ອິນໂດເນເຊຍ ໃຊ້ສິນຄ້າກະສິກຳ ແລກປ່ຽນຍົນຮົບຈາກລັດເຊຍ - ອິດສະຫຼະ

ອິນໂດເນເຊຍ ໃຊ້ສິນຄ້າກະສິກຳ ແລກປ່ຽນຍົນຮົບຈາກລັດເຊຍ



ສຳນັກຂ່າວຕ່າງປະເທດລາຍງານ 8 ສິງຫາ 2017 ວ່າ: ທ່ານ ມາໂຣລອບ ແນັງໂກລານ ໂຄສົກກະຊວງການຄ້າອິນໂດເນເຊຍເປີດເຜີຍວ່າ ອິນໂດເນເຊຍ ແລະ ລັດເຊຍໄດ້ລົງນາມໃນບັນທຶກຄວາມເຂົ້າໃຈ ຫຼື MOU ທີ່ນະຄອນຫຼວງມົດສະກູ ເມື່ອອາທິດທີ່ຜ່ານມາ ເພື່ອແລກປ່ຽນຍົນຮົບ Sukhoi Su-35s ຈຳນວນ 11 ລຳຂອງລັດເຊຍ ກັບ ສິນຄ້າກະສິກຳຂອງອິນໂດເນເຊຍຄື ກາເຟ, ຊາ ແລະ ນ້ຳມັນປາມ ໂດຍແນວຄິດໃນການແລກປ່ຽນສິນຄ້າຖືກສະເໜີເມື່ອປີທີ່ຜ່ານມາ.

ໂດຍທ່ານ ເອັງກາເຕຍສະໂຕ ລູກິຕາ ລັດຖະມົນຕີກະຊວງການຄ້າອິນໂດເນເຊຍກ່າວວ່າ ການຂວໍ້າບາດຂອງກຸ່ມປະເທດຕາເວັນຕົກ ໄດ້ບັງຄັບໃຫ້ລັດເຊຍຕ້ອງສະແຫວງຫາຕະຫຼາດໃໝ່ເພື່ອນຳເຂົ້າສິນຄ້າ ເຊິ່ງຖືເປັນຂ່າວດີສຳລັບອິນໂດເນເຊຍ ທີ່ເປັນໂອກາດຂອງອິນໂດເນເຊຍທີ່ບໍ່ຄວນປ່ອຍໃຫ້ຫຼຸດມືໄປ.

ຂໍ້ຕົກລົງລະຫວ່າງບໍລິສັດ Rostec ຂອງລັດເຊຍ ກັບບໍລິສັດ PT Perusahaan Perdagangan ຂອງອິນໂດເນເຊຍ ອາດເປັນການເປີດທາງສຳລັບຂໍ້ຕົກລົງທະວີພາຄີໃນອະນາຄົດ ທີ່ຈະຂະຫຍາຍໄປສູ່ພາກພະລັງງານ ແລະ ການບິນ. ສ່ວນໄລຍະເວລາ ແລະ ມູນຄ່າຂອງການແລກປ່ຽນນັ້ນ ຍັງບໍ່ໄດ້ຮັບການເປີດເຜີຍລາຍລະອຽດເທື່ອ.


No comments

Powered by Blogger.