ລັດເຊຍ ຊ້ອມຍິງຂີປະນາວຸດ ໂຈມຕີເປົ້າໝາຍທີ່ຢູ່ຫ່າງອອກໄປຫຼາຍພັນກິໂລຢ່າງແມ້ນຢຳ (ວິດີໂອ) - ອິດສະຫຼະ

ລັດເຊຍ ຊ້ອມຍິງຂີປະນາວຸດ ໂຈມຕີເປົ້າໝາຍທີ່ຢູ່ຫ່າງອອກໄປຫຼາຍພັນກິໂລຢ່າງແມ້ນຢຳ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 27 ຕຸລາ 2017 ທີ່ຜ່ານມາວ່າ: ທ່ານ ດະມີທຣີ ເພສຄັອບ ໂຄສົກປະຈຳຕົວຂອງທ່ານ ປູຕິນ ປະທານປະເທດລັດເຊຍ ກ່າວເມື່ອວັນສຸກທີ່ຜ່ານມາວ່າ ການເຝິກຊ້ອມຂອງກອງກຳລັງນິວເຄຼຍທາງຍຸດທະສາດລັດເຊຍ ໃນມື້ວັນພະຫັດທີ່ຜ່ານມານັ້ນແມ່ນກ່ຽວຂ້ອງກັບ 3 ໜ່ວຍງານນິວເຄຼຍຫຼັກຂອງກອງທັບນັ້ນກໍ່ຄື ໜ່ວຍເຮືອດຳນ້ຳນິວເຄຼຍ, ໜ່ວຍຍົນຮົບຖິ້ມລະເບີດນິວເຄຼຍທາງຍຸດທະສາດ ແລະ ແທ່ນຍິງເທິງບົກ ເຊິ່ງການເຝິກຊ້ອມດັ່ງກ່າວແມ່ນຢູ່ສູນທົດລອງເພເຊສ ຄອສໂມໂດຼມ ຢູ່ພາກຕາເວັນຕົກສຽງເໜືອຂອງປະເທດ.

ກະຊວງປ້ອງກັນປະເທດລັດເຊຍຖະແຫຼງເມື່ອວັນພະຫັດທີ່ຜ່ານມາວ່າ: ຂີປະນາວຸດຂ້າມທະວີບໂຕປໍຖືກຍິງຈາກຖານເພເຊສ ໄປຍັງເປົ້າໝາຍໃນສະໜາມຊ້ອມຍິງປືນຄູຣາ ຢູ່ແຫຼມຄຳຊັດກາ ພາກຕາເວັນອອກໄກ ທີ່ຢູ່ຫ່າງຈາກຈຸດຍິງໄປຫຼາຍພັນກິໂລແມັດ, ຂະນະທີ່ເຮືອດຳນ້ຳນິວເຄຼຍໃນທະເລແບເຣນຍິງຂີປະນາວຸດຂ້າມທະວີບ 1 ລູກ ໄປຍັງເປົ້າໝາຍໃນສະໜາມຍິງປືນຄູຣາເຊັ່ນກັນ ສ່ວນເຮືອດຳນ້ຳອີກລຳໜຶ່ງຢູ່ໃນທະເລໂອຄອສ ຍິງຂີປະນາວຸດຂ້າມທະວີບ 2 ລູກ ໄປໃນທິດທາງກົງກັນຂ້າມ ກະທົບໃສ່ເປົ້າໝາຍໃນສະໜາມຊ້ອມຍິງປືນຊິຊາ ໃນພູມມິພາກຄະອາຄັນເກວ ພາກຕາເວັນຕົກສຽງເໜືອຂອງປະເທດ.

ແລະ ອີກສ່ວນໜຶ່ງຂອງການເຝິກຊ້ອມຍິງໃນຄັ້ງນີ້ຄື ຍົນຖິ້ມລະເບີດ Tu-160, Tu-95 ແລະ Tu-22 ໄດ້ຍິ່ງຈະຫຼວດໂຈມຕີເປົ້າໝາຍຈຳລອງໃນສະໜາມຍິງປືນຢູ່ແຫຼມຄຳຊັດກາ ລວມທັງໃນພູມມິພາກໂຄມິ ທາງພາກເໜືອຂອງປະເທດ ແລະ ໃນຄາຊັກສະຖານ ປະເທດເພື່ອນບ້ານ.

ເພສຄັອບ ໂຄສົກຂອງທ່ານ ປູຕິນ ກ່າວວ່າ ເປັນການເຝິກຊ້ອມທາງທະຫານຕາມປົກກະຕິ ແລະ ບໍ່ໄດ້ມີເປົ້າໝາຍຕໍ່ສະຖານະການໃດໆໃນຕ່າງປະເທດ.


No comments

Powered by Blogger.