ຫວຽດນາມ ໄດ້ຮັບການຢືນຢັນວ່າ ສ.ອາເມຣິກາ ຈະສະໜັບສະໜູນທາງການທະຫານ - ອິດສະຫຼະ

ຫວຽດນາມ ໄດ້ຮັບການຢືນຢັນວ່າ ສ.ອາເມຣິກາ ຈະສະໜັບສະໜູນທາງການທະຫານ



ສຳນັກຂ່າວຕ່າງປະເທດລາຍງານ 9 ສິງຫາ 2017 ວ່າ: ທ່ານ ພົນເອກ. ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດອາເມຣິກາກ່າວລະຫວ່າງການພົບປະຫາລືກັບທ່ານ ພົນເອກ. ໂງ ຊວນ ຫຼີກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ທີ່ເພນຕາກອນ ໃນນະຄອນຫຼວງວໍຊິງຕັນ ເມື່ອວັນອັງຄານທີ່ຜ່ານມາວ່າ ສ.ອາເມຣິກາຊົມເຊີຍຕໍ່ການສະແດງຄວາມຮ່ວມມື ແລະ ການພະຍາຍາມເພີ່ມບົດບາດຄວາມເປັນຜູ້ນຳຂອງຫວຽດນາມ ທີ່ມີຕໍ່ສະຖານະການດ້ານຄວາມໝັ້ນຄົງໃນພູມມິພາກອາຊີ-ປາຊີຟິກ.

ໂດຍເພື່ອເປັນການສະໜັບສະໜູນ ແລະ ສົ່ງເສີມການຮ່ວມມືດ້ານຄວາມໝັ້ນຄົງໃນລະດັບທະວີພາຄີ ແລະ ຍັງເປັນໄປຕາມການປຶກສາຫາລືລະຫວ່າງທ່ານ ໂດໂນ ທຣຳ ປະທານປະເທດ ສ.ອາເມຣິກາ ກັບທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຂອງຫວຽດນາມ ເມື່ອເດືອນພຶດສະພາ ທີ່ຜ່ານມາ, ທ່ານ ແມັດ ທິສ ປະກາດວ່າກອງທັບເຮືອ ສ.ອາເມຣິກາຈະສົ່ງເຮືອບັນທຸກຍົນຮົບເດີນທາງຢ້ຽມຢາມຫວຽດນາມໃນປີໜ້າ ເຊິ່ງຈະຖືເປັນ "ຄັ້ງປະຫວັດສາດ" ແລະ ເປັນຄັ້ງທຳງອິດນັບຕັ້ງແຕ່ສົງຄາມຫວຽດນາມຢຸດຕິລົງໃນປີ 1975, ໃນດ້ານຂອງທ່ານ ຮາ ຮອງ ຮົບ ທີ່ປຶກສາດ້ານການເມືອງຂອງລັດຖະບານຫວຽດນາມກ່າວວ່າ ຂໍ້ຕົກລົງດັ່ງກ່າວສອດຄ່ອງກັບນະໂຍບາຍຍຸດທະສາດການເມືອງລະຫວ່າງປະເທດຂອງຫວຽດນາມໃນການ "ເປັນມິດ" ກັບທຸກປະເທດແຕ່ບໍ່ອາດປະນີປະນອມໄດ້ໃນບັນຫາທີ່ກ່ຽວກັບອະທິປະໄຕເໜືອດິນແດນ.


ເຖິງຢ່າງໃດກໍ່ຕາມ ຫວຽດນາມບໍ່ໄດ້ຮັບການສະໜັບສະໜູນຈາກບັນດາປະເທດເພື່ອນບ້ານໃກ້ຊິດໃນອາຊຽນຫຼາຍເທົ່າທີ່ຄວນ ໃນການທ້າທາຍການອ້າງກຳມະສິດຂອງລັດຖະບານຈີນເໜືອດິນແດນນ່ານນ້ຳເກືອບທັງໝົດໃນທະເລຈີນໃຕ້ ແລະ ການທີ່ຈີນຍັງຄົງເດີນໜ້າຂະຫຍາຍອານາເຂດສ້າງເກາະທຽມຄ່ຽງຄູ່ໄປກັບການເສີມກຳລັງທາງການທະຫານໃນບໍລິເວນດັ່ງກ່າວນີ້, ເນື່ອງຈາກເສດຖະກິດຂອງຫຼາຍປະເທດຍັງຈຳເປັນຕ້ອງເພິ່ງພາການລົງທຶນຈາກຈີນ ສົ່ງຜົນໃຫ້ເນື້ອໃນຖະແຫຼງການຂອງການປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ເມື່ອທ້າຍອາທິດທີ່ຜ່ານມາ ຍັງບໍ່ມີຖ້ອຍຄຳທີ່ໜັກແໜ້ນເທົ່າທີ່ຄວນດັ່ງເຊັ່ນທຸກຄັ້ງທີ່ຜ່ານມາ, ເຖິງແມ່ນວ່າຈະມີການລະບຸເຖິງການຂະຫຍາຍອານາເຂດ ແລະ ຂະຫຍາຍອິດທິພົນທາງການທະຫານໃນທະເລຈີນໃຕ້ ແຕ່ບໍ່ໄດ້ມີການກ່າວຫາໂດຍກົງເຖິງຈີນ.

ນອກຈາກນີ້, ຄວາມຂັດແຍ່ງລະຫວ່າງຈີນ ກັບ ຫວຽດນາມໃນບັນຫາທະເລຈີນໃຕ້ມີຄວາມເຄັ່ງຕຶງຫຼາຍຂຶ້ນ ເມື່ອລັດຖະບານຈີນເປັນຝ່າຍຍົກເລີກການປຶກສາຫາລືນອກຮອບການປະຊຸມອາຊຽນວ່າດ້ວຍການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງໃນພູມມິພາກອາຊີ-ປາຊີຟິກລະຫວ່າງທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ກັບທ່ານ ຝ່າມ ບິນ ມິນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ທີ່ນະຄອນຫຼວງມະນິລາ ປະເທດຟິລິບປິນ ເມື່ອວັນອັງຄານທີ່ຜ່ານມາ ເຊິ່ງອາດຈະເປັນຄວາມບໍ່ພໍໃຈຂອງຈີນ ເນື່ອງຈາກລັດຖະບານຫວຽດນາມໄດ້ຂຸດເຈາະນ້ຳມັນ ແລະ ແກັດທຳມະຊາດໃນທະເລນອກຊາຍຝັ່ງຕາເວັນອອກສຽງໃຕ້ຂອງປະເທດເມື່ອເດືອນມິຖຸນາ 2017 ທີ່ຜ່ານມາ ແຕ່ຈຳເປັນຕ້ອງໄດ້ຢຸດຕິໃນເວລາຕໍ່ມາ ເພາະໄດ້ຮັບແຮງກົດດັນຢ່າງຮຸນແຮງຈາກລັດຖະບານຈີນ.

No comments

Powered by Blogger.