ເກົາຫຼີເໜືອປະກາດ ກຽມພ້ອມໂຈມຕີເກາະກວມກາງເດືອນສິງຫານີ້ ຖ້າຜູ້ນຳອະນຸມັດ - ອິດສະຫຼະ

ເກົາຫຼີເໜືອປະກາດ ກຽມພ້ອມໂຈມຕີເກາະກວມກາງເດືອນສິງຫານີ້ ຖ້າຜູ້ນຳອະນຸມັດ



ສຳນັກຂ່າວຕ່າງປະເທດລາຍງານ 10 ສິງຫາ 2017 ວ່າ: ສຳນັກຂ່າວທາງການຂອງເກົາຫຼີເໜືອລາຍງານໃນວັນພະຫັດນີ້ວ່າ ການເຈລະນາກັບຄົນທີ່ບໍ່ມີເຫດຜົນ ເປັນເລື່ອງທີ່ເປັນໄປບໍ່ໄດ້ ແລະ ມີພຽງການໃຊ້ກຳລັງເທົ່ານັ້ນທີ່ຈະສາມາດຕໍ່ປາກຕໍ່ຄຳກັບຄົນລັກສະນະນີ້ໄດ້ ເຖິງແມ່ນວ່າຈະບໍ່ມີການກ້າວເຖິງບຸກຄົນໃນໂດຍກົງ ແຕ່ເປັນທີ່ຮັບຮູ້ກັນດີວ່າໝາຍເຖິງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາ ທີ່ໄດ້ກ່າວເມື່ອບໍ່ດົນມານີ້ວ່າ ລັດຖະບານເກົາຫຼີເໜືອທີ່ນຳໂດຍ ທ່ານ ຄິມ ຈອງ-ອຶນ ເປັນໄພຮຸກຮານຮ້າຍແຮງຕໍ່ສະຫະລັດອາເມຣິກາ ແລະ ຫາກຍັງເດີນໜ້າຂົ່ມຂູ່ແບບນີ້ຕໍ່ໄປອີກ ເກົາຫຼີເໜືອອາດຕ້ອງໄດ້ຫຼິ້ນກັບ "ໄຟ ແລະ ຄວາມບ້າເລືອດ" ໃນແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນໃນໂລກໜ່ວຍນີ້.

ນອກຈາກນີ້ລາຍງານຂອງສຳນັກຂ່າວທາງການຂອງເກົາຫຼີອ້າງຄຳກ່າວຂອງທ່ານ ພົນເອກ ຄິມ ຣັກ-ກະຢອມ ຜູ້ບັນຊາການກອງກຳລັງທາງຍຸດທະສາດຂອງກອງທັບປະຊາຊົນເກົາຫຼີວ່າ ລັດຖະບານເກົາຫຼີເໜືອຈະກຽມແຜນການທາງທະຫານໃນການໂຈມຕີເກາະກວມດ້ວຍຂີປະນາວຸດພິໄສກາງ Hwasong-12 ໃຫ້ສຳເລັດພາຍໃນກາງເດືອນສິງຫາ ນີ້ ເຊິ່ງຫຼັງຈາກນັ້ນຈະເຫຼືອພຽງການລໍຖ້າຄຳສັ່ງອະນຸມັດຈາກຜູ້ນຳສູງສຸດເທົ່ານັ້ນ ໂດຍທັນທີ່ທີ່ໄດ້ຮັບຄຳສັ່ງ ຂີປະນາວຸດຢ່າງໜ້ອຍ 4 ລູກໃຊ້ເວລາ 1,065 ວິນາທີ ໃນການເດີນທາງໃນໄລຍະທາງ 3,356.7 ກິໂລແມັດ ຜ່ານເມືອງຊິມາເນະ, ເມືອງຮິໂຣຊິມາ ແລະ ເມືອງໂຄອິຈິຂອງຍີ່ປຸ່ນ ກ່ອນໂຈມຕີນ່ານນ້ຳທີ່ຫ່າງຈາກເກາະກວມພຽງ 30-40 ກິໂລແມັດ.


ຕໍ່ມາທ່ານ ພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດອາເມຣິກາ ກ່າວວ່າເກົາຫຼີເໜືອຄວນຢຸດຕິແຜນການໃດໆກໍ່ຕາມທີ່ອາດນຳໄປສູ່ການລົ້ມສະຫຼາຍຂອງລະບອບອຳນາດຕະກູນຄິມ ແລະ ສ້າງຄວາມສູນເສຍຮ້ານແຮງໃຫ້ກັບປະຊາຊົນຂອງຕົວເອງ ພ້ອມທັງເຕືອນວ່າເກົາຫຼີເໜືອບໍ່ມີທາງເອົາຊະນະສະຫະລັດອາເມຣິກາໄດ້ ບໍ່ວ່າຈະເປັນການແຂ່ງຂັນສະສົມອາວຸດ ຫຼື ການສູ້ຮົບດ້ວຍອາວຸດກໍ່ຕາມ.

ໃນດ້ານຂອງທ່ານ ເອັດດີ ແຄໂວ ຜູ້ວ່າການເກາະກວມກ່າວສະແດງຄວາມເຊື່ອໝັ້ນໃນຄວາມສາມາດທາງການທະຫານຂອງກອງທັບສະຫະລັດອາເມຣິກາ, ນອກຈາກນີ້ ທ່ານ ເຣັກ ທິວເລີສັນ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດອາເມຣິກາ ໄດ້ເດີນທາງຢ້ຽມຢາມເກາະກວມເມື່ອວັນພຸດທີ່ຜ່ານມາ ແລະ ກ່າວຂໍໃຫ້ທຸກຝ່າຍຢ່າແຕກຕື່ນຫຼາຍກັບຄຳຂົ່ມຂູ່ຂອງເກົາຫຼີເໜືອ.


No comments

Powered by Blogger.