ນີ້ຄືສິ່ງທີ່ "ອາວຸດນິວເຄຼຍ" ໄດ້ປ່ອຍປະໄວ້ໃຫ້ຄົນລຸ້ນຫຼັງ - ອິດສະຫຼະ

ນີ້ຄືສິ່ງທີ່ "ອາວຸດນິວເຄຼຍ" ໄດ້ປ່ອຍປະໄວ້ໃຫ້ຄົນລຸ້ນຫຼັງ



Berik Syzdykov ອາຍຸ 38 ປີ ນັ່ງຢູ່ໃນເຮືອນຄົວຂອງທີ່ພັກແຫ່ງໜຶ່ງທີ່ລາວອາໄສຢູ່ກັບແມ່ ໃນເມືອງ Semey ຂອງກາຊັກສະຖານ Berik ເກີດມາພ້ອມກັບຄວາມຜິດປົກກະຕິທາງໃບໜ້າ ພາຍຫຼັງທີ່ແມ່ຂອງລາວໄດ້ຮັບກຳມັນຕະລັງສີຈາກການທົດລອງນິວເຄຼຍໂດຍສະຫະພາບໂຊວຽດ ໃນຂະນະທີ່ກຳລັງຖືພາຢູ່, ລາວຕາບອດ ແລະ ຕ້ອງໄດ້ຜ່າຕັດຫຼາຍຄັ້ງເພື່ອຫຼຸດຜ່ອນອາການບວມຢູ່ໃບໜ້າ.

ຢູ່ທົ່ງພຽງທີ່ຮົກຮ້າງ ແລະ ວ່າງເປົ່າເສື່ອມໂຊມໃນເຂດຫ່າງໄກຂອງກາຊັກສະຖານ ທະເລສາບທີ່ບໍ່ໄດ້ເກີດຂຶ້ນເອງຕາມທຳມະຊາດ ແຕ່ເກີດຈາກການລະເບີດຂອງນິວເຄຼຍ ສົ່ງຜົນໃຫ້ສະຖານທີ່ຕັ້ງກ່າວກາຍເປັນທົ່ງພຽງ, ຕຶກອາຄານທີ່ຖືກປ່ອຍຖິ້ມໃຫ້ຮ້າງ ບົ່ງບອກວ່າເຂດນີ້ບໍ່ສາມາດອາໄສຢູ່ໄດ້ ຄວາມຕາຍໄດ້ຫຼອກຫຼອນຢູ່ໃນເຂດດັ່ງກ່າວນີ້ ສ່ວນຄົນທີ່ຍັງຢູ່ກໍ່ຄືກັບຕາຍທັງເປັນ ສິ່ງເຫຼົ່ານີ້ຄືຜົນກະທົບຈາກການທົດລອງອາວຸດນິວເຄຼຍທີ່ເກີດຂຶ້ນເມື່ອ 30 ປີກ່ອນ.

ບໍລິເວນແຫ່ງນີ້ເປັນທີ່ຮູ້ຈັກການໃນຊື່ ໂພລິກອນ ສະຖານທີ່ທົດລອງອາວຸດນິວເຄຼຍໃນສະໄໝສົງຄາມເຢັນ ດິນແດນແຫ່ງນີ້ບໍ່ມີໃຜເປັນເຈົ້າຂອງ ມີພຽງໝູ່ບ້ານນ້ອຍໆແຫ່ງໜຶ່ງ ທີ່ດຳລົງຊີວິດດ້ວຍການເຮັດກະສິກຳ ເຖິງແມ່ນວ່າຜູ້ທີ່ອາໄສຢູ່ໃນເຂດດັ່ງກ່າວຈະອົບພະຍົບໜີອອກໄປແລ້ວໃນໄລຍະທີ່ມີການທົດລອງ ແຕ່ສ່ວນຫຼາຍເລືອກທີ່ຈະອາໄສຢູ່ເຂດດັ່ງກ່າວ ແລະ ຜົນກະທົບຂອງມັນຍັງສົ່ງຜົນມາເຖິງປັດຈຸບັນນີ້.

ຟິວ ແຮັດເຊີ-ມົວ ຊ່າງພາບໃຊ້ເວລາ 2 ເດືອນໄປກັບການບັນທຶກເຫດການທີ່ເກີດຂຶ້ນໃນສະຖານທີ່ແຫ່ງນີ້ ເຊິ່ງສະທ້ອນເຖິງ "ຄວາມໂງ່ຈ້າຂອງມະນຸດ" ໃນໂຄງການຂອງລາວທີ່ມີຊື່ວ່າ "Nuclear Ghosts" ຖ່າຍທອດສະຖານທີ່ທີ່ຖືກປ່ອຍປະໃຫ້ຮົກຮ້າງ ແລະ ພາຍຖ່າຍບຸກຄົນທີ່ເປັນຊາວບ້ານທີ່ໄດ້ຮັບຜົນກະທົບຈາກນິວເຄຼຍ.

