ນາຍົກອອກດຳລັດ ຫ້າມຕັ້ງສະຖານບັນເທີງໃກ້ໂຮງຮຽນ, ໂຮງໝໍ, ວັດ, ຫ້ອງການລັດ ແລະ ຫ້າມບໍ່ໃຫ້ສົ່ງສຽງອອກບໍລິເວນໃກ້ຄຽງ - ອິດສະຫຼະ

ນາຍົກອອກດຳລັດ ຫ້າມຕັ້ງສະຖານບັນເທີງໃກ້ໂຮງຮຽນ, ໂຮງໝໍ, ວັດ, ຫ້ອງການລັດ ແລະ ຫ້າມບໍ່ໃຫ້ສົ່ງສຽງອອກບໍລິເວນໃກ້ຄຽງ



ລັດຖະບານ ອອກດຳລັດເລກທີ 315/ລບ ລົງວັນທີ 02 ຕຸລາ 2017 ວ່າດ້ວຍ ການບັນເທີງ ເພື່ອເປັນຂໍ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ການຕິດຕາມກວດກາທຸລະກິດບໍລິການບັນເທີງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບ, ປອດໄພ, ໄດ້ມາດຕະຖານ ແລະ ເປັນເອກະພາບໃນທົ່ວປະເທດ ເພື່ອອະນຸລັກ, ປົກປັກຮັກສາ, ໂຄສະນາ, ສົ່ງເສີມ ສິລະປະ, ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ ໃຫ້ມີຄວາມຍືນຍົງ ແລະ ຂະຫຍາຍຕົວສູ່ສາກົນ
























No comments

Powered by Blogger.