ທ່ານນາຍົກລັດຖະມົນຕີ ລົງຢ້ຽມຢາມເມືອງຄຳ, ແຂວງຊຽງຂວາງ - ອິດສະຫຼະ

ທ່ານນາຍົກລັດຖະມົນຕີ ລົງຢ້ຽມຢາມເມືອງຄຳ, ແຂວງຊຽງຂວາງ



ໃນວັນທີ 8 ສິງຫາ 2017 ທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະນຳຈາກສູນກາງ ແລະ ແຂວງຊຽງຂວາງ ໄດ້ໄປຢ້ຽມ ແລະ ໂອ້ລົມຕໍ່ພະນັກງານຫຼັກແຫຼ່ງ ເມືອງຄຳ, ແຂວງຊຽງຂວາງ ຢູ່ທີ່ສະໂມສອນ ຂອງຫ້ອງວ່າການປົກ ຄອງເມືອງດັ່ງກ່າວ.


ໃນໂອກາດນີ້, ທ່ານ ວຽງໄຊ ສີວິໄລ ເຈົ້າເມືອງໆຄຳ ໄດ້ລາຍງານໃຫ້ຊາບໂດຍຫຍໍ້ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ເຊິງເຫັນວ່າ: ເມືອງຄຳ ມີທ່າແຮງໃນການ ປູກຝັງ-ລ້ຽງສັດ, ການທ່ອງທ່ຽວ, ຫັດຖະກຳປຸງແຕ່ງ; ເສດຖະກິດຂະຫຍາຍຕົວ ປະມານ 8.5%, ລາຍຮັບສະເລ່ຍໃສ່ຫົວຄົນໄດ້ປະມານ 1.350 ໂດລາສະຫະລັດ/ຄົນ/ປີ, ອັດຕາການເຂົ້າຮຽນ ສຸດທິ ຊັ້ນປະຖົມ ກວມ 99%, ມັດທະຍົມຕອນຕົ້ນ ກວມ 68%, ມັດທະຍົມຕອນປາຍ ກວມ 66%, ຕາໜ່າງສາທາ ລະນະສຸກ ກວມ 100% ຂອງຈຳນວນບ້ານໃນທົ່ວເມືອງ, ອັດຕາການຊົມໃຊ້ວິດຖ່າຍ ກວມ 88%, ອັດຕາການຊົມໃຊ້ນໍ້າສະອາດ ກວມ 86%, ອັດຕາການຊົມໃຊ້ໄຟຟ້າ ກວມ 96% ຂອງຈຳນວນຄອບຄົວໃນທົ່ວເມືອງ, ເສັ້ນເຂົ້າເຖິງບ້ານ ກວມ 100% (ທຽວໄດ້ສອງລະດູ ກວມ 83%), ບ້ານທຸກຍາກ ຍັງກວມ 18%, ຄອບຄົວທຸກຍາກ ຍັງກວມ 2%.


ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ມີຄຳເຫັນຊີ້ນຳ ຕໍ່ພະນັກງານຫຼັກແຫຼ່ງເມືອງຄຳ ໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ເສີມຂະຫຍາຍທ່າແຮງ, ບົດຮຽນ-ເຕັກນິກວິຊາການ, ພູມປັນຍາຊາວບ້ານ, ຕົວແບບການຜະລິດ, ມູນເຊື້ອອັນດີງາມຂອງທ້ອງຖິ່ນ-ຂອງເຜົ່າ ໃຫ້ຂະຫຍາຍຕົວຢ່າງກວ້າງຂວາງ, ເກີດປະໂຫຍດສູງສຸດ ແລະ ຍືນຍົງ ໂດຍສະເພາະແມ່ນ ບົດຮຽນໃນການປູກ-ການລ້ຽງ ທີ່ໄດ້ຮັບຜົນດີ, ມີສະມັດຕະພາບສູງ, ສີໄມ້ລາຍມືການຜະລິດທີ່ງົດງາມ, ປານີດ ແລະ ວັດທະນະທຳອັນດີງາມ ທີ່ເປັນເອກະລັກຂອງທ້ອງຖິ່ນ; ເອົາໃຈໃສ່ຕໍ່ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຕ້ານປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ລວມທັງ ເຂັ້ມງວດຕໍ່ການປະຕິບັດກົດໝາຍ ແລະ ລະບຽບການ ທີ່ລັດຖະບານວາງອອກ ໂດຍສະເພາະ ນິຕິກຳທີ່ກ່ຽວຂ້ອງກັບ ບັນຫາໄມ້, ການປະຢັດມັດທະຍັດ, ການຄ້າຂາຍເຖື່ອນ; ພ້ອມດຽວກັນນັ້ນ ກໍ່ຈົ່ງເພີ່ມທະວີຄວາມສາມັກຄີປອງດອງ, ພູມໃຈໃນຄວາມເປັນລາວ, ມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນຂອງຕົນ ທີ່ບັນພະບູລຸດຂອງພວກເຮົາ ໄດ້ອອກເຫືອເທແຮງຕໍ່ສູ້ກູ້ຊາດ, ຍາດເອົາຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນແສນຮັກມາໃຫ້ພວກເຮົາ. ດັ່ງນັ້ນ, ຈົ່ງພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາບ້ານຊ່ອງຂອງຕົນ ໃຫ້ມີຄວາມສະຫງົບສຸກ, ນັບມື້ຮັ່ງມີ ແລະ ຈະ ເລີນສີວິໄລເປັນກ້າວໆ.


ໃນມື້ດຽວກັນ, ທ່ານນາຍົກລັດຖະມົນຕີ ພ້ອມຄະນະ ຍັງໄດ້ໄປຢ້ຽມຢາມເບິ່ງກຸ່ມຕົວແບບ ໃນການປູກເຂົ້າດ້ວຍກ້າກີບດຽວ, ກຸ່ມຕົວແບບຫັດຖະກຳໄໝມ້ອນ ແລະ ການວາງສະແດງ ວັດທະນະທຳຂອງເຜົ່າໄຕດຳ ຢູ່ທີ່ບ້ານຊຽງກ່ຽວ, ເມືອງຄຳຕື່ມອີກ.

No comments

Powered by Blogger.