ເຖິງຈະຂວໍ້າບາດຄັ້ງໃໝ່ເກົາຫຼີເໜືອເດີນໜ້າໂຄງການນິວເຄຼຍຕໍ່ ແລະ ບໍ່ໄດ້ຫວັງໂຈມຕີໃຜນອກຈາກ ສ.ອາເມຣິກາ - ອິດສະຫຼະ

ເຖິງຈະຂວໍ້າບາດຄັ້ງໃໝ່ເກົາຫຼີເໜືອເດີນໜ້າໂຄງການນິວເຄຼຍຕໍ່ ແລະ ບໍ່ໄດ້ຫວັງໂຈມຕີໃຜນອກຈາກ ສ.ອາເມຣິກາ



ສຳນັກຂ່າວຕ່າງປະເທດລາຍງານ 8 ສິງຫາ 2017 ວ່າ: ສຳນັກຂ່າວກາງເກົາຫຼີເໜືອ ຫຼື KCNA ໄດ້ເຜີຍແຜ່ຖະແຫຼງການຈາກທາງການເກົາຫຼີເໜືອທີ່ລະບຸວ່າ ມາດຕະການຂວໍ້າບາດຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຫຼື UNSC ມີສະຫະລັດເປັນຜູ້ຊັກຈູງຢູ່ເບື້ອງຫຼັງ ເພື່ອຫວັງໂດດດ່ຽວເກົາຫຼີເໜືອ ມາດຕະການດັ່ງກ່າວຖືວ່າເປັນການລະເມີດອະທິປະໄຕຂອງປະເທດຢ່າງຮ້າຍແຮງ ແລະ ເກົາຫຼີເໜືອຈະບໍ່ຍອມເຈລະຈາ ຫຼື ຖອຍຫຼັງໂຄງການອາວຸດນິວເຄຼຍແມ່ນແຕ່ບາດກ້າວດຽວ ເຖິງແມ່ນວ່າຈະຕ້ອງພົບກັບໄພຮຸກຮານຈາກສະຫະລັດອາເມຣິກາກໍ່ຕາມ ນອກຈາກນີ້ ສະຫະລັດອາເມຣິກາຈະຕ້ອງຖືກເອົາຄືນຢ່າງສາສົມຫຼາຍພັນເທົ່າ ພ້ອມກັບຢ້ຳວ່າສະຫະລັດອາເມຣິກາບໍ່ໄດ້ປອດໄພຈາກອາວຸດຂອງເກົາຫຼີເໜືອ ລວມເຖິງປະເທດອື່ນໆທີ່ສະໜັບສະໜູນສະຫະລັດອາເມຣິກາກໍ່ເຊັ່ນກັນ.

ຂະນະດຽວກັນທ່ານ ບັງ ຄວາງ-ຮະຢຸກ ໂຄສົກຂອງເກົາຫຼີເໜືອໃນກອງປະຊຸມອາຊຽນວ່າດ້ວຍການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງໃນພູມມິພາກອາຊີ-ປາຊີຟິກ (ARF) ກ່າວຕໍ່ສື່ມວນຊົນນອກຮອບການປະຊຸມທີ່ນະຄອນຫຼວງມະນິລາ ປະເທດຟິລິບປິນວ່າ: ສະຫະລັດອາເມຣິກາເປັນສາເຫດທີ່ເຮັດໃຫ້ເກີດວິກິດຄວາມຂັດແຍ່ງດ້ານນິວເຄຼຍຢູ່ແຫຼມເກົາຫຼີ ແລະ ເກົາຫຼີເໜືອຈະບໍ່ຍົກເອົາເລື່ອງການພັດທະນາອາວຸດນິວເຄຼຍ ແລະ ຂີປະນາວຸດຂຶ້ນມາໂອ້ລົມກັນຢູ່ໂຕະເຈລະນາ ຫາກສະຫະລັດອາເມຣິກາ ແລະ ປະເທດພັນທະມິດຂອງສະຫະລັດອາເມຣິກາຍັງບໍ່ຢຸດຕິນະໂຍບາຍຂົ່ມຂູ່ຮຸກຮານເກົາຫຼີເໜືອ.

ໃນດ້ານຂອງທ່ານ ຣີ ຢອງ-ໂຮ ລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອກ່າວວ່າ: "ເກົາຫຼີເໜືອເປັນປະເທດມະຫາອຳນາດທາງດ້ານນິວເຄຼຍ ແລະ ເປັນລັດທີ່ມີຂີປະນາວຸດຂ້າມທະວີບທີ່ມີຄວາມຮັບຜິດຊອບ, ພວກເຮົາບໍ່ຕ້ອງການທີ່ຈະໃຊ້ອາວຸດນິວເຄຼຍໂຈມຕີປະເທດໃດ ນອກຈາກສະຫະລັດອາເມຣິກາ ແຕ່ພວກເຮົາຈະໂຈມຕີປະເທດອື່ນດ້ວຍ ຫາກເຂົ້າຮ່ວມກັບສະຫະລັດອາເມຣິກາໃນການຄິດບໍ່ດີຕໍ່ເກົາຫຼີເໜືອ" ນອກຈາກນີ້ທ່ານ ຣີ ຍັງກ່າວວ່າ ບັນຫານິວເຄຼຍຢູ່ແຫຼມເກົາຫຼີໄດ້ຖືກສ້າງເລື່ອງ ແລະ ເຮັດໃຫ້ບານປາຍຢູ່ໃນຂະນະນີ້ກໍ່ຍ້ອນສີມືຂອງສະຫະລັດອາເມຣິກາ.

ເມື່ອທ້າຍອາທິດທີ່ຜ່ານມາ UNSC ມີມະຕິເປັນເອກະພາບ 15-0 ສຽງ ໃຫ້ໃຊ້ມາດຕະການຂວໍ້າບາດຄັ້ງໃໝ່ຕາມການສະໜີຂອງສະຫະລັດອາເມຣິກາ ເຊິ່ງປະກອບດ້ວຍຄຳສັ່ງຫ້າມເກົາຫຼີເໜືອສົ່ງອອກຖ່ານຫິນ, ເຫຼັກ ແລະ ແຮ່ເຫຼັກ, ກົ່ວ ແລະ ແຮ່ກົ່ວ, ປາ ແລະ ອາຫານທະເລ ລວມເປັນມູນຄ່າກວ່າ 1,000 ລ້ານໂດລາສະຫະລັດ ເນື່ອງຈາກເຫັນວ່າລາຍໄດ້ຈາກການສົ່ງອອກສິນຄ້າຂອງເກົາຫຼີເໜືອຖືກນຳໄປໃຊ້ເພື່ອພັດທະນາໂຄງການນິວເຄຼຍ ແລະ ຂີປະນາວຸດ.

No comments

Powered by Blogger.