ສົງຄາມນ້ຳລາຍ ສ.ອາເມຣິກາ ແລະ ເກົາຫຼີເໜືອ ທາງຝ່າຍຕ່າງຂົ່ມຂູ່ເຊິ່ງກັນແລະກັນ - ອິດສະຫຼະ

ສົງຄາມນ້ຳລາຍ ສ.ອາເມຣິກາ ແລະ ເກົາຫຼີເໜືອ ທາງຝ່າຍຕ່າງຂົ່ມຂູ່ເຊິ່ງກັນແລະກັນ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 8 ສິງຫາ 2017 ທີ່ຜ່ານມາວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາກ່າວເມື່ອວັນອັງຄານທີ່ຜ່ານມາວ່າ ທ່ານ ຄິມ ຈອງ-ອຶນ ເປັນໄພຮຸກຮານຮ້າຍແຮງຕໍ່ຄວາມໝັ້ນຄົງແຫ່ງລັດ ແລະ ເກົາຫຼີເໜືອຢ່າຂົ່ມຂູ່ສະຫະລັດອາເມຣິກາຫຼາຍກວ່ານີ້ຊິດີກວ່າ ເນື່ອງຈາກຫາກສະຖານະການຍັງເປັນແບບນີ້ຕໍ່ໄປ ລັດຖະບານເກົາຫຼີເໜືອອາດຕ້ອງພົບກັບ "ໄພ ແລະ ຄວາມບ້າເລືອດ" ຄັ້ງຮຸນແຮງໃນລະດັບທີ່ໂລກຍັງບໍ່ເຄີຍເຫັນມາກ່ອນ.

ເຖິງຢ່າງໃດກໍ່ຕາມພາຍໃນບໍ່ພໍເທົ່າໃດຊົ່ວໂມງຕໍ່ມາ ສຳນັກຂ່າວທາງການຂອງເກົາຫຼີເໜືອໄດ້ລາຍງານວ່າ ລັດຖະບານເກົາຫຼີເໜືອກຳລັງພິຈາລະນາຢ່າງຈິງຈັງກ່ຽວກັບຄວາມເປັນໄປໄດ້ໃນການໃຊ້ຂີປະນາວຸດພິໄສກາງ Hwasong-12 ໂຈມຕີຖານທັບຂອງສະຫະລັດອາເມຣິກາທີ່ຕັ້ງຢູ່ເກາະກວມ ທາງພາກຕາເວັນຕົກຂອງມະຫາສະໝຸດປາຊີຟິກ, ຂະນະທີ່ໜັງສືພິມ The Washington Post ລາຍງານໃນເວລາໃກ້ຄຽງກັນໂດຍອ້າງແຫຼ່ງຂ່າວໃນສຳນັກຂ່າວກອງກະຊວງປ້ອງກັນປະເທດສະຫະລັດອາເມຣິກາ (DSI) ວ່າມີການປະເມີນປະສິດທິພາບດ້ານການພັດທະນາອາວຸດຂອງເກົາຫຼີເໜືອວ່າ ພຽງພໍແກ້ການພັດທະນາຫົວຮົບນິວເຄຼຍຂະໜາດນ້ອຍສຳລັບຕິດຕັ້ງໃນຂີປະນາວຸດໄດ້ແລ້ວ ເຊິ່ງລວມເຖິງຂີປະນາວຸດຂ້າມທະວີບ.


No comments

Powered by Blogger.