ຈີນຮຽກຮ້ອງໃຫ້ເກົາຫຼີເໜືອ ຢຸດຕິທົດລອງຂີປະນາວຸດ ແລະ ປະຕິບັດຕາມມະຕິຂອງ UN - ອິດສະຫຼະ

ຈີນຮຽກຮ້ອງໃຫ້ເກົາຫຼີເໜືອ ຢຸດຕິທົດລອງຂີປະນາວຸດ ແລະ ປະຕິບັດຕາມມະຕິຂອງ UN



ສຳນັກຂ່າວຕ່າງປະເທດລາຍງານ 6 ສິງຫາ 2017 ວ່າ: ທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ກ່າວພາຍຫຼັງການພົບປະຫາລືກັບທ່ານ ຣີ ຢອງ-ໂຮ ລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອນອກຮອບການປະຊຸມອາຊຽນວ່າດ້ວຍຄວາມຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງໃນພູມມິພາກອາຊີ-ປາຊີຟິກ (ARF) ທີ່ນະຄອນຫຼວງມະນິລາ ປະເທດຟິລິບປິນໃນມື້ນີ້ວ່າ ໄດ້ຂໍໃຫ້ລັດຖະບານເກົາຫຼີເໜືອປະຕິບັດຕາມມະຕິຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ແລະ ຢຸດຕິການສະແດງພຶດຕິກຳທີ່ເປັນຂົ່ມຂູ່ ແລະ ທຳລາຍຄວາມຫວັງດີຂອງປະຊາຄົມໂລກ ດ້ວຍການເດີນໜ້າໂຄງການພັດທະນານິວເຄຼຍ ແລະ ຂີປະນາວຸດ ພ້ອມທັງຂໍໃຫ້ລັດຖະບານເກົາຫຼີເໜືອຢ່າໄດ້ໃຈຮ້ອນ.

ເຖິງຢ່າງໃດກໍ່ຕາມທ່ານ ຫວັງ ບໍ່ໄດ້ກ່າວເຖິງທ່າທີຂອງທ່ານ ຣີ ວ່າມີການຕອບໂຕ້ ຫຼື ສະແດງທ່າທີແບບໃດກ່ຽວກັບມະຕິຫຼ້າສຸດຂອງ UNSC ທີ່ເພີ່ມມາດຕະການຂວໍ້າບາດໂດຍເນັ້ນອຸດສາຫະກຳການສົ່ງອອກແຮ່ທາດ ແລະ ອາຫານທະເລຂອງເກົາຫຼີເໜືອ ເພື່ອລົງໂທດການທົດລອງຂີປະນາວຸດຂ້າມທີວີບຂອງເກົາຫຼີເໜືອ 2 ຄັ້ງ ເມື່ອເດືອນທີ່ຜ່ານມາ ເຊິ່ງອາດສ້າງຄວາມສູນເສຍໃຫ້ກັບລະບົບເສດຖະກິດຂອງເກົາຫຼີເໜືອຫຼາຍເຖິງປີລະ 1,000 ລ້ານໂດລາສະຫະລັດ ແຕ່ກ່າວວ່າຄູ່ກໍລະນີທຸກຝ່າຍທີ່ກ່ຽວຂ້ອງກັບສະຖານະການຢູ່ແຫຼມເກົາຫຼີ ຄວນກັບມາເຂົ້າຮ່ວມການເຈລະຈາ 6 ຝ່າຍ ເພື່ອຫາທາງຜ່ອນຄາຍຄວາມເຄັ່ງຕຶງຢ່າງຖືກຕ້ອງ ພາຍຫຼັງທີ່ການເຈລະຈາຖືກຢຸດລົງໄປຕັ້ງແຕ່ປີ 2009

ຂະນະທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາ ໄດ້ລົງຂໍ້ຄວາມໃນ Twitter ສະແດງຄວາມຊົມເຊີຍທີ່ຈີນ ແລະ ລັດເຊຍສະໜັບສະໜູນມະຕິຂວໍ້າບາດເກົາຫຼີເໜືອຄັ້ງຫຼ້າສຸດຂອງ UNSCD.

ສ່ວນໃນດ້ານຂອງທ່ານ ເຣັກ ທິວເລີສັນ ລັດຖະມົນຕີກະຊວງການຕ່າງປະເທດຂອງ ສ.ອາເມຣິກາ ມີກຳນົດເຂົ້າຮ່ວມການປະຊຸມ ARF ເຊັ່ນກັນກັບທ່ານ ຫວັງ ແລະ ທັງຄູ່ມີກຳນົດພົບປະຫາລືກັນ, ແຕ່ລັດຖະມົນຕີກະຊວງການຕ່າງປະເທດ ສ.ອາເມຣິກາ ບໍ່ມີກຳນົດພົບປະຫາລືກັບຄະນະເຈົ້າໜ້າທີ່ລະດັບສູງຂອງເກົາຫຼີເໜືອ.




No comments

Powered by Blogger.