ຄວາມເຄັ່ງຕຶງໃນທະເລຈີນໃຕ້ ເຮັດໃຫ້ຈີນຍົກເລີກເຈລະຈານອກຮອບປະຊຸມອາຊຽນກັບຫວຽດນາມ - ອິດສະຫຼະ

ຄວາມເຄັ່ງຕຶງໃນທະເລຈີນໃຕ້ ເຮັດໃຫ້ຈີນຍົກເລີກເຈລະຈານອກຮອບປະຊຸມອາຊຽນກັບຫວຽດນາມ



ສຳນັກຂ່າວຕ່າງປະເທດລາຍງານ 8 ສິງຫາ 2017 ວ່າ: ສະຖານເອກອັກຄະລັດຖະທູດຈີນ ປະຈຳນະຄອນຫຼວງມະນິລາ ລາຍງານວ່າ ກຳນົດການພົບປະຫາລືໃນມື້ວັນອັງຄານນີ້ ລະຫວ່າງທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ກັບ ທ່ານ ຝ່າມ ບິນ ມິນ ລັດຖະມົນຕີກະຊວງການຕ່າງປະເທດຂອງຫວຽດນາມ ນອກຮັບການປະຊຸມອາຊຽນວ່າດ້ວຍການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງໃນພູມມິພາກອາຊີ-ປາຊີຟິກ (ARF) ທີ່ນະຄອນຫຼວງມະນິລາ ປະເທດຟິລິບປິນ "ຈະບໍ່ເກີດຂຶ້ນ" ໂດຍບໍ່ມີການລະບຸເຫດຜົນຢ່າງຊັດເຈນ ຂະນະທີ່ກະຊວງການຕ່າງປະເທດທັງສອງປະເທດຍັງບໍ່ສະແດງທ່າທີໃນເລື່ອງດັ່ງກ່າວນີ້.

ຫວຽດນາມ ເປັນໜຶ່ງໃນສະມາຊິກຂອງອາຊຽນ ທີ່ຮຽກຮ້ອງຕໍ່ກອງປະຊຸມໃຫຍ່ລັດຖະມົນຕີການຕ່າງປະເທດອາຊຽນ ເມື່ອວັນເສົາທີ່ຜ່ານມາ ໃຫ້ມີການເພີ່ມຄວາມໜັກແໜ້ນຂອງເນື້ອໃນຖະແຫຼງການເລື່ອງທະເລຈີນໃຕ້ ແຕ່ເກີດຄວາມຂັດແຍ່ງກັບຫຼາຍປະເທດທີ່ເປັນຫ່ວງເລື່ອງບົດບາດດ້ານການລົງທຶນຂອງຈີນໃນພູມມິພາກ ສົ່ງຜົນໃຫ້ການອອກຖະແຫຼງການຕ້ອງຊັກຊ້າກວ່າກຳນົດເຖິງ 1 ມື້ ແລະ ເຖິງແມ່ນວ່າອາຊຽນຈະສາມາດອອກຖະແຫຼງການຮ່ວມກັນໄດ້ໃນທີ່ສຸດເມື່ອວັນອາທິດທີ່ຜ່ານມາ ໂດຍມີການສະແດງເຖິງຄວາມເປັນຫ່ວງຕໍ່ການຂະຫຍາຍອານາເຂດ ແລະ ການເສີມກຳລັງທາງທະຫານໃນທະເລຈີນໃຕ້ ແຕ່ບໍ່ມີເນື້ອໃນວັກໃດທີ່ກ່າວຫາໂດຍກົງເຖິງປະເທດຈີນ ແລະ ລັດຖະບານຈີນ.

ເຊິ່ງຄວາມຂັດແຍ່ງເລື່ອງທະເລຈີນໃຕ້ລະຫວ່າງຫວຽດນາມ ກັບ ຈີນທະວີຄວາມຮຸນແຮງເພີ່ມຂຶ້ນນັບຕັ້ງແຕ່ເດືອນ ມິຖຸນາ 2017 ທີ່ຜ່ານມາ ເມື່ອລັດຖະບານຫວຽດນາມໄດ້ມີການອະນຸຍາດໃຫ້ຂຸດເຈາະນ້ຳມັນ ແລະ ແກັດທຳມະຊາດໃນທະເລຈີນໃຕ້ນອກຊາຍຝັ່ງທາງຕາເວັນອອກສຽງໃຕ້ຂອງປະເທດ ກ່ອນຈຳເປັນຕ້ອງໄດ້ຢຸດຕິລົງໃນເວລາຕໍ່ມາ ຍ້ອນໄດ້ຮັບແຮງກົດດັນຈາກລັດຖະບານຈີນ, ປັດຈຸບັນຈີນໄດ້ສ້າງເກາະທຽມໄວ້ຢ່າງໜ້ອຍ 7 ແຫ່ງ ໃນທະເລຈີນໃຕ້ ສ່ວນຫວຽດນາມມີຢູ່ຢ່າງໜ້ອຍ 2 ແຫ່ງ.

No comments

Powered by Blogger.