ເຊິ່ງຈຳນວນເປັນທີ່ໜ້າຕົກໃຈ ວ່າກັນວ່າມີຄົນຫຼາຍເຖິງ 100,000 ຄົນໃນເຂດນີ້ທີ່ໄດ້ຮັບຜົນກະທົບຈາກສັງສີ ທີ່ສາມາດສົ່ງຜົນຕໍ່ໄປເຖິງສະມາຊິກໃນຄອບຄົວ 5 ລຸ້ນ ແຕ່ດ້ວຍຜົນງານພາບຖ່າຍຂອງມົວ ລາວໄດ້ພະຍາຍາມເຮັດໃຫ້ຕົວເລກເຫຼົ່ານັ້ນເຫັນໄດ້ເປັນຮູບປະທຳຫຼາຍຂຶ້ນ.

ທະຫານເດີນຂະບວນຢູ່ຕາມເສັ້ນທາງຊານເມືອງ Semey ທ່າມກາງລົມພັດແຮງ

ສະພາບພາຍໃນອະດີດຖານທັບຂອງ KGB ໃນເມືອງ Kurchatov ກາຊັກສະຖານ

Alijan Imanbaev ໃນເຮືອນຂອງລາວທີ່ເມືອງ Semey ເດັກນ້ອຍຜູ້ປ່ອຍເປັນໂລກບ້າໝູ ສົ່ງຜົນໃຫ້ລາວຮຽນຮູ້ໄດ້ຊ້າ

Ayman Norgazinova  ອາຍຸ 49 ປີ ເຈົ້າໜ້າທີ່ປະຈຳຫ້ອງປະຕິບັດການກຳລັງກວດໜູທົດລອງທີ່ໃຊ້ສຳລັບການທົດລອງຫາຜົນກະທົບທີ່ເກີດຂຶ້ນຈາກກຳມັນຕະພາບລັງສີ

ຄອບຄົວໜຶ່ງທີ່ກຳລັງຍ່າງຜ່ານຊຸມຊົນທີ່ຖືກປ່ອຍປະໃຫ້ຮົກຮ້າງໃນເມືອງ Kurchatov ຂອງກາຊັກສະຖານ ປະຊາກອນໃນເມືອງນີ້ຫຼຸດລົງເຄິ່ງໜຶ່ງ ເມື່ອການທົດລອງນິວເຄຼຍສິ້ນສຸດລົງ

ພາບຖ່າຍຂອງຄວັນຮູບດອກເຫັດ ທີ່ເກີດຂຶ້ນຈາກການລະເບີດນິວເຄຼຍທີ່ວາງສະແດງໄວ້ໃນພິພິທະພັນ ຢູ່ເມືອງ Kurchatov

Zulfiya Tunkushgojine ອາຍຸ 35 ປີ ອາໄສຢູ່ກັບນ້ອງ ແລະ ແມ່ຂອງລາວໃນບ້ານ Shakaman ລາວປ່ວຍເປັນໂລກສະໝອງພິການ ເຊິ່ງແພດໝໍລະບຸວ່າ ເປັນຜົນກະທົບມາຈາກການທົດລອງນິວເຄຼຍ ແມ່ຂອງລາວອາໄສຢູ່ໃກ້ກັບເຂດທີ່ມີການທົດລອງນິວເຄຼຍມາກ່ອນ ຈົນເຖິງປີ 1962

ທ່ານໝໍ Marjan Kasenova ຢອກ Kanat Rahimov ອາຍຸ 15 ປີ ຢູ່ໃນພະແນກເດັກ ຂອງສູນບໍລິການເພື່ອເດັກນ້ອຍໃນເມືອງ Ayagoz ເຊິ່ງ Kanat ປ່ວຍເປັນໂລກສະໝອງພິການ

ຄົນປ່ວຍທີ່ກຽມເຂົ້າປິ່ນປົວມະເຮັງຜິວໜັງດ້ວຍລັງສີແກມມາ ໃນສູນປິ່ນປົວຂອງເມືອງ Semey ທາງພາກຕາເວັນອອກຂອງກາຊັກສະຖານ

ເຈົ້າໜ້າທີ່ຂອງລັດຖະບານທ້ອງຖິ່ນ ເມືອງ Kurchatov ເປີດວິດີໂອບັນທຶກການທົດລອງນິວເຄຼຍທີ່ເກີດຂຶ້ນໃນເມືອງນີ້ສະໄໝສົງຄາມເຢັນໃຫ້ເບິ່ງ

Kairat Yesimhanov ອາຍຸ 35 ປີ ນອນຢູ່ເຮືອນຂອງລາວທີ່ເມືອງ Sulbinsk ລາວ ແລະ ນ້ອງສາວຂອງລາວປ່ວຍເປັນໂລກສະໝອງພິການທັງສອງ 
Rustam Janabaev ອາຍຸ 6 ປີ ນອນປິ່ນປົວຢູ່ໃນພະແນກເດັກ ຂອງໂຮງໝໍເດັກ Ayagoz ລາວມີພາວະນ້ຳໃນໂພງສະໝອງ (hypdrocephalus)


ຝົງນົກບິນຜ່ານສຸສານຂອງເມືອງ Semey ໃນລະດູໜາວ





No comments

Powered by Blogger.