ເຈົ້າຊາຍຊາອູດິດຍອມຈ່າຍຄ່າປັບໃໝ 1,000 ລ້ານໂດລາ ແລກອິດສະຫຼະພາບຄະດີສໍ້ລາດບັງຫຼວງ - ອິດສະຫຼະ

ເຈົ້າຊາຍຊາອູດິດຍອມຈ່າຍຄ່າປັບໃໝ 1,000 ລ້ານໂດລາ ແລກອິດສະຫຼະພາບຄະດີສໍ້ລາດບັງຫຼວງ



ສຳນັກຂ່າວຕ່າງປະເທດລາຍງານ 29 ພະຈິກ 2017 ວ່າ: ເຈົ້າຊາຍມີເຕບ ບິນ ອັບດຸນເລາະ (Miteb bin Abdullah) ລູກຊາຍຂອງກະສັດອາຣັບບີ ຊາອູດິດອົງກ່ອນ ແລະ ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ທີ່ຖືກຄວບຄຸມຕົວ ພາຍໃນຫ້ອງພັກສຸດຫຼູຂອງໂຮງແຮມ The Ritz-Carlton ໃນນະຄອນຫຼວງຣິຢາດ ພ້ອມກັບເຈົ້າຊາຍອີກ 11 ພະອົງ, ນັກການເມືອງ ແລະ ນັກທຸລະກິດອີກ 200 ຄົນ ເມື່ອວັນທີ 4 ພະຈິກ 2017 ທີ່ຜ່ານມາ ໄດ້ຮັບການປ່ອຍຕົວແລ້ວ ພາຍຫຼັງທີ່ພະອົງຍິນຍອມຈ່າຍຄ່າເສຍຫາຍໃຫ້ກັບລັດຖະບານເປັນເງິນກວ່າ 1,000 ລ້ານໂດລາສະຫະລັດ.

ເຈົ້າຊາຍມີເຕບ ເປັນສະມາຊິກຂອງລາຊະວົງທີ່ມີອິດທິພົນຕໍ່ການເມືອງຂອງອາຣັບບີ ຊາອູດິດຫຼາຍທີ່ສຸດທີ່ຖືກຄວບຄຸມຕົວ ໃນການກວາດລ້າງການສໍ້ລາດບັງຫຼວງ ທີ່ສ້າງຄວາມເສຍຫາຍໃຫ້ກັບປະເທດອາຣັບບີ ຊາອູດິດກວ່າ 1 ແສນລ້ານໂດລາສະຫະລັດໃນໄລຍະ 10 ປີທີ່ຜ່ານມາ, ເຊິ່ງນອກຈາກພະອົງແລ້ວ ຍັງມີລາຍງານອີກວ່າມີຜູ້ທີ່ຖືກຄວບຄຸມຕົວອີກສາມຄົນໄດ້ຮັບການປ່ອຍຕົວ ພາຍຫຼັງຕົກລົງຈ່າຍຄ່າເສຍຫາຍໃຫ້ກັບລັດຖະບານຂອງອາຣັບບີ ຊາອູດິດ.



No comments

Powered by Blogger.