ສ.ອາເມຣິກາ ສົ່ງເຮືອຮົບເຂົ້າມາໃນທະເລຈີນໃຕ້ ທ່າມກາງບັນຍາກາດທີ່ຊັບຊ້ອນກັບຈີນ - ອິດສະຫຼະ

ສ.ອາເມຣິກາ ສົ່ງເຮືອຮົບເຂົ້າມາໃນທະເລຈີນໃຕ້ ທ່າມກາງບັນຍາກາດທີ່ຊັບຊ້ອນກັບຈີນ



ສຳນັກຂ່າວຕ່າງປະເທດລາຍງານ 10 ສິງຫາ 2017 ວ່າ: ປະຕິບັດການທົດສອບເສລີພາບການເດີນເຮືອໃນທະເລຈີນໃຕ້ ເກີດຂຶ້ນໃນຂະນະທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາ ກຳລັງພະຍາຍາມຂໍຄວາມຮ່ວມມືຈາກຈີນ ເພື່ອຄວບຄຸມໂຄງການຂີປະນາວຸດ ແລະ ນິວເຄຼຍຂອງເກົາຫຼີເໜືອ ແລະ ນີ້ກໍ່ອາດຈະເປັນການສ້າງຄວາມຫຍຸ້ງຍາກຊັບຊ້ອນຕໍ່ຄວາມພະຍາຍາມຫາຈຸດຢືນຮ່ວມກັນກັບຈີນກໍ່ເປັນໄດ້.

ເຈົ້າໜ້າທີ່ທາງການສະຫະລັດອາເມຣິກາເປີດເຜີຍວ່າ: ເຮືອຮົບ USS John S. McCain ແລ່ນເຂົ້າໃກ້ເກາະປະກາລັງມິສຊິບ ຣີບ ໃນບັນດາເກາະສະແປຼດລີ ເຊິ່ງເປັນການທົດສອບເສລີພາບການເດີນເຮືອ ໃນທະເລຈີນໃຕ້ເປັນຄັ້ງທີ 3 ນັບຕັ້ງແຕ່ທ່ານ ທຣຳ ເຂົ້າຮັບຕຳແໜ່ງຜູ້ນຳຂອງ ສ.ອາເມຣິກາ, ໃນເບື້ອງຕົ້ນນີ້ຍັງບໍ່ມີປະຕິກິລິຍາຕອບໂຕ້ຈາກກະຊວງປ້ອງກັນປະເທດ ຫຼື ກະຊວງການຕ່າງປະເທດຂອງຈີນ.

No comments

Powered by Blogger.