ນະຄອນຫຼວງວຽງຈັນ ມີໜີ້ສິນຈາກການກໍ່ສ້າງເສັ້ນທາງເປັນຈຳນວນຫຼາຍ - ອິດສະຫຼະ

ນະຄອນຫຼວງວຽງຈັນ ມີໜີ້ສິນຈາກການກໍ່ສ້າງເສັ້ນທາງເປັນຈຳນວນຫຼາຍ



ໜັງສືພິມລາວພັດທະນາລາຍງານ 30 ສິງຫາ 2017 ວ່າ: ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໃຫ້ສຳພາດກັບລາຍການ ວຽງຈັນພັດທະນາຂອງສະຖານນີໂທລະພາບແຫ່ງຊາດເມື່ອບໍ່ດົນມານີ້ວ່າ: ປັດຈຸບັນນະຄອນຫຼວງວຽງຈັນ ແມ່ນມີໜີ້ສິນເພີ່ມຂຶ້ນຈາກການກໍ່ສ້າງເສັ້ນທາງໃນຕົວເມືອງເປັນຈຳນວນຫຼາຍ, ໂດຍສະເພາະນັບແຕ່ເລີ່ມມີການຈັດຕັ້ງປະຕິບັດຮູບແບບ 70%-30% ໝາຍຄວາມວ່າລັດລົງທຶນ 70% ແລະ ປະຊາຊົນປະກອບສ່ວນ 30% ຂອງມູນຄ່າເສັ້ນທາງທີ່ກໍ່ສ້າງ ແລະ ປາກົດວ່າສາມາດຈັດຕັ້ງປະຕິບັດສຳເລັດໄດ້ພຽງ 20 ກວ່າເສັ້ນເທົ່ານັ້ນກໍ່ໄດ້ຢຸດເຊົາ ຍ້ອນວ່າການຊຳລະເງິນຕາມອັດຕາສ່ວນໃຫ້ບໍລິສັດຜູ້ຮັບເໝົາທີ່ລົງທຶນກ່ອນບໍ່ສາມາດປະຕິບັດໄດ້ນັບທັງພາກລັດ ແລະ ປະຊາຊົນຍ້ອນບັນຫາຄວາມຫຍຸ້ງຍາກດ້ານງົົບປະມານ.

ທ່ານ ເຈົ້າຄອງ ໃຫ້ຮູ້ວ່າ ຕາມການຄິດໄລ່ຂອງຂະແໜງກ່ຽວຂ້ອງເຫັນວ່າ ນະຄອນຫຼວງວຽງຈັນ ມີຄວາມຕ້ອງການງົບປະມານຢ່າງໜ້ອຍ 25 ຕື້ກີບຕໍ່ປີ ເພື່ອນຳໃຊ້ເຂົ້າໃນການສ້ອມແປງເສັ້ນທາງຊຸດໂຊມເປ່ເພ ແລະ ຜ່ານມາໄດ້ຮັບງົບປະມານພຽງແຕ່ 500 ລ້ານກີບຕໍ່ປີ, ສະນັ້ນ, ມີຫຼາຍເສັ້ນທາງທີ່ກໍ່ສ້າງສຳເລັດແຕ່ຍັງບໍ່ສາມາດຊຳລະໜີ້ໃຫ້ຜູ້ຮັບເໝົາໄດ້ເຊັ່ນ: ເສັ້ນທາງໜອງແຕ່ງ, ດອນໝູນ-ທ່າງ່ອນ ແລະ ເສັ້ນທາງອື່ນໆ ແລະ ຈາກສະພາບດັ່ງກ່າວ, ອົງການປົກຄອງນະຄອນຫຼວງວຽງຈັນ ຈຶ່ງໄດ້ຄົ້ນຄວ້າສ້າງຕັ້ງກອງທຶນທາງປະຊາຊົນນະຄອນຫຼວງວຽງຈັນ ເພື່ອເປັນທຶນຮອນພັດທະນາພື້ນຖານໂຄງລ່າງຖະໜົນຫົນທາງໃນຕໍ່ໜ້າ.

No comments

Powered by Blogger.