ສ.ອາເມຣິກາ ຮຽກຮ້ອງໃຫ້ໄທ ຮ່ວມມືສະກັດກັ້ນເງິນທຶນຂອງເກົາຫຼີເໜືອ ເພື່ອຕອບໂຕ້ໂຄງການນິວເຄຼຍ - ອິດສະຫຼະ

ສ.ອາເມຣິກາ ຮຽກຮ້ອງໃຫ້ໄທ ຮ່ວມມືສະກັດກັ້ນເງິນທຶນຂອງເກົາຫຼີເໜືອ ເພື່ອຕອບໂຕ້ໂຄງການນິວເຄຼຍ



ສຳນັກຂ່າວຕ່າງປະເທດລາຍງານ 8 ສິງຫາ 2017 ວ່າ: ທ່ານ ເຣັກ ທິວເລີສັນ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດອາເມຣິກາ ຮຽກຮ້ອງໃຫ້ທາງການໄທສະກັດກັ້ນເສັ້ນທາງການເງິນການລົງທຶນຂອງເກົາຫຼີເໜືອ ລວມທັງຮຽກຮ້ອງໃຫ້ສັ່ງປິດກິດຈະການບັງໜ້າຂອງບັນດາບໍລິສັດເກົາຫຼີເໜືອ ໃນລະຫວ່າງການເດີນທາງຢ້ຽມຢາມບາງກອກ ປະເທດໄທ, 8 ສິງຫາ 2017 ນີ້, ການເດີນທາງຢ້ຽມຢາມຄັ້ງນີ້ຂອງລັດຖະມົນຕີຕ່າງປະເທດ ສ.ອາເມຣິກາ ຖືເປັນເຈົ້າໜ້າທີ່ລະດັບສູງສຸດຂອງ ສ.ອາເມຣິກາ ທີ່ເດີນທາງຢ້ຽມຢາມໄທນັບຕັ້ງແຕ່ເກີດການລັດຖະປະຫານເມື່ອ 3 ປີທີ່ຜ່ານມາ.

ໂດຍເປົ້າໝາຍສູງສຸດຂອງທ່ານ ເຣັກ ທິວເລີສັນ ລັດຖະມົນຕີຕ່າງປະເທດ ສ.ອາເມຣິກາ ຄືຮຽກຮ້ອງໃຫ້ປະເທດໃນອາຊີຕາເວັນອອກສຽງໃຕ້ ເພີ່ມມາດຕະການສະກັດກັ້ນເງິນທຶນຂອງເກົາຫຼີເໜືອ, ໂດຍທ່ານ ຊູຊານ ທອນຕັນ ຜູ້ຊ່ວຍລັດຖະມົນຕີຕ່າງປະເທດ ສ.ອາເມຣິກາ ດ້ານກິດຈະການອາຊີຕາເວັນອອກສຽງໃຕ້ ແລະ ປາຊີຟິກລະບຸວ່າ ສ.ອາເມຣິກາເຊື່ອວ່າ ເກົາຫຼີເໜືອເຂົ້າມາຕັ້ງບໍລິສັດບັງໜ້າຫຼາຍແຫ່ງໃນປະເທດໄທ ເພື່ອໃຊ້ເປັນສູນກາງໃນພູມມິພາກນີ້ ແລະ ປ່ຽນຊື່ຕະຫຼອດເວລາເພື່ອປິດບັງຕົວຕົນ ເຊິ່ງທາງ ສ.ອາເມຣິກາເອງແມ່ນຕ້ອງການໃຫ້ທາງການໄທປິດກິດຈະການຂອງບໍລິສັດເຫຼົ່ານັ້ນ.

ໄທເປັນໜຶ່ງໃນຫຼາຍປະເທດໃນອາຊີຕາເວັນອອກສຽງໃຕ້ທີ່ອະນຸຍາດໃຫ້ເກົາຫຼີເໜືອສ້າງຕັ້ງສະຖານທູດ ແລະ ຄ້າຂາຍກັບລັດຖະບານເກົາຫຼີເໜືອ ໂດຍໃນປີທີ່ຜ່ານມາປະເທດໄທ ແລະ ເກົາຫຼີເໜືອມີມູນຄ່າການຊື້-ຂາຍຮ່ວມກັນ 126 ລ້ານໂດລາສະຫະລັດ ຫຼື ເພີ່ມຂຶ້ນເກືອບ 3 ເທົ່ານັບຈາກປີ 2009.

ເຊິ່ງທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີຂອງໄທ ກ່າວກ່ອນການພົບປະກັບທ່ານ ທິວເລີສັນວ່າ ໄທສະໜັບສະໜູນມາດຕະການຂວໍ້າບາດຄັ້ງໃໝ່ຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຫຼື UNSC ຕໍ່ລັດຖະບານເກົາຫຼີ ແຕ່ບໍ່ໄດ້ໃຫ້ລາຍລະອຽດໃດໆ.

ນອກຈາກນີ້ ລັດຖະບານ ສ.ອາເມຣິກາ ຍັງຮຽກຮ້ອງໃຫ້ໄທຍອມຮັບຜູ້ລີ້ໄພເກົາຫຼີເໜືອເທົ່າທີ່ເຮັດໄດ້ ໂດຍເມື່ອອາທິດທີ່ຜ່ານ ສຳນັກຂ່າວ Reuters ໄດ້ລາຍງານວ່າ ໃນໄລຍະຫຼາຍເດືອນທີ່ຜ່ານມານີ້ ມີຊາວເກົາຫຼີເໜືອຫຼົບໜີເຂົ້າປະເທດໄທຢ່າງຜິດກົດໝາຍເພີ່ມຂຶ້ນຈຳນວນຫຼາຍ.

No comments

Powered by Blogger.