນວນຫຼວງຫຼາຍ;
7.) ວັດທະນະທຳ-ຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກຂອງ ລາວ ໄດ້ຮັບການສົ່ງເສີມ ແລະ ເປັນທີ່ຮັບຮູ້ຂອງວົງຄະນາຍາດສາກົນ; ແລະ
8.) ການເຂົ້າຮ່ວມວຽກງານອາຊຽນ ເປັນການສ້າງຊັບພະຍາກອນມະນຸດ ໃຫ້ມີຄວາມສາມາດ ໄດ້ມາດຕະຖານພາກພື້ນ ແລະ ສາກົນ ເທື່ອລະກ້າວ.

ຂ້າພະເຈົ້າ ຂໍຖືໂອກາດນີ້ສະແດງຄວາມຊົມເຊີຍ ມາຍັງບັນດາທ່ານ ກໍຄືບັນດາຂະແຫນງການ ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ ເຂົ້າໃນການເຄື່ອນໄຫວວຽກງານອາຊຽນໃນໄລຍະຜ່ານມາ ລວມທັງ ສະແດງຄວາມຂອບໃຈ ມາຍັງພໍ່ແມ່ພີ່ນ້ອງປວງຊົນລາວ ທີ່ໄດ້ປະກອບສ່ວນ ຕໍ່ການເປັນເຈົ້າພາບຈັດກອງປະຊຸມອາຊຽນຕ່າງໆ ໂດຍສະເພາະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ ໃນເດືອນກັນຍາ 2016 ດ້ວຍຜົນສໍາເລັດຢ່າງຈົບງາມ.

ບັນດາທ່ານ, ບັນດາສະຫາຍ, ພໍ່ແມ່ພີ່ນ້ອງ ທີ່ຮັກແພງທັງຫຼາຍ!
ຂ້າພະເຈົ້າ ຂໍຖືໂອກາດນີ້ສະແດງຄວາມຊົມເຊີຍ ມາຍັງບັນດາທ່ານ ກໍຄືບັນດາຂະແຫນງການ ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ ເຂົ້າໃນການເຄື່ອນໄຫວວຽກງານອາຊຽນໃນໄລຍະຜ່ານມາ ລວມທັງ ສະແດງຄວາມຂອບໃຈ ມາຍັງພໍ່ແມ່ພີ່ນ້ອງປວງຊົນລາວ ທີ່ໄດ້ປະກອບສ່ວນ ຕໍ່ການເປັນເຈົ້າພາບຈັດກອງປະຊຸມອາຊຽນຕ່າງໆ ໂດຍສະເພາະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ໃນເດືອນກັນຍາ 2016 ດ້ວຍຜົນສໍາເລັດຢ່າງຈົບງາມ. ໃນການເປັນປະຊາຄົມອາຊຽນ ຊຶ່ງ ລາວເຮົາ ໄດ້ເປັນໜຶ່ງໃນສິບປະເທດນັ້ນ, ໃນຕໍ່ໜ້າ ພວກເຮົາ ຈະຕ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເພື່ອເປັນສະມາຊິກທີ່ດີ, ມີຄວາມເຂັ້ມແຂງ ໄປຄຽງຄູ່ກັບ ປະເທດສະມາຊິກໃນປະຊາຄົມເຊັ່ນ:
1.) ສົ່ງເສີມຄວາມຮັບຮູ້ຂອງປະຊາຊົນ ກ່ຽວກັບ ປະຊາຄົມອາຊຽນ;
2.) ປັບປຸງກົນໄກການປະສານງານພາຍໃນຂອງພວກເຮົາ ລະຫວ່າງ ຂະແຫນງການດ້ວຍກັນ ແລະ ລະຫວ່າງ ສູນກາງ ກັບທ້ອງຖິ່ນໃຫ້ວ່ອງໄວ ແລະ ທັນການ;
3.) ສົ່ງເສີມການຜະລິດເປັນສິນຄ້າ ແລະ ການບໍລິການທີ່ຕິດພັນກັບທ່າແຮງຂອງ ສປປ ລາວ ໃຫ້ສາມາດແຂ່ງຂັນໃນຕະຫລາດອາຊຽນ ແລະ ນອກອາຊຽນ ໂດຍສະເພາະໃນປະເທດຄູ່ເຈລະຈາ;
4.) ປັບປຸງນິຕິກຳ ແລະ ລະບຽບການຕ່າງໆ ສຳລັບການສ້າງຕັ້ງ ແລະ ດຳເນີນທຸລະກິດ ເພື່ອໃຫ້ພາກທຸລະກິດປັບປຸງຕົນເອງ ແລະ ເພີ່ມຄວາມສາມາດ ໃນການແຂ່ງຂັນໃຫ້ນັບມື້ນັບສູງຂຶ້ນ; ແລະ
5.) ສ້າງບຸກຄະລາກອນທັງສູນກາງ ແລະ ທ້ອງຖິ່ນທີ່ເຂົ້າຮ່ວມເຄື່ອນໄຫວການເຊື່ອມໂຍງ ເສດຖະກິດພາກພື້ນ ແລະ ສາກົນ.

ພໍ່ແມ່ພີ່ນ້ອງ ທີ່ເຄົາລົບທັງຫຼາຍ!
ໃນໂອກາດ ອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍເຊີນຊວນ ບັນດາທ່ານ, ບັນດາສະຫາຍ ແລະ ພໍ່ແມ່ພີ່ນ້ອງ ປວງຊົນລາວ ທັງຊາດ ຈົ່ງພ້ອມກັນສະເຫລີມສະຫລອງ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 20 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ຢ່າງເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມທະນົງໃຈ.
ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງບັນດາຜູ້ນໍາ ພັກ-ລັດ, ພະນັກງານ, ທະຫານ, ຕໍາຫລວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ປວງຊົນລາວ ທຸກຖ້ວນຫນ້າ ທັງຢູ່ ພາຍໃນ ແລະ ຕ່າງປະເທດ ກໍຄື ຊາວຕ່າງປະເທດ ທີ່ເຮັດວຽກ ແລະ ດໍາລົງຊີວິດ ຢູ່ ສປປ ລາວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກກາຍສະບາຍໃຈ, ປະສົບຜົນສໍາເລັດໃນຫນ້າທີ່ການງານທຸກປະການ ເພື່ອປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເຮົາ ກໍຄື ການຮັດແຫນ້ນປະຊາຄົມອາຊຽນ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ
ຂໍຂອບໃຈ.

No comments

Powered by Blogger.