ເຮືອຮົບລັດເຊຍ 3 ລຳຈອດທຽບທ່າໃນຟິລິບປິນ ຂົນອາວຸດຍຸດໂທປະກອນຈຳນວນຫຼາຍມາໃຫ້ຟິລິບປິນ - ອິດສະຫຼະ

ເຮືອຮົບລັດເຊຍ 3 ລຳຈອດທຽບທ່າໃນຟິລິບປິນ ຂົນອາວຸດຍຸດໂທປະກອນຈຳນວນຫຼາຍມາໃຫ້ຟິລິບປິນ



ສຳນັກຂ່າວຕ່າງປະເທດລາຍງານ 21 ຕຸລາ 2017 ວ່າ: ເຮືອຮົບ 2 ລຳຂອງກອງທັບເຮືອລັດເຊຍ ເຊິ່ງໃນຈຳນວນນີ້ 2 ລຳ ເປັນເຮືອທີ່ໃນພາລະກິດປາບປາມເຮືອດຳນ້ຳ ເຂົ້າຈອດທຽບທ່າເຮືອໃກ້ກັບນະຄອນຫຼວງມະນິລາ ເມື່ອວັນສຸກທີ່ຜ່ານມາ ແລະ ຈະປະຈຳການຢູ່ຟິລິບປິນເປັນເວລາ 5 ມື້, ຖືເປັນສັນຍາຍຊັດເຈນຂອງການສົ່ງເສີມນະໂຍບາຍດ້ານການປ້ອງກັນປະເທດ ແລະ ຄວາມໝັ້ນຄົງລະຫວ່າງສອງປະເທດ ເນື່ອງຈາກຖືເປັນຄັ້ງທີ 3 ແລ້ວໃນປີນີ້ ທີ່ເຮືອຮົບຂອງກອງທັບລັດເຊຍເຂົ້າຈອດທຽບທ່າໃນຟິລິບປິນ ພາຍຫຼັງທີ່ທ່ານ ໂຣດຼິໂກ ດູເຕເຕ ເຂົ້າຮັບຕຳແໜ່ງປະທານປະເທດເມື່ອກາງປີທີ່ຜ່ານມາ ແລະ ໄດ້ມີການປັບປ່ຽນນະໂຍບາຍຕ່າງປະເທດໄປທາງຈີນ ແລະ ລັດເຊຍຫຼາຍຂຶ້ນ.

ນອກຈາກນີ້ ການຈອດທຽບທ່າຂອງເຮືອທັງ 3 ລຳ ທີ່ມີລາຍງານວ່າບັນທຸກເຮືອ AK ມາພ້ອມຈຳນວນ 5,000 ກະບອກ, ລູກປືນອີກປະມານ 1 ລ້ານລູກ ແລະ ຍານພາຫະນະຫຸ້ມເກາະອີກ 20 ຄັນ, ເຊິ່ງເຫດການນີ້ແມ່ນເກີດຂຶ້ນກ່ອນທີ່ທ່ານ ພົນເອກ ເຊີເກ ຊອຍກູ ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ຈະເດີນທາງມານະຄອນຫຼວງມະນິລາໃນອາທິດໜ້າ ແລະ າຄດວ່າຈະມີການລົງນາມຮ່ວມກັນໃນຂໍ້ຕົກລົງການຮ່ວມມືທາງທະຫານລະດັບທະວິພາຄີຫຼາຍສະບັບ.


No comments

Powered by Blogger.