ທ່ານ ນາງ ຍິ່ງລັກ ອະດີດນາຍົກໄທ ກຽມຍື່ນຂໍລີ້ໄພການເມືອງຢູ່ອັງກິດ - ອິດສະຫຼະ

ທ່ານ ນາງ ຍິ່ງລັກ ອະດີດນາຍົກໄທ ກຽມຍື່ນຂໍລີ້ໄພການເມືອງຢູ່ອັງກິດ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 26 ສິງຫາ 2017 ທີ່ຜ່ານມາວ່າ: ແຫຼ່ງຂ່າວລະດັບສູງໃນຄະນະຮັກສາຄວາມສະຫງົບແຫ່ງຊາດ (ໄທ) ຫຼື ຄສຊ ເປີດເຜີຍຕໍ່ສຳນັກຂ່າວ AFP ເມື່ອວັນເສົາທີ່ຜ່ານມາວ່າ ທ່ານ ນາງ ຍິ່ງລັກ ຊິນນະວັດ ອະດີດນາຍົກລັດຖະມົນຕີຂອງໄທ ຢູ່ທີ່ນະຄອນດູໄບ ສະຫະນະຄອນ ເອເມຣັດ ອາຣັບ (UAE) ແລ້ວ ແລະ ອາດຈະພະຍາຍາມຂໍລີ້ໄພໃນປະເທດອັງກິດ, ໂດຍແຫຼ່ງຂ່າວທີ່ເປັນເຈົ້າໜ້າທີ່ລະດັບສູງດ້ານຄວາມໝັ້ນຄົງ ແລະ ບໍ່ເປີດເຜີຍຊື່ ໃຫ້ລາຍລະອຽດການໜີອອກນອກປະເທດຂອງປະດີດນາຍົກໄທວ່າ ທ່ານ ນາງ ຍິ່ງລັກ ຂີ່ຍົນສ່ວນຕົວຈາກປະເທດໄທຍັງປະເທດສິງກະໂປ ແລະ ຕໍ່ໄປນະຄອນດູໄບ ເຊິ່ງເປັນບ່ອນຫຼີ້ໄພທາງການເມືອງຂອງທ່ານ ທັກສິນ ຊິນນະວັດ ຜູ້ເປັນອ້າຍ ແລະ ເປັນອະດີດນາຍົກລັດຖະມົນຕີຂອງໄທເຊັ່ນກັນ.

ແຫຼ່ງຂ່າວຄົນເດີມເປີດເຜີຍວ່າ ທ່ານ ທັກສິນ ວາງແຜນກຽມການສຳລັບການຫຼົບໜີຂອງນ້ອງສາວມາຍາວນານ ໂດຍທ່ານຈະບໍ່ມີວັນຍອມໃຫ້ນ້ອງສາວຕ້ອງຮັບໂທດຕິດຄຸກພຽງແຕ່ມື້ດຽວ ເຖິງຢ່າງໃດກໍ່ຕາມ ນະຄອນດູໄບບໍ່ແມ່ນຈຸດໝາຍປາຍທາງສຸດທ້າຍຂອງທ່ານ ນາງ ຍິ່ງລັກ ເພາະອາດພະຍາຍາມຍື່ນຂໍສະຖານະຜູ້ລີ້ໄພທາງການເມືອງໃນປະເທດອັງກິດຕໍ່ໄປ, ທາງດ້ານແຫຼ່ງຂ່າວລະດັບສູງໃນພັກເພື່ອໄທ ເຊິ່ງບໍ່ຂໍເປີດເຜີຍຕົວຕົນເຊັ່ນກັນ ກ່າວຕໍ່ AFP ວ່າ ທ່ານ ນາງ ຍິ່ງລັກ ໄດ້ອອກຈາກປະເທດໄທໄປນະຄອນດູໄບ ປະມານ 2-3 ມື້ກ່ອນທີ່ສານກຳນົດຈະມີການອ່ານຄຳຕັດສິນທ່ານ ນາງ ຍິ່ງລັກ ໃນຄະດີໂຄງການຈຳນຳເຂົ້າ.

ຂ່າວທີ່ກ່ຽວຂ້ອງ:
- ສານອອກໝາຍຈັບ ອະດີດນາຍົກໄທ ເພາະບໍ່ໄດ້ຂຶ້ນສານຟັງຄຳຕັດສິນໃນຄະດີໂຄງການຈຳນຳເຂົ້າ
- ທາງການກຳປູເຈຍ-ສິງກະໂປ ແລະ UAE ຍັງປະຕິເສດ ແລະ ບໍ່ສະແດງຄວາມເຫັນເລື່ອງທ່ານ ນາງ ຍິ່ງລັກ ໜີອອກປະເທດ


No comments

Powered by Blogger.