ຈີນເຕືອນສ.ອາເມຣິກາ-ເກົາຫຼີເໜືອ ໃຫ້ຫາທາງອອກຢ່າງສັນຕິ - ອິດສະຫຼະ

ຈີນເຕືອນສ.ອາເມຣິກາ-ເກົາຫຼີເໜືອ ໃຫ້ຫາທາງອອກຢ່າງສັນຕິ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 10 ຕຸລາ 2017 ທີ່ຜ່ານມາວ່າ: ທ່ານ ນາງ ຫົວ ຊຸນຢິງ ໂຄສົກກະຊວງການຕ່າງປະເທດຂອງຂີນກ່າວວ່າ ຫາກຫວນຄືນກັບໄປເຖິງການຖະແຫຼງຮ່ວມຂອງສະຫະລັດ ອາເມຣິກາ ແລະ ເກົາຫຼີເໜືອທີ່ປະກາດໃນວັນທີ 19 ກັນຍາ 2005 ລະບຸວ່າ ສະຫະລັດ ອາເມຣິກາຕ້ອງການໃຫ້ເກົາຫຼີເໜືອຍົກເລີກໂຄງການນິວເຄຼຍທັງໝົດ ເພື່ອແລກປ່ຽນກັບການຊ່ວຍເຫຼືອທາງດ້ານເສດຖະກິດ ແລະ ຫຼັກປະກັນດ້ານຄວາມໝັ້ນຄົງ.

ຂະນະທີ່ເກົາຫຼີເໜືອຕ້ອງການໃຫ້ສະຫະລັດ ອາເມຣິກາ ຢຸດຕິການຮຸກຮານເກົາຫຼີເໜືອດ້ວຍອາວຸດນິວເຄຼຍເຊັ່ນກັນ ເຫັນວ່າທັງສອງປະເທດຕ່າງກໍ່ມີເປົ້າໝາຍດຽວກັນຄື ຄວາມໝັ້ນຄົງ ແລະ ຄວາມປອດໄພ ແຕ່ຂະນະນີ້ທັງສອງປະເທດບໍ່ສາມາດບັນລຸເປົ້າໝາຍນັ້ນຮ່ວມກັນໄດ້ ດ້ວຍປັດໄຈຕ່າງໆທີ່ເກີດຂຶ້ນ ຈຶ່ງນຳໄປສູ່ສະຖານະການຄວາມເຄັ່ງຕຶງທີ່ເພີ່ມທະວີຂຶ້ນ ຈາກໄພຮຸນຮານດ້ານອາວຸດນິວເຄຼຍຂອງເກົາຫຼີເໜືອໃນປັດຈຸບັນ ເຊິ່ງທ່ານ ນາງ ຫົວ ຊຸນຢິງ ໄດ້ຮຽກຮ້ອງໃຫ້ທັງສອງປະເທດຫາທາງອອກຂອງວິກິດນີ້ຮ່ວມກັນຢ່າງສັນຕິ ເພາະທັງສອງປະເທດຕ່າງກໍ່ສະແຫວງຫາຄວາມປອດໄພໃຫ້ກັບປະເທດຂອງຕົນເອງ ກໍ່ຄືປະຊາຄົມໂລກ.


ໂດຍໃນວັນທີ 10 ຕຸລາ 2017 ທີ່ຜ່ານມາ ເກົາຫຼີເໜືອ ໄດ້ມີການຈັດງານສະເຫຼີມສະຫຼອງການສ້າງຕັ້ງພັກແຮງງານເກົາຫຼີຂຶ້ນ ແລະ ຫຼາຍຝ່າຍຄາດການວ່າເກົາຫຼີອາດຍິງຂີປະນາວຸດໃນມື້ດັ່ງກ່າວ ເພື່ອເປັນການສະເຫຼີມສະຫຼອງ ແຕ່ແຫຼ່ງຂ່າວຈາກກອງທັບເກົາຫຼີໃຕ້ຢືນຢັນວ່າ ບໍ່ມີການກວດພົບສັນຍານໃດໆ, ຂະນະທີ່ສະຫະລັດ ອາເມຣິກາ ກຽມພ້ອມຮັບມືທຸກເວລາ ຫາກເກີດໄພຮຸກຮານດ້ວຍອາວຸດນິວເຄຼຍ ຫຼື ການທົດລອງຍິງຂີປະນາວຸດ ເຖິງແມ່ນວ່າເຈົ້າໜ້າທີ່ລະດັບສູງທາງທະຫານຂອງສະຫະລັດ ອາເມຣິກາ ຍັງຢືນຢັນທີ່ຈະໃຊ້ວິທີທາງການທູດໃນການແກ້ໄຂບັນຫາຢູ່.

No comments

Powered by Blogger.