(ພາບ) (ວິດີໂອ) ວັນພັກຜ່ອນຂອງຜູ້ນຳລັດເຊຍ ໃນແບບສະບາຍໆ ຊິດເບັດ ແລະ ລ່າສັດຕາມທຳມະຊາດ - ອິດສະຫຼະ

(ພາບ) (ວິດີໂອ) ວັນພັກຜ່ອນຂອງຜູ້ນຳລັດເຊຍ ໃນແບບສະບາຍໆ ຊິດເບັດ ແລະ ລ່າສັດຕາມທຳມະຊາດ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 5 ສິງຫາ 2017 ທີ່ຜ່ານມາວ່າ: ວັງເຄຼມລິນຖະແຫຼງວ່າ ທ່ານ ວະລາດີເມຍ ປູຕິນ ປະທານປະເທດລັດເຊຍ ໃນໄວອາຍຸ 64 ປີ ໄດ້ຮັບການຂະໜານນາມຢູ່ແລ້ວວ່າ ເປັນຄົນທີ່ມີບຸກຄະລິກແຂງແຮງ ແລະ ເບິ່ງແຍງສຸຂະພາບຕົນເອງເປັນຢ່າງດີ ເຊິ່ງເປັນສ່ວນໜຶ່ງທີ່ເຮັດໃຫ້ຄະແນນນິຍົມໃນຕົວທ່ານສູງຂຶ້ນຢ່າງຕໍ່ເນື່ອງ ປະກອບກັບກຳລັງຈະມີການເລືອກຕັ້ງຊີງຕຳແໜ່ງປະທານປະເທດໃນອີກ 8 ເດືອນຂ້າງໜ້າ ເຊິ່ງຈະກົງກັບໄລຍະເດືອນ ມີນາ ຂອງປີ 2018 ເຖິງແມ່ນວ່າຈະບໍ່ມີການປະກາດອອກມາຢ່າງເປັນທາງການວ່າທ່ານຈະລົງສະໝັກເລືອກຕັ້ງ ຫຼື ບໍ່ ແຕ່ກໍ່ຄາດໝາຍກັນໄວ້ຢ່າງກວ້າງຂວາງວ່າ ທ່ານຈະລົງສະໝັກ ແລະ ສາມາດຊະນະການເລືອກຕັ້ງໄດ້ຢ່າງບໍ່ຍາກ.

ວັງເຄຼມລິນຖະແຫຼງວ່າ ທ່ານ ປູຕິນ ໄດ້ໃຊ້ເວລາສຳລັບການຊິດເບັດ ແລະ ລ່າສັດເປັນການພັກຜ່ອນສ່ວນຕົວເປັນເວລາ 3 ມື້ລະຫວ່າງວັນທີ 1-3 ສິງຫາທີ່ຜ່ານມາທີ່ສາທາລະນະລັດໄທວາ ເຂດພູມມິພາກໄຊບີຣີຕອນໃຕ້ ຕິດກັບຊາຍແດນປະເທດມົງໂກລີ ຫ່າງຈາກນະຄອນຫຼວງມົດສະກູໄປທາງຕາເວັນອອກ 3,700 ກິໂລແມັດ ແລະ ຍັງມີທ່ານ ເຊີເກ ຊອຍກູ ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍຮ່ວມໃນການພັກຜ່ອນຄັ້ງນີ້ດ້ວຍ.














No comments

Powered by Blogger.