ຍີ່ປຸ່ນ ປະກາດຄວາມອົດທົນຕໍ່ເກົາຫຼີເໜືອ ມີຂີດຈຳກັດ ແລະ ພ້ອມປ້ອງກັນຕົວເອງ - ອິດສະຫຼະ

ຍີ່ປຸ່ນ ປະກາດຄວາມອົດທົນຕໍ່ເກົາຫຼີເໜືອ ມີຂີດຈຳກັດ ແລະ ພ້ອມປ້ອງກັນຕົວເອງ



ສຳນັກຂ່າວຕ່າງປະເທດລາຍງານ 10 ສິງຫາ 2017 ວ່າ: ທ່ານ ໂຢຊິຮິເດະ ຊີກະ ເລຂາທິການຄະນະລັດຖະມົນຕີຍີ່ປຸ່ນ ກ່າວໃນວັນພະຫັດນີ້ວ່າ ຄວາມອົດທົນຂອງຍີ່ປຸ່ນທີ່ມີຕໍ່ສະຖານະການຢູ່ແຫຼມເກົາຫຼີມີຂີດຈຳກັດ ແລະ ການທີ່ລັດຖະບານເກົາຫຼີເໜືອປະກາດວ່າຈະຍິງຂີປະນາວຸດພິໄສກາງໂຈມຕີຖານທັບສະຫະລັດອາເມຣິກາຢູ່ເກາະກວມ ຖືເປັນໄພຮຸກຮານດ້ານຄວາມໝັ້ນຄົງຂອງຍີ່ປຸ່ນ ແລະ ປະຊາຄົມໂລກເຊັ່ນກັນ ເຊິ່ງກອງກຳລັງປ້ອງກັນຕົນເອງ (SDF) ຈະໃຊ້ມາດຕະການທີ່ຈຳເປັນ ເພື່ອປົກປ້ອງອະທິປະໄຕຂອງປະເທດ.

ເຊິ່ງທ່ານ ຊີກະ ປະຕິເສດໃຫ້ລາຍລະອຽດວ່າມາດຕະການທີ່ຈຳເປັນນັ້ນແມ່ນຫຍັງ ແຕ່ໃນອະດີດ SDF ໃຊ້ລະບົບຕໍ່ຕ້ານຂີປະນາວຸດຈາກພື້ນສູ່ອາກາດ Patriot PAC-3 ຍິງສະກັດຂີປະນາວຸດຂອງເກົາຫຼີເນືອທີ່ເຂົ້າໃກ້ນ່ານຟ້າຂອງປະເທດມາແລ້ວ.

ຂະນະທີ່ທ່ານ ເອັດດີ ແຄໂວ ຜູ້ວ່າການເກາະກວມ ກ່າວມເຖິງການທີ່ເກົາຫຼີເໜືອປະກາດຄວາມພ້ອມໃນການຍິງຂີປະນາວຸດໂຈມຕີເກາະພາຍໃນກາງເດືອນສິງຫາ ນີ້ ວ່າ ເປັນສົງຄາມຈິດຕະວິທະຍາຂອງລັດຖະບານເກົາຫຼີເໜືອ ໃນການສ້າງຄວາມຢ້ານລ່ວງໜ້າໃຫ້ແກ່ທຸກຝ່າຍທີ່ກ່ຽວຂ້ອງ ເຖິງຢ່າງໃດກໍ່ຕາມໂດຍສ່ວນຕົວເຂົາເຈົ້າເຊື່ອວ່າລະບົບປ້ອງກັນຂີປະນາວຸດໃນເກົາຫຼີໃຕ້ ແລະ ຍີ່ປຸ່ນຈະສາມາດສະກັດຂີປະນາວຸດຂອງເກົາຫຼີເໜືອໄດ້ກ່ອນທີ່ຈະເດີນທາງມາເຖິງເກາະກວມ.

ນອກຈາກນີ້ ທ່ານ ແຄໂວ ຍັງຢ້ຳວ່າຢູ່ເກາະກວມເອງກໍ່ມີລະບົບປ້ອງກັນຂີປະນາວຸດເຊັ່ນກັນ ເຊິ່ງຕັ້ງຢູ່ພາຍໃນຖານທັບອາກາດ ແລະ ທ່າຈອດເຮືອຂອງກອງທັບສະຫະລັດອາເມຣິກາ ພ້ອມທະຫານອີກປະມານ 7,000 ຄົນ ແລະ ຂໍໃຫ້ປະຊາຊົນເຊື່ອໝັ້ນຕໍ່ຄວາມສາມາດທາງການທະຫານຂອງສະຫະລັດອາເມຣິກາວ່າ ຈະສາມາດຄຸ້ມຄອງໜຶ່ງໃນດິນແດນຫ່າງໄກທາງທະເລທີ່ຢູ່ພາຍໃຕ້ອະທິປະໄຕຂອງລັດຖະບານສະຫະລັດອາເມຣິກາໄດ້ຢ່າງແນ່ນອນ ຫາກເກີດເຫດການບໍ່ຄາດຄິດຂຶ້ນຈິງ.


No comments

Powered by Blogger.