ລັດເຊຍ ແລະ ຈີນ ມີຈຸດຢືນຮ່ວມກັນວ່າຕ້ອງ "ແຊ່ແຂງທັງສອງເກົາຫຼີ" ທີ່ຕ່າງຝ່າຍຕ່າງສ້າງສະຖານະການຄວາມເຄັ່ງຕຶງ - ອິດສະຫຼະ

ລັດເຊຍ ແລະ ຈີນ ມີຈຸດຢືນຮ່ວມກັນວ່າຕ້ອງ "ແຊ່ແຂງທັງສອງເກົາຫຼີ" ທີ່ຕ່າງຝ່າຍຕ່າງສ້າງສະຖານະການຄວາມເຄັ່ງຕຶງ



ສຳນັກຂ່າວຕ່າງປະເທດລາຍງານ 6 ສິງຫາ 2017 ວ່າ: ທ່ານ ເຊີເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍຖະແຫຼງ ພາຍລັງທີ່ໄດ້ພົບປະຫາລືກັບທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ທີ່ນະຄອນຫຼວງມະນິລາ ປະເທດຟິລິບປິນ ໃນວັນອາທິດນີ້ ເຖິງສະຖານະການຢູ່ແຫຼມເກົາຫຼີ ພາຍຫຼັງທີ່ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດປະກາດມີມະຕິໃໝ່ຂວໍ້າບາດເກົາຫຼີເໜືອວ່າ: ລັດເຊຍ ແລະ ຈີນ ເຫັນດີຮ່ວມກັນສະເໝີແນວທາງໃນການແກ້ໄຂບັນຫາຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ ດ້ວຍການຟື້ນຟູການເຈລະຈາ 6 ຝ່າຍ ເພື່ອແກ້ໄຂສະຖານະການຢ່າງສັນຕິວິທີ.

ທ່ານ ເຊີເກີ ຍັງໄດ້ກ່າວຢ້ຳວ່າ ລັດເຊຍ ແລະ ຈີນ ມີຈຸດຢືນຮ່ວມກັນທີ່ຈະ "ແຊ່ແຂງທັງສອງເກົາຫຼີ" ແຕ່ບໍ່ໄດ້ຮັບຄວາມເຫັນດີຈາກ ສ.ອາເມຣິກາ ເພື່ອຕອບໂຕ້ທີ່ທັງສອງເກົາຫຼີເໜືອ-ໃຕ້ ຕ່າງກໍ່ສ້າງສະຖານະການເພື່ອໃຫ້ເກີດຄວາມເຄັ່ງຕຶງ ໂດຍເກົາຫຼີເໜືອກໍ່ມີທົດລອງຂີປະນາວຸດຢູ່ເລື້ອຍໆ ໂດຍສະເພາະໃນເດືອນທີ່ຜ່ານມາມີການທົດລອງຂີປະນາວຸດຂ້າມທະວີບເຖິງ 2 ຄັ້ງ, ໃນຂະນະດຽວກັນເກົາຫຼີໃຕ້ເອງກໍ່ຍັງມີການຊ້ອມຮົບຂະໜາດໃຫຍ່ກັບ ສ.ອາເມຣິກາຢູ່ເຊັ່ນກັນ.

ໂດຍລັດຖະມົນຕີກະຊວງການຕ່າງປະເທດລັດເຊຍກ່າວວ່າ ມະຕິໃໝ່ຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດນີ້ ຈະນຳເອົາຜູ້ນຳເກົາຫຼີເຂົ້າສູ່ໂຕະເຈລະຈາ 6 ຝ່າຍ ແລະ ຍັງເປັນມາດຕະການທີ່ຖືກອອກແບບມາເພື່ອຈຳກັດບໍ່ໃຫ້ເກົາຫຼີເໜືອພັດທະນາຂີປະນາວຸດ ແລະ ນິວເຄຼຍ.


No comments

Powered by Blogger.