ຜູ້ນຳ ສ.ອາເມຣິກາ ປຶກສາຫາລືທາງເລືອກ ແກ້ໄຂບັນຫາເກົາຫຼີເໜືອ ແລະ ກ່າວວ່າມີວິທີດຽວ - ອິດສະຫຼະ

ຜູ້ນຳ ສ.ອາເມຣິກາ ປຶກສາຫາລືທາງເລືອກ ແກ້ໄຂບັນຫາເກົາຫຼີເໜືອ ແລະ ກ່າວວ່າມີວິທີດຽວ



ສຳນັກຂ່າວຕ່າງປະເທດລາຍງານ 11 ຕຸລາ 2017 ວ່າ: ຖະແຫຼງການສະຫຼຸບພາຍຫຼັງສຳເລັດການປຶກສາຫາລືໂດຍ ພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ແລະ ພົນເອກ ໂຈເຊັບ ອັນຟອດ ປະທານຄະນະເສນາທິການທະຫານຮ່ວມກ່າວວ່າ ການປຶກສາຫາລືເນັ້ນໃນເລື່ອງ ທາງເລືອກທີ່ຫຼາກຫຼາຍໃນການຕອບໂຕ້ກັບຄວາມແຂງກະດ້າງທຸກຮູບແບບຂອງເກົາຫຼີເໜືອ ຫຼື ຫາກຈຳເປັນເພື່ອປ້ອງກັນໄພຮຸກຮານຈາກອາວຸດນິວເຄຼຍຂອງເກົາຫຼີເໜືອ ຕໍ່ສະຫະລັດ ອາເມຣິກາ ແລະ ກຸ່ມປະເທດພັນທະມິດ.

ການປະຊຸມປຶກສາຫາລືເກີດຂຶ້ນພຽງບໍ່ພໍເທົ່າໃດມື້ ພາຍຫຼັງທີ່ທ່ານ ໂດໂນ ທຣຳ ປະທານປະເທດ ສ.ອາເມຣິກາກ່າວວ່າ ຄວາມພະຍາຍາມທາງການທູດກັບເກົາຫຼີເໜືອປະສົບກັບຄວາມລົ້ມເຫຼວມາຕະຫຼອດ ລັດຖະບານ ສ.ອາເມຣິກາຫຼາຍຊຸດເຈລະຈາກັບເກົາຫຼີເໜືອມາ 25 ປີ ມີຂໍ້ຕົກລົງຫຼາຍຢ່າງ ແລະ ຈ່າຍເງິນໄປຈຳນວນມະຫາສານ ພ້ອມກັບຢ້ຳວ່າ ມີພຽງວິທີດຽວທີ່ຈະໃຊ້ໄດ້ຜົນ ໃນການແກ້ໄຂບັນຫາກັບເກົາຫຼີເໜືອ.


ລະຫວ່າງການປຶກສາຫາລືຂອງທ່ານ ທຣຳ ແລະ ທີມງານຄວາມໝັ້ນຄົງແຫ່ງຊາດໃນນະຄອນຫຼວງວໍຊິງຕັນ ກອງທັບອາກາດສະຫະລັດ ອາເມຣິກາ ກໍ່ໄດ້ສົ່ງຍົນຖິ້ມລະເບີດຄວາມໄວເໜືອສຽງ B-1B Lancer 2 ລຳ ຈາກຖານທັບອາກາດແອນເດີເຊນ ທີ່ຢູ່ເກາະກວມ ຂຶ້ນບິນເໜືອແຫຼມເກົາຫຼີ ເມື່ອຄືນວັນອັງຄານທີ່ຜ່ານມາ ເພື່ອສະແດງອຳນາດທາງການທະຫານຂົ່ມຂູ່ເກົາຫຼີເໜືອ ໂດຍມີຍົນຮົບ F-12K 2 ລຳຂອງກອງທັບອາກາດເກົາຫຼີໃຕ້ເຂົ້າຮ່ວມນຳ.

ເຈົ້າໜ້າທີ່ກະຊວງປ້ອງກັນປະເທດເກົາຫຼີໃຕ້ ເປີດເຜີຍເມື່ອວັນພຸດນີ້ວ່າ ລະຫວ່າງການບິນຢູ່ເໜືອທະເລຍີ່ປຸ່ນ (ທະເລຕາເວັນອອກ) ຍົນຖິ້ມລະເບີດ B-1B 2 ລຳຂອງກອງທັບ ສ.ອາເມຣິກາ ແລະ ຍົນຮົບຂອງເກົາຫຼີໃຕ້ ໄດ້ມີການທົດລອງການຍິງຈະຫຼວດແບບອາກາດສູ່ພື້ນ ແລ້ວບິນຂ້າມແຫຼມເກົາຫຼີໄປຍັງທະເລເຫຼືອງ ແລະ ໄດ້ມີການເຝິກຊ້ອມຍິງອີກຮອບໜຶ່ງ ກ່ອນຈະແຍກກັນກັບຖານປະຈຳການ.

No comments

Powered by Blogger.