ລັດຖະບານຄົ້ນຄວ້າພິຈາລະນາຂໍອະນຸມັດສ້າງຕັ້ງ "ນະຄອນຫຼວງພະບາງ" - ອິດສະຫຼະ

ລັດຖະບານຄົ້ນຄວ້າພິຈາລະນາຂໍອະນຸມັດສ້າງຕັ້ງ "ນະຄອນຫຼວງພະບາງ"



ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ຕຸລາ 2017 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 24 ຢູ່ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມຄັ້ງນີ້ ລັດຖະບານຈະໄດ້ຄົ້ນຄວ້າ ປຶກສາຫາລື ແລະ ປະກອບຄຳເຫັນໃສ່ 9 ບັນຫາ ດັ່ງນີ້:

1. ບົດລາຍງານສະພາບພົ້ນເດັ່ນ ຢູ່ພາຍໃນ ແລະ ຕ່າງປະເທດ;
2. ທິດທາງ ແລະ ວິທີການແກ້ໄຂບັນຫາການຂົນສົ່ງທາງບົກ ແລະ ດ່ານສາກົນພາຍໃນປະເທດ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງ;
3. ບົດລາຍງານກ່ຽວກັບບັນຫາທີ່ດິນ;
4. ຮ່າງແຜນແມ່ບົດທີ່ດິນແຫ່ງຊາດ;
5. ບົດລາຍງານກ່ຽວກັບການຂໍອະນຸມັດສ້າງຕັ້ງ ນະຄອນ ຫຼວງພະບາງ;
6. ບົດລາຍງານກ່ຽວກັບແຜນງົບປະມານຮັບໃຊ້ໃຫ້ແກ່ການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ;
7. ຮ່າງດໍາລັດ ວ່າດ້ວຍການຊ່ວຍເຫຼືອລ້າທາງດ້ານກົດໝາຍ;
9. ບົດລາຍງານກ່ຽວກັບ ສະພາບການປັບປຸງບັນຍາກາດຂອງການດໍາເນີນທຸລະກິດ ຢູ່ໃນ ສປປ ລາວ ແລະ ທິດທາງແກ້ໄຂໃນຕໍ່ໜ້າ.


ໃນໂອກາດກ່າວເປີດກອງປະຊຸມໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ ໃນການປະກອບຄໍາຄິດຄໍາເຫັນ ເພື່ອເຮັດໃຫ້ບັນດາເນື້ອໃນສໍາຄັນທີ່ນໍາມາປຶກສາຫາລືໃນຄັ້ງນີ້ ມີຄວາມຄົບຖ້ວນ, ສົມບູນ, ຈະແຈ້ງ, ຮັດກຸມ ແລະ ສາມາດນຳໄປຈັດຕັ້ງປະຕິບັດ ໃນວຽກງານຕົວຈິງໄດ້.
ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນເປັນເວາລາ 02 ວັນເຕັມ ຄື: ແຕ່ວັນທີ 24-25 ຕຸລາ 2017.

No comments

Powered by Blogger.